ແຂວງອຸດົມໄຊ ອະນຸຍາດໂຄງການກ່ຽວກັບແຮ່ທາດທັງໝົດ 48 ບໍລິສັດ, 54 ກິດຈະການ ເນື້ອທີ່ 437 ກວ່າກິໂລຕາແມັດ

ແຂວງອຸດົມໄຊ ອະນຸຍາດໂຄງການກ່ຽວກັບແຮ່ທາດທັງໝົດ 48 ບໍລິສັດ, 54 ກິດຈະການ ເນື້ອທີ່ 437 ກວ່າກິໂລຕາແມັດ - 327960918 721986442792744 5277966270215270203 n - ແຂວງອຸດົມໄຊ ອະນຸຍາດໂຄງການກ່ຽວກັບແຮ່ທາດທັງໝົດ 48 ບໍລິສັດ, 54 ກິດຈະການ ເນື້ອທີ່ 437 ກວ່າກິໂລຕາແມັດ
ແຂວງອຸດົມໄຊ ອະນຸຍາດໂຄງການກ່ຽວກັບແຮ່ທາດທັງໝົດ 48 ບໍລິສັດ, 54 ກິດຈະການ ເນື້ອທີ່ 437 ກວ່າກິໂລຕາແມັດ - kitchen vibe - ແຂວງອຸດົມໄຊ ອະນຸຍາດໂຄງການກ່ຽວກັບແຮ່ທາດທັງໝົດ 48 ບໍລິສັດ, 54 ກິດຈະການ ເນື້ອທີ່ 437 ກວ່າກິໂລຕາແມັດ

ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ລາຍງານຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນ ແຂວງອຸດົມໄຊ ຊຸດທີ II ຈັດຂຶ້ນໃນລະຫວ່າງ ວັນທີ 14-15 ມັງກອນ 2025 ວ່າ: ປີ 2024 ຜ່ານມາ ແຂວງອຸດົມໄຊ ໄດ້ດໍາເນີນການປະເມີນໂຄງການດ້ານບໍ່ແຮ່ ຕາມ 7 ຫຼັກການຂອງການປະເມີນ. ຜົນການປະເມີນ ມີດັ່ງນີ້:

– ຂັ້ນສູນກາງອອກອະນຸຍາດ: ສາມາດປະເມີນໄດ້ເກດ A ຈໍານວນ 2 ບໍລິສັດ, B+ ຈໍານວນ 4 ບໍລິສັດ, B ຈໍານວນ 2 ບໍລິສັດ, C+ ຈໍານວນ 3 ບໍລິສັດ, C ຈໍານວນ 1 ບໍລິສັດ

ແຂວງອຸດົມໄຊ ອະນຸຍາດໂຄງການກ່ຽວກັບແຮ່ທາດທັງໝົດ 48 ບໍລິສັດ, 54 ກິດຈະການ ເນື້ອທີ່ 437 ກວ່າກິໂລຕາແມັດ - Visit Laos Visit SALANA BOUTIQUE HOTEL - ແຂວງອຸດົມໄຊ ອະນຸຍາດໂຄງການກ່ຽວກັບແຮ່ທາດທັງໝົດ 48 ບໍລິສັດ, 54 ກິດຈະການ ເນື້ອທີ່ 437 ກວ່າກິໂລຕາແມັດ
ແຂວງອຸດົມໄຊ ອະນຸຍາດໂຄງການກ່ຽວກັບແຮ່ທາດທັງໝົດ 48 ບໍລິສັດ, 54 ກິດຈະການ ເນື້ອທີ່ 437 ກວ່າກິໂລຕາແມັດ - Visit Laos Visit SALANA BOUTIQUE HOTEL - ແຂວງອຸດົມໄຊ ອະນຸຍາດໂຄງການກ່ຽວກັບແຮ່ທາດທັງໝົດ 48 ບໍລິສັດ, 54 ກິດຈະການ ເນື້ອທີ່ 437 ກວ່າກິໂລຕາແມັດ

– ຂັ້ນແຂວງອອກອະນຸຍາດ: ສາມາດປະເມີນໄດ້ ເກດ A+ ຈໍານວນ 1 ກິດຈະການ, A ຈຳນວນ 6 ກິດຈະ ການ, B+ ຈໍານວນ 4 ກິດຈະການ, B ຈໍານວນ 10 ກິດຈະການ, C+ ຈໍານວນ 2 ກິດຈະການ ແລະ C ຈໍານວນ 4 ກິດຈະການ ແລະ 2 ບໍລິສັດ.

ພ້ອມນີ້, ມີໂຄງການທົດລອງ ຈໍານວນ 2 ໂຄງການ ຄື: ໂຄງການຂຸດຄົ້ນ ແຮ່ຄໍາຕົກຂ້ອນ (ແບບທົດລອງ) ຢູ່ເຂດບ້ານຫ້ວຍແຊງຄໍາ ແລະ ບ້ານສຸກໄຊ, ເມືອງປາກແບງ ຂອງບໍລິສັດ ເອັນເຄບີ ກໍ່ສ້າງ ແລະ ຂົວ-ທາງ ຈຳກັດຜູ້ດຽວ, ມາຮອດປະຈຸບັນ ຈັດຕັ້ງປະຕິບັດສໍາເລັດແລ້ວສາມາດຂຸດຄົ້ນ-ປຸງແຕ່ງແຮ່ຄໍາໄດ້ 4,480.67 ກຣາມ ແລະ ຢູ່ໃນຂັ້ນຕອນການກະກຽມສົ່ງເນື້ອທີ່ຄືນ ແລະ ໂຄງການຂຸດຄົ້ນ ແຮ່ຄໍາຕົກຂ້ອນ (ແບບທົດລອງ) ຢູ່ເຂດບ້ານວັງວັນ, ເມືອງຫຼາ ຂອງບໍລິສັດຫົງຊິນ ແຮ່ທາດ ຈຳກັດຜູ້ດຽວ ດໍາເນີນການຂຸດຄົ້ນປົກກະຕິ ແລະໄດ້ແຮ່ຄໍາຈໍານວນ 741 ກຣາມ.

ໃນໄລຍະຜ່ານມາ ແຂວງອຸດົມໄຊ ໄດ້ເອົາໃຈໃສ່ຄຸ້ມຄອງການຂຸດຄົ້ນແຮ່ທາດພາຍໃນແຂວງຂອງຕົນຢ່າງເຂັ້ມງວດ, ເຊິ່ງປັດຈຸບັນໃນທົ່ວແຂວງ ມີບໍລິສັດທີ່ໄດ້ຮັບອະນຸຍາດຊອກຄົ້ນ-ສໍາຫຼວດ ແລະ ຂຸດຄົ້ນ-ປຸງແຕ່ງແຮ່ທາດທີ່ຂັ້ນສູນກາງ ແລະ ຂັ້ນແຂວງອະນຸຍາດທັງໝົດ 48 ບໍລິສັດ 54 ກິດຈະການ ລວມເນື້ອທີ່ທັງໝົດ 437.18 ກິໂລຕາແມັດ.

ນອກຈາກນີ້ ແມ່ນການຂຸດຄົ້ນຫີນຜາ ເຊິ່ງອົງການປົກຄອງແຂວງ ໄດ້ມີມາດຕະການຄຸ້ມຄອງ ແລະ ເອົາໃຈ ໃສ່ຕິດຕາມກວດກາການຈັດຕັ້ງປະຕິບັດ ແຕ່ລະໂຄງການຢ່າງໃກ້ຊິດ ໃນນີ້, ໄດ້ຈັດຕັ້ງປະຕິບັດຍຸດຕິການຂຸດຄົ້ນແຮ່ຄໍາຕົກຂອັນ ຕາມແຈ້ງການ ສະບັບເລກທີ 412/ຫສນຍ ແລະ ສະບັບເລກທີ 978/ຫສນຍ ຢ່າງເຂັ້ມງວດ.

ແຂວງອຸດົມໄຊ ອະນຸຍາດໂຄງການກ່ຽວກັບແຮ່ທາດທັງໝົດ 48 ບໍລິສັດ, 54 ກິດຈະການ ເນື້ອທີ່ 437 ກວ່າກິໂລຕາແມັດ - 3 - ແຂວງອຸດົມໄຊ ອະນຸຍາດໂຄງການກ່ຽວກັບແຮ່ທາດທັງໝົດ 48 ບໍລິສັດ, 54 ກິດຈະການ ເນື້ອທີ່ 437 ກວ່າກິໂລຕາແມັດ
ແຂວງອຸດົມໄຊ ອະນຸຍາດໂຄງການກ່ຽວກັບແຮ່ທາດທັງໝົດ 48 ບໍລິສັດ, 54 ກິດຈະການ ເນື້ອທີ່ 437 ກວ່າກິໂລຕາແມັດ - 4 - ແຂວງອຸດົມໄຊ ອະນຸຍາດໂຄງການກ່ຽວກັບແຮ່ທາດທັງໝົດ 48 ບໍລິສັດ, 54 ກິດຈະການ ເນື້ອທີ່ 437 ກວ່າກິໂລຕາແມັດ
ແຂວງອຸດົມໄຊ ອະນຸຍາດໂຄງການກ່ຽວກັບແຮ່ທາດທັງໝົດ 48 ບໍລິສັດ, 54 ກິດຈະການ ເນື້ອທີ່ 437 ກວ່າກິໂລຕາແມັດ - 5 - ແຂວງອຸດົມໄຊ ອະນຸຍາດໂຄງການກ່ຽວກັບແຮ່ທາດທັງໝົດ 48 ບໍລິສັດ, 54 ກິດຈະການ ເນື້ອທີ່ 437 ກວ່າກິໂລຕາແມັດ