ໄຟຟ້າລາວຢໍ້າຄືນ ການສະໜອງໄຟຟ້າໃຫ້ທ່າຂີ້ເຫລັກແມ່ນເປັນໄປຕາມສັນຍາ ບໍ່ເກີນ 13 MW ແລະ ຈະບໍ່ສະໜອງໃຫ້ແກ່ແກ້ງຄໍເຊັນເຕີເດັດຂາດ

ວັນທີ 9 ກຸມພາ 2024 ນີ້ ລັດວິສາຫະກິດໄຟຟ້າລາວ ໄດ້ອອກແຈ້ງການ ເພີ່ມຕື່ມວ່າ: ເພື່ອຈັດຕັ້ງປະຕິບັດສັນຍາໃນການສະໜອງພະລັງງານໄຟຟ້າໃຫ້ກັບເມືອງທ່າຂີ້ເຫຼັກ ສ.ມຽນມາ ລັດວິສາຫະກິດໄຟຟ້າລາວ ໄດ້ປະສານສົມທົບຮ່ວມກັບ ບໍລິສັດເອກະຊົນທີ່ໄດ້ຮັບການອະນຸຍາດຈາກ ສ.ມຽນມາ ທີ່ເປັນຄູ່ຮ່ວມສັນຍາໃນການຊື້ຂາຍພະລັງງານໄຟຟ້າ ໄດ້ຮ່ວມກັນລົງເກັບກຳຂໍ້ມູນເບື້ອງຕົ້ນຂອງການຊົມໃຊ້ພະລັງງານໃນເຂດເມືອງທ່າຂີ້ເຫຼັກ ສ.ມຽນມາ.
ຜ່ານການລົງເກັບກຳຂໍ້ມູນເຫັນວ່າ ພາບລວມຂອງການສະໜອງພະລັງງານໄຟຟ້າໃຫ້ກັບເຂດດັ່ງກ່າວ ແມ່ນການສະໜອງພະລັງງານໄຟຟ້າດ້ວຍລະບົບແຮງດັນ 115kV ແລະ ແຈກຈ່າຍພະລັງງານໄຟຟ້າໃຫ້ສັງຄົມໃນເມືອງທ່າຂີ້ເຫຼັກໂດຍມີກຸ່ມຜູ້ຊົມໃຊ້ໄຟຟ້າແມ່ນປະຊາຊົນທີ່ອາໄສໃນເຂດດັ່ງກ່າວ , ພາກທຸລະກິດຂະໜາດນ້ອຍ, ອາຄານທີ່ເປັນລັດຖະການເທົ່ານັ້ນ ລວມທັງການບໍລິການສັງຄົມເຊັ່ນ: ໂຮງຮຽນ ແລະ ໂຮງໝໍ.
ໂດຍນັບຕັ້ງແຕ່ເວລາ 00:00 ໂມງ ຂອງວັນທີ 7/2/2025 ເປັນຕົ້ນມາທາງລັດລິສາຫະກິດໄຟຟ້າລາວໄດ້ອອກແຈ້ງການເຖິງ ບໍລິສັດເອກະຊົນທີ່ໄດ້ຮັບການຮັບອະນຸຍາດຈາກ ສ.ມຽນມາ ທີ່ເປັນຜູ້ຮັບພະລັງງານຈາກ ຟຟລ ແລະ ສະໜອງໃຫ້ກັບເມືອງທ່າຂີ້ເຫຼັກ ທາງ ຟຟລ ຈະສົ່ງພະລັງງານໄຟຟ້າໃຫ້ ແມ່ນບໍ່ໃຫ້ເກີນ 13 MW ໂດຍມີການສັງລວມກຳລັງຊົມໃຊ້ 4 ສາຍແຈກຄື:
• ສາຍແຈກທີ1 (Feeder1) ນຳໃຊ້ໃນເຂດອຸດສາຫະກຳສະໜາມບິນ, ກຸ່ມບ້ານຈຳນວນ 3 ບ້ານ ລວມກຳລັງຕິດຕັ້ງໝໍ້ແປງທັງໝົດ 57,790 kVA
• ສາຍແຈກທີ2 (Feeder2) ເປັນເຂດໄມຢາງ ນຳໃຊ້ໃນເຂດທະຫານແຂວງ, ກຸ່ມບ້ານຈຳນວນ 5 ບ້ານ ລວມກຳລັງຕິດຕັ້ງໝໍ້ແປງທັງໝົດ 63,420 kVA
• ສາຍແຈກທີ3 (Feeder3) ເປັນເຂດທາງເວັນລຽບເມືອງ ນຳໃຊ້ໃນເຂດທະຫານແຂວງ, ກຸ່ມບ້ານຈຳນວນ 5 ບ້ານ ລວມກຳລັງຕິດຕັ້ງໝໍ້ແປງທັງໝົດ 57,450 kVA.
• ສາຍແຈກທີ4 (Feeder4) ເປັນເຂດປະຕິບັດທຳວັດຄູບາບຸນຊຸມ, ກຸ່ມບ້ານຈຳນວນ 2 ລວມກຳລັງຕິດຕັ້ງໝໍ້ແປງທັງໝົດ 4,550 kVA; ລວມທັງ 4 ສາຍແຈກມີກຳລັງຕິດຕັ້ງໝໍ້ແປງທັງໝົດ 183,210 kVA
ສະນັ້ນ, ພວກເຮົາຂໍຢືນຢັນອີກເທື່ອໜຶ່ງວ່າລັດຖະບານລາວ ກໍຄືລັດວິສາຫະກິດໄຟຟ້າລາວ ຈະບໍ່ສົ່ງໄຟ ຫຼື ຂາຍໄຟໃຫ້ຜູ້ກະທຳຜິດກົດໝາຍໂດຍສະເພາະກຸ່ມແກ້ງ Call Center ຢ່າງເດັດຂາດ.