ເຈາະສຳຫລວດດິນຍຸບພົບດິນເປັນຊ່ອງຫວ່າງ (ຜົ້ງ) ສອງຈຸດ ຢູ່ລະດັບຄວາມເລິກ 78 ແລະ 61 ແມັດ

ສຳນັກຂ່າວແຂວງຄຳມ່ວນ ລາຍງານ ວັນທີ 28 ມັງກອນ 2025 ນີ້ວ່າ: ພະແນກພະລັງງານ ແລະ ບໍ່ແຮ່ ແຂວງຄໍາມ່ວນ ລາຍງານຄວາມຄືບໜ້າກ່ຽວກັບການຕິດຕາມກວດກາການຊີເຈາະເພື່ອສຶກສາໂຄງສ້າງທາງດ້ານທໍລະນີສາດບໍລິເວນເຂດທີ່ມີດິນຍຸບຕົວ ຢູ່ເຂດບ້ານປາກເປັ່ງ, ເມືອງທ່າແຂກ, ແຂວງຄໍາມ່ວນ ນອນໃນເຂດສຳປະທານໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ເກືອໂປຕາສ ໃນເນື້ອທີ່ 17,980 ເຮັກຕາ ຂອງບໍລິສັດ ຊີໂນ-ອາກຣີ ພັດທະນາບໍ່ແຮ່ ຈຳກັດ ຮອດວັນທີ 27 ມັງກອນ 2025 ມີດັ່ງນີ້ :
ຮູເຈາະທີ 1 ເຈາະສຳເລັດແລ້ວ: ມີຄວາມເລິກ 300 ແມັດ ໃນນັ້ນລະດັບຄວາມເລິກ 78.8 – 80.9 ແມັດ ແລະ ເລິກ 104.30 – 108.30 ແມັດ ພົບເຫັນຊ່ອງຫວ່າງ (ຜົ້ງ) ແລະ ໄດ້ອັດຖົມທັງໝົດ 230 ແມັດກ້ອນ ຫຼື ເທົ່າກັບ 345 ໂຕນ.
ຮູເຈາະທີ 2 ເຈາະສໍາເລັດແລ້ວ: ມີຄວາມເລິກ 350 ແມັດໃນນັ້ນລະດັບຄວາມເລິກ 61.1 – 64.3 ແມັດ ແລະ ເລິກ 80.9 – 83.4 ແມັດ ພົບເຫັນຊ່ອງຫວ່າງ (ຜົ້ງ) ແລະ ໄດ້ອັດຖົມທັງໝົດ 330 ແມັດກ້ອນ ຫຼື ເທົ່າກັບ 495 ໂຕນ;
ຮູເຈາະທີ 3 ເຈາະສຳເລັດແລ້ວ: ມີຄວາມເລິກ 500 ແມັດ ກັບ 45 ຊັງຕີແມັດ ຊັ້ນດິນສ່ວນໃຫຍ່ເປັນຊັ້ນດິນໜຽວ ແລະ ດິນຕົມ ຊັ້ນດິນມີລັກສະນະຜຸຜຸ່ຍ ໄດ້ອັດຖົມທັງໝົດ 662.90 ແມັດກ້ອນ ຫຼື ເທົ່າກັບ 995.35 ໂຕນ.
ໃນບາດກ້າວຕໍ່ໄປ ຂະແໜງການທີ່ກ່ຽວຂ້ອງຂອງລັດ ຈະຮ່ວມກັບບໍລິສັດ ເພື່ອດໍາເນີນການສຶກສາສໍາຫຼວດດ້ວຍວິທີສໍາຫຼວດທາງທໍລະນີຟີຊິກ (Seismic Reflection Survey) ແລະ ສ້າງແບບຈໍາລອງໂຄງສ້າງທາງດ້ານທໍລະນີສາດບໍລິເວນດັ່ງກ່າວ, ຊຶ່ງຄາດວ່າຈະເລີ່ມລົງມືໃນຕົ້ນເດືອນ ກຸມພາ 2025 ນີ້.
ທີ່ມາ: Khammouane News