ປະຊາກອນຈີນຫລຸດລົງເປັນປີທີ 3 ຕິດຕໍ່ກັນ ຍິ່ງເນັ້ນເຖິງສະພາບເກີດໜ້ອຍ-ຄົນເຖົ້າເພີ່ມ

ປະຊາກອນຈີນຫລຸດລົງເປັນປີທີ 3 ຕິດຕໍ່ກັນ ຍິ່ງເນັ້ນເຖິງສະພາບເກີດໜ້ອຍ-ຄົນເຖົ້າເພີ່ມ - 222 3 - ປະຊາກອນຈີນຫລຸດລົງເປັນປີທີ 3 ຕິດຕໍ່ກັນ ຍິ່ງເນັ້ນເຖິງສະພາບເກີດໜ້ອຍ-ຄົນເຖົ້າເພີ່ມ
ປະຊາກອນຈີນຫລຸດລົງເປັນປີທີ 3 ຕິດຕໍ່ກັນ ຍິ່ງເນັ້ນເຖິງສະພາບເກີດໜ້ອຍ-ຄົນເຖົ້າເພີ່ມ - kitchen vibe - ປະຊາກອນຈີນຫລຸດລົງເປັນປີທີ 3 ຕິດຕໍ່ກັນ ຍິ່ງເນັ້ນເຖິງສະພາບເກີດໜ້ອຍ-ຄົນເຖົ້າເພີ່ມ

       ຂໍ້ມູນຢ່າງເປັນທາງການຂອງຈີນເປີດເຜີຍວ່າ: ຈໍານວນປະຊາກອນຂອງປະເທດມີປະມານ 1,410 ລ້ານຄົນ ຫລຸດລົງຢ່າງຕໍ່ເນື່ອງເປັນປີທີ 3 ນັບແຕ່ປີ 2022 ທ່າມກາງທ່າອ່ຽງການເກີດຕໍ່າ ແລະ ຈໍານວນປະຊາກອນສູງອາຍຸເພີ່ມຂຶ້ນ.

      ສໍານັກງານສະຖິຕິແຫ່ງຊາດຈີນ (NBS) ລາຍງານຈໍານວນປະຊາກອນຂອງປະເທດມີປະມານ 1,408 ລ້ານຄົນ ໃນປີ 2024 ຫລຸດລົງຈາກ 1,410 ລ້ານຄົນ ໃນປີ 2023 ແລະ ຖືເປັນປີທີ 3 ຕິດຕໍ່ກັນ ຫລື ນັບແຕ່ປີ 2022 ເຊິ່ງປະຊາກອນຢູ່ຈີນຫລຸດຈໍານວນລົງ ແລະ ທ່າອ່ຽງຈະຍັງເປັນແບບນີ້ ທ່າມກາງອັດຕາການເກີດທີ່ຍັງຕໍ່າ ສວນທາງຈໍານວນປະຊາກອນສູງອາຍຸ.

ປະຊາກອນຈີນຫລຸດລົງເປັນປີທີ 3 ຕິດຕໍ່ກັນ ຍິ່ງເນັ້ນເຖິງສະພາບເກີດໜ້ອຍ-ຄົນເຖົ້າເພີ່ມ - Visit Laos Visit SALANA BOUTIQUE HOTEL - ປະຊາກອນຈີນຫລຸດລົງເປັນປີທີ 3 ຕິດຕໍ່ກັນ ຍິ່ງເນັ້ນເຖິງສະພາບເກີດໜ້ອຍ-ຄົນເຖົ້າເພີ່ມ
ປະຊາກອນຈີນຫລຸດລົງເປັນປີທີ 3 ຕິດຕໍ່ກັນ ຍິ່ງເນັ້ນເຖິງສະພາບເກີດໜ້ອຍ-ຄົນເຖົ້າເພີ່ມ - Visit Laos Visit SALANA BOUTIQUE HOTEL - ປະຊາກອນຈີນຫລຸດລົງເປັນປີທີ 3 ຕິດຕໍ່ກັນ ຍິ່ງເນັ້ນເຖິງສະພາບເກີດໜ້ອຍ-ຄົນເຖົ້າເພີ່ມ

       ທັງນີ້, ອັດຕາການເກີດຂອງຈີນມີພຽງ 6.77 ຕໍ່ປະຊາກອນ 1,000 ຄົນ ໃນປີຜ່ານມາ ຫລຸດລົງເລັກໜ້ອຍຈາກສະຖິຕິຂອງປີ 2023. ຂະນະທີ່ຈໍານວນປະຊາກອນສູງອາຍຸ ໝາຍເຖິງຜູ້ມີອາຍຸແຕ່ 60 ປີ ມີປະມານ 310.31 ລ້ານຄົນ ຫລື ເກືອບ 25% ຂອງປະຊາກອນທົ່ວປະເທດ ແລະ ເພີ່ມຂຶ້ນຈາກສະຖິຕິເກືອບ 297 ລ້ານຄົນ ໃນປີ 2023.

       ປັດຈຸບັນ, ອາຍຸຄາດສະເລ່ຍຂອງປະຊາກອນຢູ່ຈີນຢູ່ທີ່ 78.6 ປີ ແລະ ຈີນເຂົ້າສູ່ສັງຄົມຜູ້ສູງອາຍຸລະດັບປານກາງແລ້ວ ໂດຍມີການຄາດຄະເນວ່າ: ຈໍານວນປະຊາກອນອາຍຸ 60 ປີຂຶ້ນໄປ ຈະເພີ່ມເປັນຫລາຍກວ່າ 400 ລ້ານຄົນ ພາຍໃນປີ 2035 ຫລື ຫລາຍກວ່າ 30% ຂອງປະຊາກອນທົ່ວປະເທດ.

       ຢ້ອນກັບໄປໃນເດືອນກັນຍາ 2024 ສະພາປະຊາຊົນແຫ່ງຊາດຈີນ (NPC) ຮັບຮອງອາຍຸບໍານານຕາມກົດໝາຍສໍາລັບຜູ້ຊາຍ ຈະເພີ່ມຂຶ້ນແບບຄ່ອຍເປັນຄ່ອຍໄປ ຈາກ 60 ເປັນ 63 ປີ ໃນໄລຍະ 15 ປີ ເລີ່ມຕົ້ນວັນທີ 1 ມັງກອນຜ່ານມາ, ສ່ວນອາຍຸບໍານານຕາມກົດໝາຍສໍາລັບເຈົ້າໜ້າທີ່ຜູ້ຍິງ ແລະ ແຮງງານຜູ້ຍິງ ຈະເພີ່ມຂຶ້ນຈາກ 55 ເປັນ 58 ປີ ແລະ 50 ເປັນ 55 ປີ.

ປະຊາກອນຈີນຫລຸດລົງເປັນປີທີ 3 ຕິດຕໍ່ກັນ ຍິ່ງເນັ້ນເຖິງສະພາບເກີດໜ້ອຍ-ຄົນເຖົ້າເພີ່ມ - 3 - ປະຊາກອນຈີນຫລຸດລົງເປັນປີທີ 3 ຕິດຕໍ່ກັນ ຍິ່ງເນັ້ນເຖິງສະພາບເກີດໜ້ອຍ-ຄົນເຖົ້າເພີ່ມ
ປະຊາກອນຈີນຫລຸດລົງເປັນປີທີ 3 ຕິດຕໍ່ກັນ ຍິ່ງເນັ້ນເຖິງສະພາບເກີດໜ້ອຍ-ຄົນເຖົ້າເພີ່ມ - 4 - ປະຊາກອນຈີນຫລຸດລົງເປັນປີທີ 3 ຕິດຕໍ່ກັນ ຍິ່ງເນັ້ນເຖິງສະພາບເກີດໜ້ອຍ-ຄົນເຖົ້າເພີ່ມ
ປະຊາກອນຈີນຫລຸດລົງເປັນປີທີ 3 ຕິດຕໍ່ກັນ ຍິ່ງເນັ້ນເຖິງສະພາບເກີດໜ້ອຍ-ຄົນເຖົ້າເພີ່ມ - 5 - ປະຊາກອນຈີນຫລຸດລົງເປັນປີທີ 3 ຕິດຕໍ່ກັນ ຍິ່ງເນັ້ນເຖິງສະພາບເກີດໜ້ອຍ-ຄົນເຖົ້າເພີ່ມ