ນໍ້າໝອກກ້າມ ສ້າງຄວາມເສຍຫາຍຕໍ່ຕົ້ນກາເຟ ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ຫຼາຍກວ່າ 70 ເຮັກຕາ

ນໍ້າໝອກກ້າມ ສ້າງຄວາມເສຍຫາຍຕໍ່ຕົ້ນກາເຟ ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ຫຼາຍກວ່າ 70 ເຮັກຕາ - 473638708 1154262903368419 5342940627691489681 n - ນໍ້າໝອກກ້າມ ສ້າງຄວາມເສຍຫາຍຕໍ່ຕົ້ນກາເຟ ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ຫຼາຍກວ່າ 70 ເຮັກຕາ
ນໍ້າໝອກກ້າມ ສ້າງຄວາມເສຍຫາຍຕໍ່ຕົ້ນກາເຟ ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ຫຼາຍກວ່າ 70 ເຮັກຕາ - kitchen vibe - ນໍ້າໝອກກ້າມ ສ້າງຄວາມເສຍຫາຍຕໍ່ຕົ້ນກາເຟ ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ຫຼາຍກວ່າ 70 ເຮັກຕາ

ວັນທີ 14 ມັງກອນ 2025, ພະແນກກະສິກໍາ ແລະ ປ່າໄມ້ແຂວງຈໍາປາສັກ ໄດ້ເຄື່ອນໄຫວລົງເກັບກຳຂໍ້ມູນເບື້ອງຕົ້ນ ໃນພື້ນທີ່ປູກກາເຟທີ່ໄດ້ຮັບຜົນກະທົບຈາກນ້ຳໝອກກ້າມ ຢູ່ເມືອງປາກຊ່ອງ. ຈາກການລົງຕິດຕາມເກັບກໍາຂໍ້ມູນຕົວຈິງ ເຫັນວ່າເນື້ອທີ່ກາເຟ ທີ່ໄດ້ຮັບກະທົບຈາກໄພນໍ້າໝອກກ້າມ (ນ້ຳໝອກເກືອ) ມີ 5 ບ້ານ, 37 ຄອບຄົວ, ເນື້ອທີ່ລວມ 32,6 ເຮັກຕາ. ໃນນັ້ນ, ບ້ານຫ້ວຍຊັນ ມີ 13 ຄອບຄົວ, ເນື້ອທີ່ 11,7 ເຮັກຕາ; ບ້ານເຊຕາປຸງ 15 ຄອບຄົວ ເນື້ອທີ່ 7,6 ເຮັກຕາ; ບ້ານໜອງຢາເທິງ 6 ຄອບຄົວ, ເນື້ອທີ່ 7,3 ເຮັກຕາ; ບ້ານຫລັກ 5 ມີ 3 ຄອບຄົວ ເນື້ອທີ່ 6 ເຮັກຕາ. ຈາກການຕິດຕາມສະພາບອາກາດແຕ່ວັນທີ 11 – 14 ມັງກອນ 2025 ຂອງທີມງານພະແນກກະສິກຳ ແລະ ປ່າໄມ້ແຂວງ ພົບວ່າ ມີເນື້ອທີ່ກາເຟ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າໝອກກ້າມໄວ ເພີ່ມອີກ ຄື: ບ້ານຫ້ວຍເສັດ 20 ຄອບຄົວ ເນື້ອທີ່ 20 ເຮັກຕາ; ບ້ານກ່ອງຕູນ 9 ຄອບຄົວ ເນື້ອທີ່ 11 ເຮັກຕາ; ບ້ານກະຕວດ 31 ຄອບຄົວ ເນື້ອທີ່ 7,8 ເຮັກຕາ ລວມເນື້ອທີ່ໄດ້ຮັບຜົນກະທົບທັງໝົດຫຼາຍກວ່າ70ເຮັກຕາ ປະຈຸບັນ ທິມງານດັ່ງກ່າວຍັງສືບຕໍ່ເກັບກຳຂໍ້ມູນຕື່ມອີກ.

ຜ່ານການສໍາຫລວດ ແລະ ເກັບກຳຂໍ້ມູນຂອງທີມງານ ເຫັນວ່າ ເຂດທີ່ມີຕົ້ນກາເຟຖືກທຳລາຍຮຸນແຮງຈາກນ້ຳໝອກກ້າມ ແມ່ນເປັນເຂດດິນຕ່ຳ ໂດຍສະເພາະແມ່ນຕົ້ນກາເຟທີ່ປູກຢູ່ບ່ອນບໍ່ມີໄມ້ໃຫ້ຮົ່ມຖືກທຳລາຍຢ່າງຮຸນແຮງ ຢືນຕົ້ນຕາຍ. ອີງຕາມການລາຍງານຂອງຊາວສວນກາເຟ ໃຫ້ຮູ້ວ່າ: ພື້ນທີ່ປູກກາເຟຢູ່ເຂດບ້ານຫ້ວຍຊັນ, ເຊຕາປຸງ, ໜອງຢາເທິງ, ຫລັກ 5, ຫ້ວຍເສັດ, ກະຕວດ ແລະ ບ້ານ ກອງຕູນ ເປັນເຂດພື້ນທີ່ມັກເກີດບັນຫານ້ຳໝອກກ້າມ ເຊິ່ງເຄີຍເກີດມາແລ້ວໃນໄລຍະປີ 2005 – 2009 ແລະ ໄລຍະປີ 2015 – 2019, ເຮັດໃຫ້ຊາວສວນກາເຟຕ້ອງຍ້າຍໄປປູກຢູ່ພື້ນທີ່ອື່ນ. ແຕ່ປີ 2020 ເປັນຕົ້ນມາ ຊາວສວນເຫັນວ່າ ບໍ່ໄດ້ເກີດບັນຫານໍ້າໝອກກ້າມ ທີ່ຮຸນແຮງ ປະກອບກັບຄວາມຕ້ອງການຂະຫຍາຍພື້ນທີ່ປູກກາເຟ ເພີ່ມຂື້ນ ຈິ່ງໄດ້ກັບມາປູກໃນພື້ນທີ່ດັ່ງກ່າວຄືນອີກ.

ທີ່ມາ: ໜັງສືພິມ ຈໍາປາໃໝ່

ນໍ້າໝອກກ້າມ ສ້າງຄວາມເສຍຫາຍຕໍ່ຕົ້ນກາເຟ ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ຫຼາຍກວ່າ 70 ເຮັກຕາ - 3 - ນໍ້າໝອກກ້າມ ສ້າງຄວາມເສຍຫາຍຕໍ່ຕົ້ນກາເຟ ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ຫຼາຍກວ່າ 70 ເຮັກຕາ
ນໍ້າໝອກກ້າມ ສ້າງຄວາມເສຍຫາຍຕໍ່ຕົ້ນກາເຟ ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ຫຼາຍກວ່າ 70 ເຮັກຕາ - 5 - ນໍ້າໝອກກ້າມ ສ້າງຄວາມເສຍຫາຍຕໍ່ຕົ້ນກາເຟ ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ຫຼາຍກວ່າ 70 ເຮັກຕາ
ນໍ້າໝອກກ້າມ ສ້າງຄວາມເສຍຫາຍຕໍ່ຕົ້ນກາເຟ ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ຫຼາຍກວ່າ 70 ເຮັກຕາ - 4 - ນໍ້າໝອກກ້າມ ສ້າງຄວາມເສຍຫາຍຕໍ່ຕົ້ນກາເຟ ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ຫຼາຍກວ່າ 70 ເຮັກຕາ