ຫລວງພະບາງ ມີຄອບຄົວໄດ້ຊົມໃຊ້ໄຟຟ້າທຸກລະບົບ 79,454 ຄອບຄົວ ກວມເອົາ 92.75%

ຫລວງພະບາງ ມີຄອບຄົວໄດ້ຊົມໃຊ້ໄຟຟ້າທຸກລະບົບ 79,454 ຄອບຄົວ ກວມເອົາ 92.75% - 473727892 1167895692012912 1287587318674447087 n - ຫລວງພະບາງ ມີຄອບຄົວໄດ້ຊົມໃຊ້ໄຟຟ້າທຸກລະບົບ 79,454 ຄອບຄົວ ກວມເອົາ 92.75%
ຫລວງພະບາງ ມີຄອບຄົວໄດ້ຊົມໃຊ້ໄຟຟ້າທຸກລະບົບ 79,454 ຄອບຄົວ ກວມເອົາ 92.75% - kitchen vibe - ຫລວງພະບາງ ມີຄອບຄົວໄດ້ຊົມໃຊ້ໄຟຟ້າທຸກລະບົບ 79,454 ຄອບຄົວ ກວມເອົາ 92.75%

ວັນທີ 16 ມັງກອນ 2025 ຢູ່ຫ້ອງປະຊຸມ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງຫຼວງພະບາງ ທ່ານ ສົມໄຈ ວັນນະສີ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານພະລັງງານ ແລະ ບໍ່ແຮ່ ໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ວ່າ: ປັດຈຸບັນ,  ທົ່ວແຂວງມີແຫຼ່ງຜະລິດພະລັງງານໄຟຟ້ານໍ້າຕົກຈໍານວນ 06 ແຫ່ງ, ມີກໍາລັງຕິດຕັ້ງ 700,07 ເມກາວັດ (MW). ສາມາດຜະລິດກະແສໄຟຟ້າໄດ້ 1,814.03 ລ້ານກິໂລວັດໂມງ (kWh), ປະຕິບັດໄດ້ 86.72% ຂອງແຜນການທຽບໃສ່ແຜນການປີ ກໍ່ຄືມະຕິຂອງສະພາປະຊາຊົນແຂວງຮັບຮອງປະຕິບັດໄດ້ 86%; ມີຄອບຄົວໄດ້ຊົມໃຊ້ໄຟ້າທຸກລະບົບ ຈໍານວນ 719 ບ້ານ, ມີ 79,454 ຄອບຄົວ ກວມເອົາ 92.75% ຂອງຄອບຄົວທັງໝົດ, ໃນນີ້ໄດ້ຊົມໃຊ້ໄຟຟ້າແຫ່ງຊາດ.

ສຳລັບວຽກງານທໍລະນີສາດ ແລະ ບໍ່ແຮ່ ມີທັງໝົດຈໍານວນ 18 ບໍລິສັດ. ມີເນື້ອທີ່ສໍາປະທານ 1,027 ກມ2. ນອກຈາກນີ້, ໄດ້ເອົາໃຈໃສ່ໃນການຕິດຕາມກວດກາ ແລະ ຊຸກຍູ້ບັນດາໂຄງການຂຸດຄົ້ນແຮ່ຄໍາຕົກຂ້ອນ (ແບບທົດລອງ) ຕາມນະໂຍບາຍໃໝ່ຂອງລັດຖະບານ, ຈໍານວນ 09 ບໍລິສັດ, ມີເນື້ອທີ່ສໍາປະທານ 38.35 ເຮັກຕາ.

ສໍາລັບຂັ້ນແຂວງອະນຸຍາດແມ່ນປະເພດແຮ່ອະໂລຫະ ເພື່ອຮັບໃຊ້ເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງ, ເຊິ່ງມີຈໍານວນ 35 ບໍລິສັດ/ຫົວໜ່ວຍ, ມີເນື້ອທີ່ສໍາປະທາທັງໝົດ 130.90 ເຮັກຕາ. ໃນໄລຍະຜ່ານມານີ້ສາມາດຂຸດຄົ້ນ ແລະ ຈໍາໜ່າຍແຮ່ໄດ້ 189,725 ແມັດກ້ອນ. ທຽບໃສ່ແຜນການປະຕິບັດໄດ້ພຽງ 7%. ສາເຫດທີ່ປະຕິບັດບໍ່ໄດ້ຕາມແຜນການ ເນື່ອງຈາກວ່າມີບາງຫົວໜ່ວຍກິດຈະການຈໍານວນໜຶ່ງແມ່ນບໍ່ໄດ້ທໍາການຜະລິດ ແລະ ສະເໜີຂໍໂຈະຊົ່ວຄາວ.

ການລາຍງານດັ່ງກ່າວແມ່ນເນື່ອງໃນໂອກາດທີ່ ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ພ້ອມດ້ວຍຄະນະ ພົບປະ, ຢ້ຽມຢາມ ແລະ ໂອ້ລົມພະນັກງານ, ລັດຖະກອນ ໃນຂົງເຂດພະລັງງານ ແລະ ບໍ່ແຮ່ ພາຍໃນແຂວງຫຼວງພະບາງ.

ຫລວງພະບາງ ມີຄອບຄົວໄດ້ຊົມໃຊ້ໄຟຟ້າທຸກລະບົບ 79,454 ຄອບຄົວ ກວມເອົາ 92.75% - 473705873 1167895735346241 2048615109644596656 n 1024x768 - ຫລວງພະບາງ ມີຄອບຄົວໄດ້ຊົມໃຊ້ໄຟຟ້າທຸກລະບົບ 79,454 ຄອບຄົວ ກວມເອົາ 92.75%

ຫລວງພະບາງ ມີຄອບຄົວໄດ້ຊົມໃຊ້ໄຟຟ້າທຸກລະບົບ 79,454 ຄອບຄົວ ກວມເອົາ 92.75% - 4 - ຫລວງພະບາງ ມີຄອບຄົວໄດ້ຊົມໃຊ້ໄຟຟ້າທຸກລະບົບ 79,454 ຄອບຄົວ ກວມເອົາ 92.75%
ຫລວງພະບາງ ມີຄອບຄົວໄດ້ຊົມໃຊ້ໄຟຟ້າທຸກລະບົບ 79,454 ຄອບຄົວ ກວມເອົາ 92.75% - 5 - ຫລວງພະບາງ ມີຄອບຄົວໄດ້ຊົມໃຊ້ໄຟຟ້າທຸກລະບົບ 79,454 ຄອບຄົວ ກວມເອົາ 92.75%
ຫລວງພະບາງ ມີຄອບຄົວໄດ້ຊົມໃຊ້ໄຟຟ້າທຸກລະບົບ 79,454 ຄອບຄົວ ກວມເອົາ 92.75% - 3 - ຫລວງພະບາງ ມີຄອບຄົວໄດ້ຊົມໃຊ້ໄຟຟ້າທຸກລະບົບ 79,454 ຄອບຄົວ ກວມເອົາ 92.75%