ນະຄອນຫລວງວຽງຈັນປ່ອຍນັກໂທດກ່ອນກຳນົດຫລາຍຄົນ

- 587 - ນະຄອນຫລວງວຽງຈັນປ່ອຍນັກໂທດກ່ອນກຳນົດຫລາຍຄົນ
- kitchen vibe - ນະຄອນຫລວງວຽງຈັນປ່ອຍນັກໂທດກ່ອນກຳນົດຫລາຍຄົນ

ໃນວັນທີ 29 ພະຈິກນີ້, ສານປະຊາຊົນນະຄອນຫລວງວຽງຈັນ, ໄດ້ຕັດສີນ ປ່ອຍຕົວ ນັກໂທດຢູ່ຄ້າຍດັດສ້າງຕ່າງໆ ກ່ອນກຳນົດຈໍານວນ 37 ຄົນ (ຍິງ 7 ຄົນ), ພາຍຫລັງນັກໂທດ ດັ່ງກ່າວມີຄວາມເອົາໃຈໃສ່ປະຕິບັດລະບຽບວິໄນຂອງຄ້າຍຄຸມ ຂັງຢ່າງເຄັ່ງຄັດ, ມີຄວາມກິນ ແໜງ ແຄງໃຈຕໍ່ການກະທໍາຜິດ ຂອງຕົນໃນຜ່ານມາ ແລະ ມີ ຄວາມດຸໝັ່ນຫ້າວ ຫັນອອກແຮງຜະລິດຜົນ ເພື່ອສ້າງຄຸນປະ ໂຫຍດໃຫ້ແກ່ຄ້າຍເປັນຢ່າງດີ ແລະ ຖືກປ່ອຍຕົວດັ່ງກ່າວ. ນັກ ໂທດທີ່ໄດ້ຮັບການປ່ອຍຕົວເທື່ອ ນີ້ສ່ວນໃຫຍ່ແມ່ນຕ້ອງໂທດໃນ ຄະດີຢາເສບຕິດ, ລັກຊັບພົນ ລະເມືອງ, ປຸ້ນຊັບພົນລະເມືອງ, ຂົ່ມຂືນກະທຳສຳເລົາ ແລະ ຄ້າ ໂສເພນີ.

 

- Visit Laos Visit SALANA BOUTIQUE HOTEL - ນະຄອນຫລວງວຽງຈັນປ່ອຍນັກໂທດກ່ອນກຳນົດຫລາຍຄົນ

+ ປກສ ເມືອງຈັນທະບູລີ ມອບລົດຄືນໃຫ້ເຈົ້າຂອງ

+ ສານປະຊາຊົນນະຄອນຫລວງຕັດສິນປ່ອຍຕົວນັກໂທດຫລາຍຄົນກ່ອນກຳນົດ

ໃນໂອກາດນີ້, ທ່ານ ຈຳປາ ພັນທະຈັກ ຮອງປະທານ ສານປະຊາຊົນຂັ້ນຕົ້ນນະຄອນຫລວງວຽງຈັນ, ໄດ້ກ່າວກັບ ນັກໂທດທີ່ໄດ້ຮັບການປ່ອຍ ຕົວຄັ້ງນີ້ວ່າ: ພາຍຫລັງກັບ ສູ່ຄອບຄົວ ກໍຄືສັງຄົມແລ້ວ, ຕ້ອງຕັ້ງໜ້າ ຝຶກຝົນຫລໍ່ຫລອມ ຕົນເອງໃຫ້ເປັນຄົນດີ, ປະກອບ ອາຊີບ ແລະ ທໍາມາຫາກິນ ດ້ວຍຄວາມສຸຈະລິດ, ເຄົາລົບ ລະບຽບກົດໝາຍ ແລະ ບໍ່ໃຫ້ ກັບໄປກະທໍາຜິດຕໍ່ລະບຽບກົດ ໝາຍບ້ານ ເມືອງອີກ.

 

- 4 - ນະຄອນຫລວງວຽງຈັນປ່ອຍນັກໂທດກ່ອນກຳນົດຫລາຍຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!