ອິດສະລາແອນກ່າວ ຮາມັດກຽມປ່ອຍ 8 ຕົວປະກັນ 30 ມັງກອນນີ້

ອິດສະລາແອນກ່າວ ຮາມັດກຽມປ່ອຍ 8 ຕົວປະກັນ 30 ມັງກອນນີ້ - 111 12 - ອິດສະລາແອນກ່າວ ຮາມັດກຽມປ່ອຍ 8 ຕົວປະກັນ 30 ມັງກອນນີ້
ອິດສະລາແອນກ່າວ ຮາມັດກຽມປ່ອຍ 8 ຕົວປະກັນ 30 ມັງກອນນີ້ - kitchen vibe - ອິດສະລາແອນກ່າວ ຮາມັດກຽມປ່ອຍ 8 ຕົວປະກັນ 30 ມັງກອນນີ້

       ສໍານັກນາຍົກລັດຖະມົນຕີອິດສະລາແອນເປີດເຜີຍວ່າ: ຕົວປະກັນຄົນໄທ 5 ຄົນ ພ້ອມຄົນອິດສະລາແອນ 3 ຄົນ ຢູ່ເຂດກາຊາ ຈະໄດ້ຮັບການປ່ອຍຕົວໃນວັນທີ 30 ມັງກອນ.

      ກ່ອນໜ້ານີ້ທາງການອິດສະລາແອນລະບຸວ່າ: ມີຕົວປະກັນຄົນໄທ 8 ຄົນ, ເນປານ 1 ຄົນ ແລະ ແທນຊານີ 1 ຄົນ ທີ່ຢູ່ໃນກາຊາ ໂດຍເຊື່ອວ່າຄົນໄທ 6 ຄົນຍັງມີຊີວິດຢູ່, ແຕ່ອີກ 2 ຄົນໄດ້ຮັບການຢືນຢັນວ່າເສຍຊີວິດແລ້ວ ເຊິ່ງທັງໝົດເປັນແຮງງານໃນຂະແໜງກະສິກໍາ.

ອິດສະລາແອນກ່າວ ຮາມັດກຽມປ່ອຍ 8 ຕົວປະກັນ 30 ມັງກອນນີ້ - Visit Laos Visit SALANA BOUTIQUE HOTEL - ອິດສະລາແອນກ່າວ ຮາມັດກຽມປ່ອຍ 8 ຕົວປະກັນ 30 ມັງກອນນີ້
ອິດສະລາແອນກ່າວ ຮາມັດກຽມປ່ອຍ 8 ຕົວປະກັນ 30 ມັງກອນນີ້ - Visit Laos Visit SALANA BOUTIQUE HOTEL - ອິດສະລາແອນກ່າວ ຮາມັດກຽມປ່ອຍ 8 ຕົວປະກັນ 30 ມັງກອນນີ້

      ທັງນີ້, ຄາດວ່າທາງການອິດສະລາແອນຈະປ່ອຍຕົວນັກໂທດຊາວປາແລັສຕິນ 110 ຄົນໃນວັນທີ 30 ມັງກອນນີ້ ເພື່ອເປັນການແລກປ່ຽນຕາມເງື່ອນໄຂຂໍ້ຕົກລົງຢຸດຍິງ ເຊິ່ງໃນຈໍານວນນີ້ລວມທັງນັກໂທດປາແລັສຕິນທີ່ຖືກຕັດສິນຕິດຄຸກຕະຫລອດຊີວິດ ແລະ ຜູ້ຍິງ ແລະ ເດັກນ້ອຍຢ່າງໜ້ອຍ 30 ຄົນ.

      ຂະນະທີ່ຕົວປະກັນທີ່ຈະໄດ້ຮັບການປ່ອຍຕົວໃນຄັ້ງນີ້ ອາດບໍ່ໄດ້ຮັບການປ່ອຍຕົວພ້ອມກັນທັງໝົດໃນເວລາ ແລະ ສະຖານທີ່ດຽວກັນ ເນື່ອງຈາກບາງຄົນຖືກກຸ່ມຮາມັດຈັບຕົວໄວ້, ແຕ່ບາງຄົນຖືກກຸ່ມຍິຮາດອິດສະລາມປາແລັສຕິນ (Palestinian Islamic Jihad) ຈັບຕົວໄວ້.

       ໂດຍຖ້າມີການປ່ອຍຕົວປະກັນຊຸດນີ້ເກີດຂຶ້ນ ຈະຖືເປັນຊຸດທີ 3 ນັບແຕ່ອິດສະລາແອນ ແລະ ກຸ່ມຮາມັດບັນລຸຂໍ້ຕົກລົງຢຸດຍິງຢູ່ເຂດກາຊາ ເຊິ່ງກ່ອນໜ້ານີ້ມີການປ່ອຍຕົວປະກັນຜູ້ຍິງຊາວອິດສະລາແອນອອກມາ 7 ຄົນ ເປັນພົນລະເຮືອນ 3 ຄົນ ແລະ ທະຫານ 4 ຄົນ.

ອ້າງອີງ:

ອິດສະລາແອນກ່າວ ຮາມັດກຽມປ່ອຍ 8 ຕົວປະກັນ 30 ມັງກອນນີ້ - 5 - ອິດສະລາແອນກ່າວ ຮາມັດກຽມປ່ອຍ 8 ຕົວປະກັນ 30 ມັງກອນນີ້
ອິດສະລາແອນກ່າວ ຮາມັດກຽມປ່ອຍ 8 ຕົວປະກັນ 30 ມັງກອນນີ້ - 4 - ອິດສະລາແອນກ່າວ ຮາມັດກຽມປ່ອຍ 8 ຕົວປະກັນ 30 ມັງກອນນີ້
ອິດສະລາແອນກ່າວ ຮາມັດກຽມປ່ອຍ 8 ຕົວປະກັນ 30 ມັງກອນນີ້ - 3 - ອິດສະລາແອນກ່າວ ຮາມັດກຽມປ່ອຍ 8 ຕົວປະກັນ 30 ມັງກອນນີ້