ຄະນະນຳກະຊວງແຮງງານມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ແຂວງ ຊຽງຂວາງ ແລະ ຫົວພັນ

- mo - ຄະນະນຳກະຊວງແຮງງານມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ແຂວງ ຊຽງຂວາງ ແລະ ຫົວພັນ
- kitchen vibe - ຄະນະນຳກະຊວງແຮງງານມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ແຂວງ ຊຽງຂວາງ ແລະ ຫົວພັນ

ເມື່ອບໍ່ດົນມານີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ນຳໂດຍທ່ານ ຄຳແກ້ວ ສານບຸນຄູນໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ ສັງຄົມ, ໄດ້ເດີນທາງໄປຢ້ຽມຢາມປະຊາຊົນຢູ່ 2 ແຂວງພາກເໜືອຄື: ຊຽງຂວາງ ແລະ ຫົວພັນ, ພ້ອມມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ປະຊາຊົນຈຳນວນໜຶ່ງປະກອບມີ: ເຂົ້າສານ, ເຄື່ອງໃຊ້ຄົວເຮືອນ ແລະ ອຸປະກອນສ້ອມແປງເຮືອນຊານ ລວມມູນຄ່າເກືອບ 90 ລ້ານກີບ, ພ້ອມນີ້ ຍັງໄດ້ມອບເງິນສົດ ຈຳນວນ 15 ລ້ານກີບ ໃຫ້ສູນເສຍອົງຄະ 11 ນາແທ່ນ, ເມືອງວຽງໄຊ ແຂວງຫົວພັນ, ສູນເສຍອົງຄະ 149 ຄັງໄຂ, ເມືອງແປກ ແລະ ສູນເສຍອົງຄະ 294 ລ່ອງໄກ່, ເມືອງຄຳ ແຂວງຊຽງຂວາງນຳອີກ.

ທ່ານຮອງລັດຖະມົນຕີ ກ່າວວ່າ: ການລົງຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫລືອ ບັນເທົາທຸກໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ ແມ່ນນະໂຍ ບາຍໜຶ່ງຂອງກະຊວງ ກໍຄືລັດຖະບານ, ຊຶ່ງເປັນວັດຖຸສິ່ງຂອງ ແລະ ເງິນສົດໄດ້ມາຈາກການປະກອບສ່ວນຂອງພາກລັດ, ເອກະຊົນ, ຫ້າງຮ້ານທຸລະກິດຕ່າງໆ ເພື່ອຊ່ວຍເຫລືອຜູ້ປະສົບໄພພິບັດຕ່າງໆ ໃຫ້ເຂົາເຈົ້າມີເງື່ອນໄຂຟື້ນຟູຊີວິດການເປັນຢູ່ຂອງຕົນດີຂຶ້ນ.

- Visit Laos Visit SALANA BOUTIQUE HOTEL - ຄະນະນຳກະຊວງແຮງງານມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ແຂວງ ຊຽງຂວາງ ແລະ ຫົວພັນ
- 5 - ຄະນະນຳກະຊວງແຮງງານມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ແຂວງ ຊຽງຂວາງ ແລະ ຫົວພັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!