ປະທານປະເທດລາວ ສົ່ງຈົດໝາຍອວຍພອນບຸນປີໃໝ່ປະຈໍາຊາດຫວຽດນາມ

ປະທານປະເທດລາວ ສົ່ງຈົດໝາຍອວຍພອນບຸນປີໃໝ່ປະຈໍາຊາດຫວຽດນາມ - 05f17360 7c77 47f7 93e1 9d596aae9591 1 - ປະທານປະເທດລາວ ສົ່ງຈົດໝາຍອວຍພອນບຸນປີໃໝ່ປະຈໍາຊາດຫວຽດນາມ
ປະທານປະເທດລາວ ສົ່ງຈົດໝາຍອວຍພອນບຸນປີໃໝ່ປະຈໍາຊາດຫວຽດນາມ - kitchen vibe - ປະທານປະເທດລາວ ສົ່ງຈົດໝາຍອວຍພອນບຸນປີໃໝ່ປະຈໍາຊາດຫວຽດນາມ

ວັນທີ 28 ມັງກອນ 2025 ນີ້ ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາ ຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ສົ່ງຈົດໝາຍອວຍພອນເຖິງ ສະຫາຍ ໂຕ ເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເນື່ອງໃນໂອກາດ ຕ້ອນຮັບບຸນປີໃໝ່ປະຈຳຊາດຫວຽດນາມ ປີມະເສັງ 2025 ເຊິ່ງເນື້ອໃນຂອງຈົດໝາຍອວຍ ພອນມີດັ່ງນີ້:

ຕາງໜ້າພັກ, ລັດ ແລະ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳອວຍພອນອັນປະເສີດ ທີ່ເຕັມໄປດ້ວຍໄມຕີ ຈິດມິດຕະພາບ ແລະ ຄວາມສາມັກຄີຮັກແພງ ອັນສະໜິດສະໜົມຖານສະຫາຍອ້າຍນ້ອງ ມາຍັງ ສະຫາຍ ແລະ ຜ່ານ ສະຫາຍໄປຍັງ ບັນດາສະຫາຍການນຳ ພັກ, ລັດ ແລະ ປະຊາຊົນຫວຽດ ນາມ ອ້າຍນ້ອງ ທຸກຖ້ວນໜ້າ.

ປະທານປະເທດລາວ ສົ່ງຈົດໝາຍອວຍພອນບຸນປີໃໝ່ປະຈໍາຊາດຫວຽດນາມ - Visit Laos Visit SALANA BOUTIQUE HOTEL - ປະທານປະເທດລາວ ສົ່ງຈົດໝາຍອວຍພອນບຸນປີໃໝ່ປະຈໍາຊາດຫວຽດນາມ
ປະທານປະເທດລາວ ສົ່ງຈົດໝາຍອວຍພອນບຸນປີໃໝ່ປະຈໍາຊາດຫວຽດນາມ - Visit Laos Visit SALANA BOUTIQUE HOTEL - ປະທານປະເທດລາວ ສົ່ງຈົດໝາຍອວຍພອນບຸນປີໃໝ່ປະຈໍາຊາດຫວຽດນາມ

ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ຕໍ່ບັນດາຜົນສໍາເລັດອັນໃຫຍ່ຫຼວງ, ຮອບດ້ານ ທີ່ປະຊາຊົນ ຫວຽດ ນາມ ອ້າຍນ້ອງ ຍາດມາໄດ້ໃນຕະຫຼອດໄລຍະທີ່ຜ່ານມາ ແລະ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນໍາພາອັນປີຊາສາມາດ ແລະ ສະຫຼາດສ່ອງໃສຂອງ ພັກກອມມູນິດຫວຽດນາມ ໂດຍມີ ສະຫາຍ ເປັນຜູ້ນໍາໜ້ານັ້ນ, ປະຊາຊົນຫວຽດນາມ ອ້າຍນ້ອງ ຈະສືບຕໍ່ຍາດໄດ້ຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດປ່ຽນແປງໃໝ່, ນຳພາປະເທດຊາດກ້າວຂຶ້ນຕາມຈຸດໝາຍທີ່ວາງໄວ້.

ຂ້າພະເຈົ້າ ຕີລາຄາສູງ ແລະ ຂໍຂອບໃຈຕໍ່ ສະຫາຍ ທີ່ໄດ້ເອົາໃຈໃສ່ຊີ້ນໍາຢ່າງເທດເຖິງຕໍການເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄິພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ມີບາດກ້າວບຸກທະລຸ, ພັດທະນາເຂົ້າ ສູ່ລວງເລິກ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.

ໃນບັນຍາກາດປີໃໝ່ຫວຽດນາມ, ຂ້າພະເຈົ້າ ຂໍອວຍພອນໃຫ້ ສະຫາຍ ແລະ ພັນລະຍາ ພ້ອມດ້ວຍຄອບຄົວ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນພາລະກິດອັນມີກຽດສູງສົ່ງຂອງສະຫາຍ, ອວຍພອນໃຫ້ ປະຊາຊົນ ຫວຽດນາມ ອ້າຍນ້ອງ ຕ້ອນຮັບປີໃໝ່ດ້ວຍຄວາມເບີກບານມ່ວນຊື່ນ, ມີຄວາມສົມບູນພູນສຸກ ແລະ ວັດທະນະຖາວອນ ຕະຫຼອດໄປ.

ປະທານປະເທດລາວ ສົ່ງຈົດໝາຍອວຍພອນບຸນປີໃໝ່ປະຈໍາຊາດຫວຽດນາມ - 3 - ປະທານປະເທດລາວ ສົ່ງຈົດໝາຍອວຍພອນບຸນປີໃໝ່ປະຈໍາຊາດຫວຽດນາມ
ປະທານປະເທດລາວ ສົ່ງຈົດໝາຍອວຍພອນບຸນປີໃໝ່ປະຈໍາຊາດຫວຽດນາມ - 5 - ປະທານປະເທດລາວ ສົ່ງຈົດໝາຍອວຍພອນບຸນປີໃໝ່ປະຈໍາຊາດຫວຽດນາມ
ປະທານປະເທດລາວ ສົ່ງຈົດໝາຍອວຍພອນບຸນປີໃໝ່ປະຈໍາຊາດຫວຽດນາມ - 4 - ປະທານປະເທດລາວ ສົ່ງຈົດໝາຍອວຍພອນບຸນປີໃໝ່ປະຈໍາຊາດຫວຽດນາມ