ນາຍົກລັດຖະມົນຕີ ເດີນທາງໄປເຂົ້າຮ່ວມກອງປະຊຸມ ສຸດຍອດລັດຖະບານທົ່ວໂລກ ປະຈໍາປີ 2025

ວັນທີ 10-12 ກຸມພາ 2025, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ເດີນທາງ ໄປເຂົ້າຮ່ວມກອງປະຊຸມສຸດຍອດລັດຖະບານທົ່ວໂລກ ປະຈໍາປີ 2025 (World Governments Summit 2025) ພາຍໃຕ້ຄໍາຂວັນ: “ຮູບແບບຂອງລັດຖະບານໃນອະນາຄົດ (Shaping Future Governments)” ທີ່ນະຄອນດູໄບ, ສະຫະນະຄອນ ເອເມຣັດ ອາຣັບ, ຕາມການເຊື້ອເຊີນຂອງ ສົມເດັດ ເຊັກ ໂມຮາມັດ ບິນ ລາຊິດ ອໍ ມາກຕຸມ ຮອງປະ ທານາທິບໍດີ, ນາຍົກລັດຖະມົນຕີ ແຫ່ງ ສະຫະນະຄອນ ເອເມເຣດ ອາຣັບ.
ສະຫະນະຄອນ ເອເມເຣດ ອາຣັບ ໄດ້ລິເລີ່ມສ້າງຕັ້ງກົນໄກກອງປະຊຸມດັ່ງກ່າວຂຶ້ນ ໃນປີ 2013 ເພື່ອສ້າງ ເປັນເວທີໃຫ້ແກ່ບັນດາຜູ້ນຳຂັ້ນສູງ ຫົວໜ້າລັດຖະບານຂອງປະເທດຕ່າງໆ, ອົງການຈັດຕັ້ງສາກົນ ແລະ ພາກທຸລະກິດ ເພື່ອປຶກສາຫາລື ກ່ຽວກັບການສົ່ງເສີມການຮ່ວມມືໃນຂົງເຂດຕ່າງໆ ເປັນຕົ້ນແມ່ນ ນະວັດຕະກຳເຕັກໂນໂລຊີ, ເສດຖະກິດ-ສັງຄົມ, ການບໍລິຫານລັດ, ການເງິນ, ການປ່ຽນແປງຂອງສະພາບດິນຟ້າອາກາດ, ສາທາລະນະສຸກ, ການພັດທະນາຊັບພະຍາກອນມະນຸດ ແລະ ບັນຫາສິ່ງທ້າທາຍອື່ນໆ ໃນທ່າມກາງສະພາບການສາກົນທີ່ປ່ຽນແປງໄປ ລວມທັງທິດທາງການຮ່ວມມືໃນອະນາຄົດ.
ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍ ຄະນະ ຈະໄດ້ນໍາພາພາກທຸລະກິດຂອງ ສປປ ລາວ ພົບປະກັບພາກທຸລະກິດ ຂອງສະຫະນະຄອນ ເອເມເຣດ ອາຣັບ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຊຸກຍູ້ການຮ່ວມມືໃນຂະແໜງການທີ່ສອງຝ່າຍມີທ່າແຮງ.
ທີ່ມາ: ໜັງສືພິມ ປະເທດລາວ