ອາເມລິກາຍື່ນໃບລາອອກຕໍ່ອົງການອະນາໄມໂລກ ມີຜົນຢ່າງເປັນທາງການເດືອນມັງກອນ 2026

ອົງການອະນາໄມໂລກກ່າວວ່າ: ການລາອອກຂອງອາເມລິກາຈະມີຜົນຢ່າງເປັນທາງການໃນເດືອນມັງກອນ 2026.
ອົງການອະນາໄມໂລກ (WHO) ອອກຖະແຫລງການໃນວັນທີ 23 ມັງກອນວ່າ: ໄດ້ຮັບການແຈ້ງຢ່າງເປັນທາງການຈາກລັດຖະບານອາເມລິກາຂອງປະທານາທິບໍດີ ໂດນັລ ທຣໍາ ໃນວັນທີ 22 ມັງກອນ ກ່ຽວກັບການລາອອກຈາກການເປັນສະມາຊິກຂອງ WHO. ດັ່ງນັ້ນ ການລາອອກຈະມີຜົນຢ່າງເປັນທາງການໃນວັນທີ 22 ມັງກອນ 2026.
ທັງນີ້, ຂະບວນການພົ້ນສະພາບສະມາຊິກຈະໃຊ້ເວລາ 1 ປີ ນັບແຕ່ມື້ທີ່ປະທານາທິບໍດີ ເຊິ່ງເປັນສົງລາອອກແຈ້ງເລື່ອງໃຫ້ WHO ຢ່າງເປັນທາງການ ແລະ ລັດຖະບານວໍຊິງຕັນຕ້ອງຊໍາລະຄ່າໃຊ້ຈ່າຍຄົງຄ້າງທັງໝົດ ຕາມມະຕິຂອງສະພາຄອງເກຣດ ໃນປີ 1948.
ປັດຈຸບັນ, ອາເມລິກາເປັນປະເທດຜູ້ບໍລິຈາກລາຍໃຫຍ່ທີ່ສຸດຂອງ WHO ດ້ວຍອັດຕາປະມານ 18% ໂດຍງົບປະມານຂອງ WHO ສໍາລັບປີ 2024-2025 ຢູ່ປະມານ 6,800 ລ້ານໂດລາສະຫະລັດ.
ທ່ານ ທຣໍາ ກ່າວລະຫວ່າງການລົງນາມໃນຄໍາສັ່ງຝ່າຍບໍລິຫານກ່ຽວກັບເລື່ອງນີ້ ໃນວັນທີ 20 ມັງກອນວ່າ: WHO ຍັງເປັນພາລະ ແລະ ຮຽກຮ້ອງເງິນສະໜັບສະໜູນຈາກອາເມລິກາແບບບໍ່ເປັນທໍາ.
ຢ້ອນກັບໄປໃນປີ 2020 ທ່ານ ທຣໍາ ເຄີຍລົງນາມໃນຄໍາສັ່ງແບບດຽວກັນມາແລ້ວ ເຊິ່ງເປັນໄລຍະການແຜ່ລະບາດໃຫຍ່ຂອງພະຍາດໂຄວິດ-19 ໂດຍໃຫ້ເຫດຜົນວ່າ: WHO ຢູ່ພາຍໃຕ້ອິດທິພົນຂອງຈີນ. ເຖິງຢ່າງໃດກໍຕາມ, ຂະບວນການພົ້ນຈາກສະມາຊິກຕ້ອງໃຊ້ເວລາເຖິງ 1 ປີ ຈຶ່ງຈະມີຜົນຢ່າງເປັນທາງການ ເຮັດໃຫ້ຜູ້ນໍາອາເມລິກາທີ່ຮັບຕໍາແໜ່ງຕໍ່ຈາກທ່ານ ທຣໍາ ເວລານັ້ນ ຄືປະທານາທິບໍດີ ໂຈ ໄບເດນ ສາມາດໃຊ້ອໍານາດຍົກເລີກຄໍາສັ່ງດັ່ງກ່າວໄດ້.