ປາກິດສະຖານກໍານົດໂທດ ເຜີຍແຜ່ຂໍ້ມູນປອມອອນລາຍ ຖືກໂທດຕິດຄຸກສູງສຸດ 3 ປີ

ລັດຖະບານປາກິດສະຖານຜ່ານກົດໝາຍທີ່ກໍານົດໂທດຕິດຄຸກສູງສຸດ 3 ປີ ສໍາລັບການເຜີຍແຜ່ຂໍ້ມູນປອມທາງອອນລາຍ ເຊິ່ງກຸ່ມນັກຂ່າວກ່າວວ່າ: ການຕັດສິນໃຈດັ່ງກ່າວມີຈຸດໝາຍເພື່ອປາບປາມຜູ້ມີຄວາມເຫັນແຕກຕ່າງ.
ກົດໝາຍດັ່ງກ່າວມຸ້ງເປົ້າໃສ່ຜູ້ໃດທີ່ຕັ້ງໃຈເຜີຍແຜ່ຂໍ້ມູນທາງອອນລາຍ ເຊິ່ງມີເຫດຜົນໃຫ້ເຊື່ອວ່າເປັນຂໍ້ມູນປອມ ແລະ ອາດເຮັດໃຫ້ເກີດຄວາມຢ້ານກົວ, ຄວາມແຕກຕື່ນ, ຄວາມວຸ້ນວາຍ ແລະ ຄວາມບໍ່ສະຫງົບ.
ສະພາຜູ້ແທນລາຊະດອນປາກິດສະຖານ ຜ່ານກົດໝາຍສະບັບນີ້ຢ່າງຮີບດ່ວນໃນອາທິດຜ່ານມາ ກ່ອນວຸດທິສະພາປາກິດສະຖານ ລົງມະຕິຮັບຮອງກົດໝາຍໃນວັນທີ 28 ມັງກອນ ເຊິ່ງນັກຂ່າວຈໍານວນຫລາຍຍ່າງອອກຈາກຫ້ອງປະຊຸມເພື່ອປະທ້ວງ.
ທ່ານ ອາຊີບ ບາຊີ ຊໍດຣີ ນັກຂ່າວອາວຸໂສ ແລະ ສະມາຊິກຂອງສະຫະພາບນັກຂ່າວກາງແຫ່ງປາກິດສະຖານ (PFUJ) ກ່າວວ່າ: ລັດຖະບານອິດສະລາມາບັດໃຫ້ຄໍາໝັ້ນວ່າຈະປຶກສາຫາລືກັບນັກຂ່າວ, ແຕ່ພວກເຂົາພັດຖືກທໍລະຍົດ ແລະ ຖືກແທງທາງຫລັງ.
ເຖິງວ່າເຟສບຸກ, ຕິກຕ໊ອກ ແລະ ວັອດແອັບ ເປັນແພກຟອມສື່ສັງຄົມອອນລາຍທີ່ໄດ້ຮັບຄວາມນິຍົມສູງທີ່ສຸດຢູ່ປາກິດສະຖານ, ແຕ່ການຮູ້ເທົ່າທັນດິຈີຕອນໃນລະດັບຕໍ່າຂອງປະເທດ ເຮັດໃຫ້ຂໍ້ມູນປອມ, ທິດສະດີສົມຄົບຄິດ ແລະ ເຕັກໂນໂລຊີດິບເຟກ ແຜ່ຫລາຍຢ່າງກວ້າງຂວາງ.
ທ່ານ ໄຊເອັດ ຊິບລີ ຟາຣາ ວຸດທິສະມາຊິກ ແລະ ສະມາຊິກພັກເຕຣີກ-ອີ-ອິນຊາບ (PTI) ຂອງທ່ານ ອິມຣານ ຂ່ານ ອະດີດນາຍົກລັດຖະມົນຕີປາກິດສະຖານ ເອີ້ນກົດໝາຍສະບັບໃໝ່ວ່າ: “ບໍ່ເປັນປະຊາທິປະໄຕ” ແລະ ຈະເຮັດໃຫ້ກຸ່ມຜູ້ສະໜັບສະໜູນທາງການເມືອງຂອງພວກເຂົາ ຕົກເປັນເຫຍື່ອທາງການເມືອງ.