ອີຣັກຊວນຕ່າງປະເທດ ມາປະມູນບໍ່ນ້ຳມັນ-ບໍ່ແກັສ

ລັດຖະບານອີຣັກເຊີນຊວນຕ່າງປະເທດເຂົ້າມາປະມູນສຳປະທານສຳຫລວດບໍ່ນ້ຳມັນ ແລະ ບໍ່ແກ້ສໃນແຫລ່ງໃໝ່ 9 ແຫ່ງ ຫວັງເພີ່ມປະສິດທິພາບການຜະລິດ.
ທ່ານ ບາຈາ ອັດລູໄອບີ ລັດຖະມົນຕີນ້ຳມັນອີຣັກ ຖະແຫລງຂ່າວຢູ່ນະຄອນຫລວງແບກແດດ ໃນວັນທີ 27 ພະຈິກວ່າ: ຂໍເຊີນຊວນບໍລິສັດຕ່າງປະເທດທຸກແຫ່ງມາຮ່ວມປະມູນສຳປະທານຮອບໃໝ່ ເພື່ອໃຊ້ປະໂຫຍດບໍ່ນ້ຳມັນ ແລະ ບໍ່ແກັສໃຫ້ໄດ້ຫລາຍທີ່ສຸດ. ແຫລ່ງນ້ຳມັນ ແລະ ແກັສໃໝ່ 5 ແຫ່ງຢູ່ໃກ້ຊາຍແດນຕິດກັບອີຣານ 3 ແຫ່ງ, ຢູ່ຕິດກັບກູເວດ ແລະ ອີກໜຶ່ງແຫ່ງຢູ່ໃນອ່າວອາຣັບ ຫລື ອ່າວເປີເຊຍ. ພື້ນທີ່ທັງ 9 ແຫ່ງນີ້ຖືກລະເລີຍ ເພາະຢູ່ໃນພື້ນທີ່ຂັດແຍ່ງລະຫວ່າງອີຣັກ ແລະ ປະເທດໃກ້ຄຽງຫລັງປີ 1980 ແລະ 1990. ທາງການສະຫລຸບເງື່ອນໄຂການປະມູນໃຫ້ສຳເລັດພາຍໃນເດືອນພຶດສະພາປີໜ້າ ແລະ ຈະເປີດການປະມູນໃນວັນທີ 21 ມິຖຸນາ. ການໃຫ້ສຳປະທານຈະນຳຂໍ້ຄິດເຫັນຂອງບໍລິສັດທີ່ເຂົ້າຮ່ວມປະມູນມາປະກອບການພິຈາລະນາ ແລະ ຈະແຕກຕ່າງຈາກການປະມູນຜ່ານມາ ທີ່ບໍ່ໄດ້ຄຳນຶງເຖິງເລື່ອງຄວາມປັ່ນປ່ວນຂອງລາຄານ້ຳມັນ.
ອີຣັກເປັນຜູ້ຜະລິດນ້ຳມັນອັນດັບສອງຂອງກຸ່ມປະເທດຜູ້ສົ່ງອອກນ້ຳມັນ (ໂອເປັກ) ຮອງຈາກອາຣັບບີ ຊາອຸດິດ, ລາຍຮັບຈາກການຄ້ານ້ຳມັນເປັນລາຍຮັບເກືອບທັງໝົດຂອງປະເທດ, ຄາດວ່າກຳລັງການຜະລິດຈະບັນລຸມື້ລະ 5 ລ້ານບາເຣລ ພາຍໃນປີນີ້ ຈາກປັດຈຸບັນມື້ລະ 4,8 ລ້ານບາເຣລ, ແຕ່ຜະລິດມື້ລະ 4,4 ລ້ານບາເຣລ ຕາມຂໍ້ຕົກລົງຂອງໂອເປັກເພື່ອຮັກສາລາຄານ້ຳມັນ.