ຫລວງພະບາງຍົກລະດັບຄຸນນະພາບການບໍລິການທ່ອງທ່ຽວໃຫ້ພະນັກງານລັດ ແລະ ນັກທຸລະກິດ


ວັນທີ 28 ພະຈິກນີ້, ພະ ແນກຖະແຫຼງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ ແຂວງຫຼວງ ພະບາງ, ໄດ້ເປີດອົບຮົມຍົກ ລະດັບຄຸນນະພາບການບໍລິການ ທ່ອງທ່ຽວໃຫ້ແກ່ພະນັກງານ ຈາກພາກລັດ ແລະ ພາກທຸລະ ກິດ, ຂຶ້ນທີ່ແຂວງດັ່ງກ່າວ, ໂດຍ ການ ເປັນປະທານຂອງ ທ່ານ ນາງ ສຸດາພອນ ຄົມທະວົງ ຮອງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ, ມີບັນດາວິທິຍາກອນ ແລະ ສຳມະນາກອນຈາກ ພາກ ລັດ ແລະ ພາກທຸລະກິດອ້ອມ ຂ້າງແຂວງເຂົ້າຮ່ວມ.
+ ເຈົ້າແຂວງຫລວງພະບາງລົງຊີ້ນຳວຽກງານພັດທະນາຢູ່ເມືອງປາກແຊງ
+ ຮອງນາຍົກ ສອນໄຊ ສີພັນດອນ ເນັ້ນໃຫ້ກະກຽມເປີດປີທ່ອງທ່ຽວລາວ 2018 ໃຫ້ດີ
ທ່ານຮອງຫົວໜ້າ ພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຂວງ ມີຄຳເຫັນ ວ່າ: ໄລຍະຜ່ານມາ, ພະແນກຖະ ແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໄດ້ມີການ ຈັດຝຶກອົບ ຮົມຫຼາຍຄັ້ງ ແລະ ມີຫຼາຍຫົວ ຂໍ້ໂດຍເນັ້ນໃສ່ຜູ້ໃຫ້ການບໍລິ ການໂຮງແຮມ, ເຮືອນພັກ, ຮ້ານ ອາຫານ ແລະ ຜູ້ນຳທ່ຽວ. ການ ຈັດຝຶກອົບຮົມຄັ້ງນີ້ ຍັງເປັນການ ຍົກລະດັບ ຄວາມຮູ້ ແລະ ແນໃສ່ ຍົກຂີດຄວາມສາມາດ ໃຫ້ແກ່ ພະນັກງານຈາກພາກລັດ ແລະ ພາກທຸລະກິດໄດ້ຮັບຮູ້ ເຂົ້າໃຈ ຕໍ່ການບໍລິການຢູ່ສະຖານທີ່ ແຫຼ່ງ ທ່ອງທ່ຽວຕ່າງໆໄດ້ມີປະສິດ ທິພາບ ໂດຍສະເພາະແມ່ນການ ບໍລິການທີດີ, ການຮັບ ແຂກທີດີ, ການເປັນແມ່ບ້ານທີ່ດີກໍຄືການ ເປັນເຈົ້າພາບທີດີໃນການຕ້ອນ ຮັບແຂກພາຍໃນ ແລະ ຕ່າງປະ ເທດທີເຂົ້າຮ່ວມທ່ຽວຊົມ, ເພື່ອ ກະກຽມໃຫ້ແກ່ປີທ່ອງທ່ຽວ ລາວ 2018 ທີ່ຈະມາເຖິງນີ້ ໃຫ້ຮັບປະກັນຄຸນນະພາບໃນ ດ້ານການບໍລິການແນໃສ່ດຶງ ດູດນັກທ່ອງ ທ່ຽວເຂົ້າມາທ່ຽວ ສປປ ລາວ ກໍຄືແຂວງຫຼວງພະ ບາງນັບມື້ຫຼາຍຂຶ້ນ. ທ່ານຍັງ ໄດ້ຮຽກຮ້ອງໃຫ້ນັກສຳມະນາ ກອນຈົ່ງ ພ້ອມກັນເອົາໃຈໃສ່ ຄົ້ນຄວ້າ, ປະກອບຄຳຄິດຄຳ ເຫັນ ຊ່ວຍກັນເພື່ອເຮັດແນວ ໃດ ເຮັດ ໃຫ້ຊຸດຝຶກອົບຮົມຄັ້ງນີ້ມີ ຜົນສຳເລັດ ແລະ ນຳເອົາບົດ ຮຽນນຳໄປໜູນໃຊ້ເຂົ້າ ໃນວຽກ ງານຕົວຈິງຂອງຕົນໃຫ້ເກີດ ຜົນປະໂຫຍດສູງສຸດ.

