IMF ເພີ່ມການຄາດຄະເນເສດຖະກິດໂລກ ຊີ້ເຖິງຄວາມແຕກຕ່າງທີ່ເພີ່ມຂຶ້ນ

IMF ເພີ່ມການຄາດຄະເນເສດຖະກິດໂລກ ຊີ້ເຖິງຄວາມແຕກຕ່າງທີ່ເພີ່ມຂຶ້ນ - image1170x530cropped - IMF ເພີ່ມການຄາດຄະເນເສດຖະກິດໂລກ ຊີ້ເຖິງຄວາມແຕກຕ່າງທີ່ເພີ່ມຂຶ້ນ
IMF ເພີ່ມການຄາດຄະເນເສດຖະກິດໂລກ ຊີ້ເຖິງຄວາມແຕກຕ່າງທີ່ເພີ່ມຂຶ້ນ - kitchen vibe - IMF ເພີ່ມການຄາດຄະເນເສດຖະກິດໂລກ ຊີ້ເຖິງຄວາມແຕກຕ່າງທີ່ເພີ່ມຂຶ້ນ

       ກອງທຶນການເງິນສາກົນ (IMF) ຄາດຄະເນວ່າ: ການເຕີບໃຫຍ່ທາງເສດຖະກິດຂອງໂລກຈະເພີ່ມຂຶ້ນເລັກໜ້ອຍໃນປີນີ້, ແຕ່ຍັງຕໍ່າກວ່າຄ່າສະເລ່ຍໄລຍະກ່ອນການລະບາດໃຫຍ່ ໂດຍຊີ້ໃຫ້ເຫັນເຖິງຄວາມແຕກຕ່າງທາງເສດຖະກິດທີ່ເພີ່ມຂຶ້ນລະຫວ່າງອາເມລິກາກັບປະເທດໃນເອີຣົບ.

      IMF ລະບຸໃນລາຍງານທ່າອ່ຽງເສດຖະກິດໂລກວ່າ: ການເຕີບໃຫຍ່ທາງເສດຖະກິດຂອງໂລກຈະເຖິງລະດັບ 3.3% ໃນປີນີ້ ເຊິ່ງເພີ່ມຂຶ້ນ 0.1% ຈາກການຄາດຄະເນກ່ອນໜ້ານີ້ໃນເດືອນຕຸລາປີຜ່ານມາ ແລະ ຈະຄົງຢູ່ລະດັບ 3.3% ໃນປີ 2026.

IMF ເພີ່ມການຄາດຄະເນເສດຖະກິດໂລກ ຊີ້ເຖິງຄວາມແຕກຕ່າງທີ່ເພີ່ມຂຶ້ນ - Visit Laos Visit SALANA BOUTIQUE HOTEL - IMF ເພີ່ມການຄາດຄະເນເສດຖະກິດໂລກ ຊີ້ເຖິງຄວາມແຕກຕ່າງທີ່ເພີ່ມຂຶ້ນ
IMF ເພີ່ມການຄາດຄະເນເສດຖະກິດໂລກ ຊີ້ເຖິງຄວາມແຕກຕ່າງທີ່ເພີ່ມຂຶ້ນ - Visit Laos Visit SALANA BOUTIQUE HOTEL - IMF ເພີ່ມການຄາດຄະເນເສດຖະກິດໂລກ ຊີ້ເຖິງຄວາມແຕກຕ່າງທີ່ເພີ່ມຂຶ້ນ

      ທ່ານ ປິແອ-ໂອລິວິເຢ ກູຣິນຊາສ ຫົວໜ້ານັກເສດຖະສາດຂອງ IMF ກ່າວໃນການໃຫ້ສໍາພາດວ່າ: ການເຕີບໃຫຍ່ທາງເສດຖະກິດຢູ່ໃນລະດັບຄົງທີ່, ແຕ່ຍັງຕໍ່າກວ່າອັດຕາການເຕີບໃຫຍ່ທາງເສດຖະກິດທົ່ວໂລກໂດຍສະເລ່ຍ ໃນໄລຍະ 20 ປີທໍາອິດຂອງສະຕະວັດທີ 21 ເຊິ່ງຢູ່ລະດັບ 3.7%.

      ທັງນີ້, IMF ຄາດຄະເນວ່າ: ອັດຕາເງິນເຟີ້ທົ່ວໂລກຈະຊ້າລົງຢ່າງຕໍ່ເນື່ອງ ໂດຍຈະຢູ່ລະດັບ 4.2% ໃນປີນີ້ ແລະ ເຫລືອ 3.5% ໃນປີ 2026. ອີກທັງລາຄາສິນຄ້າໃນກຸ່ມປະເທດເສດຖະກິດພັດທະນາແລ້ວຈະຫລຸດລົງໄວກວ່າກຸ່ມປະເທດຕະຫລາດເກີດໃໝ່.

       “ໃນບັນດາປະເທດພັດທະນາແລ້ວ ພັດທະນາການທີ່ໜ້າສົນໃຈຄື ຄວາມແຂງແຮງ, ການຫົດຫືດ ແລະ ການເຕີບໃຫຍ່ຂອງເສດຖະກິດອາເມລິກາ” ທ່ານ ກູຣິນຊາສ ກ່າວ. ພ້ອມຊີ້ເຖິງການຕັດສິນໃຈຂອງ IMF ໃນການປັບເພີ່ມຄາດຄະເນການເຕີບໃຫຍ່ທາງເສດຖະກິດຂອງອາເມລິກາເປັນ 2.7% ໃນປີ 2025 ແລະ ຫລຸດເຫລືອ 2.1% ໃນປີໜ້າ.

      ເຖິງຢ່າງໃດກໍຕາມ, ຄວາມສ່ຽງອັນດັບໜຶ່ງຕໍ່ການຄາດຄະເນຂອງ IMF ຄືຄວາມບໍ່ແນ່ນອນຂອງນະໂຍບາຍໃນອາເມລິກາ ເນື່ອງຈາກກອງທຶນບໍ່ໄດ້ພິຈາລະນາເຖິງຂໍ້ສະເໜີນະໂຍບາຍຂອງທ່ານ ໂດນັລ ທຣໍາ ວ່າທີ່ປະທານາທິບໍດີອາເມລິກາ, ແຕ່ຄາດຄະເນການເຕີບໃຫຍ່ທາງເສດຖະກິດໂດຍຢຶດຕາມນະໂຍບາຍທີ່ມີຢູ່ຂອງອາເມລິກາແທນ.

      ພາບລວມທາງເສດຖະກິດຢູ່ອາເມລິກາ ແຕກຕ່າງຢ່າງສິ້ນເຊີງກັບກຸ່ມປະເທດໃນເອີຣົບ ເຊິ່ງ IMF ຄາດວ່າ: ການເຕີບໃຫຍ່ທາງເສດຖະກິດຈະເພີ່ມຂຶ້ນພຽງເລັກໜ້ອຍ ເປັນ 1% ໃນປີນີ້ ແລະ 1.4% ໃນປີໜ້າ ໂດຍລະບຸວ່າ: ຄວາມແຕກຕ່າງບາງສ່ວນເກີດຈາກໂຄງສ້າງ ໂດຍສະເພາະພາກສ່ວນເຕັກໂນໂລຊີ.

IMF ເພີ່ມການຄາດຄະເນເສດຖະກິດໂລກ ຊີ້ເຖິງຄວາມແຕກຕ່າງທີ່ເພີ່ມຂຶ້ນ - 3 - IMF ເພີ່ມການຄາດຄະເນເສດຖະກິດໂລກ ຊີ້ເຖິງຄວາມແຕກຕ່າງທີ່ເພີ່ມຂຶ້ນ
IMF ເພີ່ມການຄາດຄະເນເສດຖະກິດໂລກ ຊີ້ເຖິງຄວາມແຕກຕ່າງທີ່ເພີ່ມຂຶ້ນ - 5 - IMF ເພີ່ມການຄາດຄະເນເສດຖະກິດໂລກ ຊີ້ເຖິງຄວາມແຕກຕ່າງທີ່ເພີ່ມຂຶ້ນ
IMF ເພີ່ມການຄາດຄະເນເສດຖະກິດໂລກ ຊີ້ເຖິງຄວາມແຕກຕ່າງທີ່ເພີ່ມຂຶ້ນ - 4 - IMF ເພີ່ມການຄາດຄະເນເສດຖະກິດໂລກ ຊີ້ເຖິງຄວາມແຕກຕ່າງທີ່ເພີ່ມຂຶ້ນ