ປີທ່ອງທ່ຽວຕ້ອງຄົບເຄື່ອງດ້ວຍນ້ຳໃສໄຟສະຫວ່າງທາງດີ

ດັ່ງພວກເຮົາຮູ້ນຳກັນແລ້ວວ່າ, ປີ ທ່ອງທ່ຽວລາວ 2018 ກໍນັບມື້ ຍັບເຂົ້າມາທຸກຂະນະ. ຖ້າພວກເຮົາພ້ອມກັນຍົກເອົານິ້ວມື້ ຂຶ້ນມານັບແມ່ນຍັງອີກເດືອນກວ່າ ກໍຈະຮອດເດືອນ ມັງກອນຂອງ ປີ 2018. ເທົ່າທີ່ທິດກ່ຳໄດ້ຟັງ ແລະ ເຫັນໃນແຫລ່ງຂ່າວກໍມີ ຫລາຍເມືອງ, ຫລາຍແຂວງມີ ແຜນເຄື່ອນໄຫວ ແລະ ມີກິດຈະ ກຳຂອງຕົນຢ່າງລະອຽດເປັນຕົ້ນວ່າ: ນະຄອນຫລວງວຽງຈັນກໍ ໄດ້ຖືໂອກາດເອົາບຸນນະມັດສະການພະທາດຫລວງທີ່ຜ່ານມາ ນັ້ນເປັນໂອກາດເປີດປີທ່ອງທ່ຽວ. ແຂວງບໍລິຄຳໄຊ ກໍຖືເອົາບຸນພະບາດໂພນສັນ, ແຂວງ ຄຳມ່ວນກໍ ແມ່ນບຸນພະທາດສີໂຄດຕະບອງ, ແຂວງສະຫວັນນະເຂດກໍແມ່ນບຸນ ພະທາດອິງຮັງ, ແຂວງໄຊຍະບູລີ ກໍຈະຖືເອົາບຸນກອງເຂົ້າໃຫຍ່ຢູ່ ເມືອງພຽງເປັນໂອກາດເປີດປີ ທ່ອງທ່ຽວ. ນອກຈາກນັ້ນ, ກໍຍັງ ມີບັນດາເມືອງ ແລະ ແຂວງອື່ນໆ ໃຜກໍມີການກະກຽມ ແລະ ມີ ຄວາມພ້ອມເປັນການໃຫຍ່. ສະ ຫລຸບແລ້ວ, ກິດຈະກຳໃນການ ທ່ອງທ່ຽວສ່ວນ ໃຫຍ່ພວກເຮົາກໍ ໄດ້ຖືເອົາໂອກາດບຸນຕ່າງໆຕາມ ຮີດຄອງປະເພນີເປັນຕົວຫລັກ. ນອກຈາກກິດຈະການທຳບຸນ ແລ້ວ, ຫລາຍທ້ອງຖິ່ນກໍຍັງມີຮີດ ຄອງປະເພນີດ້ານອື່ນໆ ທີ່ຫລາກ ຫລາຍ, ມີສະຖາປັດຕະຍະກຳ ແລະ ແຫລ່ງທຳມະຊາດອັນສວຍ ສົດງົດງາມ ເຊິ່ງສິ່ງເຫລົ່ານີ້ລ້ວນ ແລ້ວແຕ່ເປັນແຫລ່ງຂຸມຊັບທີ່ຈະ ເຮັດໃຫ້ພວກເຮົາມີລາຍໄດ້ເປັນ ກອບເປັນກຳ. ຄາດວ່າໃນປີທ່ອງ ທ່ຽວປີນີ້ແຕ່ລະບ້ານ, ແຕ່ລະເມືອງ ແລະ ແຕ່ລະແຂວງໃຜກໍຫ້າວ ແລະ ມີຄວາມຄາດຫວັງທີ່ຈະເຮັດ ໃຫ້ຜູ້ປະກອບການຕ່າງໆ ທັງພາກ ລັດ ແລະ ເອກະຊົນພາກັນຖົງຕຶ່ງ. ແຕ່ອີກສິ່ງໜຶ່ງທີ່ທິດກ່ຳຍັງຄິດຄະ ນິງ ແລະ ໜັກໃຈນຳກໍແມ່ນເລື່ອງ ນ້ຳໃສ, ໄຟສະຫວ່າງກັບທາງດີ.
+ ເມືອງຈັນທະບູລີກຽມພ້ອມຮັກສາຄວາມສະຫງົບຮອບດ້ານໃນປີທ່ອງທ່ຽວລາວ 2018
+ ປີທ່ອງທ່ຽວລາວ 2018 ອັດຕະປືຈະຈັດບຸນນະມັດສະການພະເຈົ້າໄຊຍະເສດຖາທິລາດໃຫ້ຄຶກຄື້ນ
ເປັນຫຍັງຈຶ່ງວ່າແນວນັ້ນ? ເພາະ ໃນສາມປັດໄຈ ນີ້ມັນລ້ວນແລ້ວ ແຕ່ເປັນສິ່ງທີ່ເຮັດໃຫ້ນັກທ່ອງ ທ່ຽວພາກັນຕິດອົກຕິດໃຈຕໍ່ມົນ ສະເໜ່ແຫ່ງເມືອງລາວ. ຄຳວ່າ ນ້ຳໃສນັ້ນມັນກໍບໍ່ອື່ນໄກ, ມັນແມ່ນ ຄວາມເປັນອັດທະຍາໃສໄມຕີຈິດ ແບບຈິງຈັງຈິງໃຈຕໍ່ແຂກບ້ານ ແຂກເມືອງທີ່ໄດ້ເຂົ້າມາສຳພັດ ລາມໄປຮອດການນຸ່ງການຖືທີ່ ສະແດງໃຫ້ເຫັນເຖິງຄວາມເປັນ ເອກະລັກວັດທະນະທຳອັນດີງາມ ຂອງຊາດ, ລວມທັງການກິນ ການຢູ່ໄປພ້ອມ. ສ່ວນວ່າໄຟສະ ຫວ່າງນັ້ນກໍໝາຍເຖິງຍາມຄ່ຳ ຄືນມາເບິ່ງໄປຕາມເສັ້ນທາງ, ອາ ຄານສະຖານທີ່ຕະຫລອດເຮືອນ ຊານບ້ານຊ່ອງ ແລະ ຄຸ້ມບ້ານ, ວັດວາອາຮາມກໍມີແຕ່ຄວາມ ຮຸ່ງເຮືອງເຫລືອງເຫລື້ອມ, ມີລັດ ສະໝີສີສັນທີ່ຫລາກຫລາຍເບິ່ງ ໄປທາງໃດກໍຮຸ່ງແຈ້ງສະຫວ່າງ ສະໄຫວ, ໄປມາທາງໃດກໍມີແຕ່ ຄວາມສຸກ, ຄວາມອົບອຸ່ນປອດ ໄພ. ປັດໄຈອັນທີ່ສາມທີ່ວ່າທາງດີ ນັ້ນ, ມັນກໍ່ແມ່ນຖະໜົນຫົນທາງ ບ່ອນທີ່ຈະໄປຫລິ້ນໄປທ່ຽວໃນແຕ່ ລະບ່ອນແຕ່ລະທີ່ນັ້ນກໍໃຫ້ມັນສະ ດວກພໍໄປມາ. ບາງເສັ້ນທາງເຖິງ ວ່າບໍ່ທັນໄດ້ປູຢາງ, ເທເບຕົງກໍຂໍ ຢ່າໃຫ້ເປັນຂຸມຫລືມີຂີ້ຝຸ່ນໄງ້ກຸ້ມ ຈົນເກີນເຫດ.
ຕາມທິດກ່ຳວ່າ, ໃນສາມ ຢ່າງທີ່ໄດ້ຍົກມາຂ້າງເທິງນັ້ນມາ ຮອດປັດຈຸບັນສ່ວນໜຶ່ງເຮົາຍັງບໍ່ ທັນເຫັນພາບທີ່ເປັນຕົນເປັນໂຕ ຂຶ້ນມາຢ່າງຊັດແຈ້ງ. ເປັນຕົ້ນວ່າ ຢູ່ນະຄອນຫລວງ ວຽງຈັນເຮົາດຽວນີ້ມີບາງເສັ້ນທາງເວລາ ກາງຄືນມາກໍຍັງມືດຕຶບຢູ່. ແຖມຍັງເປັນຂຸມ, ມີຂີ້ຝຸ່ນ ແລະ ທັງຫຍ້າ ປົກຫຸ້ມອັນເປັນການສ້າງອຸປະ ສັກຕໍ່ນັກທ່ອງທ່ຽວ ແລະ ຄົນທຽວ ທາງໃນຍາມຄ່ຳຄືນ. ກົງກັນຂ້າມມັນພັດເປັນການສ້າງເງື່ອນໄຂ ໃຫ້ພວກຈອນຈັດ, ຈອບຫລອຍ ປຸ້ນຈີ້ຂອງກຸ່ມຄົນບໍ່ດີ ແລະ ພວກຕ້ອງໂທດ. ສະພາບຢູ່ຂົວຂ້າມນ້ຳ ໄຮເມືອງຄູນຄຳ, ແຂວງ ຄຳມ່ວນເຫັນເອົາທ່ອນເຫລັກໄປກັ້ນ ບໍ່ໃຫ້ລົດໃຫຍ່ ແລະ ລົດໜັກຜ່ານ ຍ້ອນສົ້ນຂົວຊຳລຸດ. ເສັ້ນທາງ ໄປຖ້ຳພະເມືອງທ່າແຂກ, ແຂວງ ຄຳມ່ວນບາງຈຸດລົດໃຫຍ່ ແລະ ລົດເກັງ ພື້ນຕ່ຳໄປບໍ່ໄດ້ເພາະທາງ ເພເປັນລຸບເປັນຂຸມເລິກ. ສ່ວນວ່າບ່ອນອື່ນໆຢູ່ເມືອງອື່ນ, ແຂວງ ອື່ນກໍອາດຈະເປັນຄືກັນ. ເມື່ອຕັ້ງ ໂຈດກັນວ່າຍັງອີກດົນປານໃດ ຈຶ່ງຈະພາກັນແກ້? ຄຳຕອບຢ່າງ ເປັນເອກະພາບກໍພາກັນວ່າຍັງລໍຖ້າງົບ. ຖ້າຕາມຖ້າລໍເດືອນນີ້ ໃສ່ເດືອນໜ້າສຸດທ້າຍມາກໍໝົດ ປີໝົດເດືອນປີທ່ອງທ່ຽວກໍບໍ່ສົມ ມາດແມ້ງພາກັນກະເປົາຫ່ຽວ ທັງເຕີ້ຍທັງເໜືອກກໍເປັນໄດ້.
ໂດຍ: ທິດກ່ຳ