ນາຍົກລັດຖະມົນຕີ ລາວ ພົບປະສອງຝ່າຍ ກັບ ນາຍົກລັດຖະມົນຕີ ກູເວດ

ນາຍົກລັດຖະມົນຕີ ລາວ ພົບປະສອງຝ່າຍ ກັບ ນາຍົກລັດຖະມົນຕີ ກູເວດ - 477578637 1099960405491598 3295340279792410024 n - ນາຍົກລັດຖະມົນຕີ ລາວ ພົບປະສອງຝ່າຍ ກັບ ນາຍົກລັດຖະມົນຕີ ກູເວດ
ນາຍົກລັດຖະມົນຕີ ລາວ ພົບປະສອງຝ່າຍ ກັບ ນາຍົກລັດຖະມົນຕີ ກູເວດ - kitchen vibe - ນາຍົກລັດຖະມົນຕີ ລາວ ພົບປະສອງຝ່າຍ ກັບ ນາຍົກລັດຖະມົນຕີ ກູເວດ

ວັນທີ 11 ກຸມພາ 2025, ທີ່ ນະຄອນດູໄບ, ສະຫະນະຄອນ ເອເມຣັດ ອາຣັບ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ພ້ອມດ້ວຍຄະນະ ໄດ້ພົບປະສອງຝ່າຍກັບ ສົມເດັດ ເຊກຄ໌ ອາເມັດ ອັບດຸນລາ ອາລ ອາເມັດ ອາລ ຊາບາສ, ນາຍົກລັດຖະມົນຕີ ແຫ່ງ ລັດກູເວດ ໃນໂອກາດ ທີ່ທ່ານ ໄດ້ນຳພາຄະນະຜູ້ແທນຂອງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມສຸດຍອດ ລັດຖະ ບານທົ່ວໂລກ ປະຈໍາປີ 2025 ແຕ່ວັນທີ 10 – 12 ກຸມພານີ້ (World Governments Summit 2025), ພາຍໃຕ້ຄໍາຂວັນ: “ຮູບແບບຂອງລັດຖະບານໃນອະນາຄົດ (Shaping Future Governments)”.

ແລະ ການພົບປະກັນຄັ້ງນີ້, ສອງຝ່າຍ ສະແດງຄວາມປິຕິຍິນດີທີ່ມີໂອ ກາດພົບກັນ ແລະ ຕິລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມືທີດີລະຫວ່າງສອງປະເທດ ລາວ ແລະ ລັດກູເວດ ທີ່ໄດ້ຮັບການພັດ ທະນາເປັນກ້າວໆ, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ສະແດງຄວາມຊົມເຊີຍອັນຈິງໃຈ ແລະ ອວຍພອນໄຊອັນປະເສີດມາຍັງ ສົມເດັດ ເຊກຄ໌ ອາເມັດ ອັບດຸນລາ ອາລ ອາເມັດ ອາລ ຊາບາສ ແລະ ປະຊາຊົນກູເວດ ທຸກທົ່ວຫນ້າ ເນື່ອງໃນໂອກາດວັນຊາດກູເວດ (National Day) ຄົບຮອບ 75 ປີ (25 ກຸມພາ 1950-25 ກຸມພາ 2025) ແລະ ວັນປະກາດເອກະລາດ (Liberation Day) ຄົບຮອບ 34 ປີ (26 ກຸມພາ 1991-26 ກຸມ ພາ 2025) ທີ່ຈະມາເຖິງນີ້.

ນາຍົກລັດຖະມົນຕີ ລາວ ພົບປະສອງຝ່າຍ ກັບ ນາຍົກລັດຖະມົນຕີ ກູເວດ - Visit Laos Visit SALANA BOUTIQUE HOTEL - ນາຍົກລັດຖະມົນຕີ ລາວ ພົບປະສອງຝ່າຍ ກັບ ນາຍົກລັດຖະມົນຕີ ກູເວດ
ນາຍົກລັດຖະມົນຕີ ລາວ ພົບປະສອງຝ່າຍ ກັບ ນາຍົກລັດຖະມົນຕີ ກູເວດ - Visit Laos Visit SALANA BOUTIQUE HOTEL - ນາຍົກລັດຖະມົນຕີ ລາວ ພົບປະສອງຝ່າຍ ກັບ ນາຍົກລັດຖະມົນຕີ ກູເວດ

ພ້ອມທັງໄດ້ ສະແດງຄວາມຍິນດີ ທີ່ເຫັນວ່າ ນັບແຕ່ ສປປ ລາວ ແລະ ລັດກູເວດ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນໃນວັນທີ 14 ກໍລະກົດ 2008 ເປັນຕົ້ນມາ, ລັດກູເວດ ໃຫ້ຄວາມສໍາຄັນໃນການເສີມຂະຫຍາຍສາຍພົວພັນຮ່ວມມືກັບ ສປປ ລາວ ດ້ວຍດີຕະຫລອດໄລຍະຫລາຍປີຜ່ານ ແລະ ປີນີ້ກໍພໍດີຄົບຮອບ 17 ປີ ໃນການສ້າງຕັ້ງສາຍພົວພັນການທູດນໍາກັນ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈ ຍັງລັດຖະບານ ແລະ ປະຊາຊົນ ກູເວດ ທີ່ໄດ້ໃຫ້ການຊ່ວຍເຫລືອ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະ ຂະແໜງການກະສິກຳ ແລະ ຂະແໜງພະລັງງານ ແລະ ສະເໜີຊຸກຍູ້ໃຫ້ ນັກທຸລະກິດ ຈາກລັດກູເວດ ເຂົ້າມາຊອກຮູ້ກາລະໂອກາດດ້ານການລົງທຶນຕ່າງໆ ທີ່ ສປປ ລາວ ເພາະມີທ່າແຮງຫລາຍດ້ານ ເຊັ່ນ: ດ້ານພະລັງງານສະອາດ, ອຸດສາຫະກໍາ, ກະສິກໍາ, ການບໍລິການ ແລະ ການທ່ອງທ່ຽວ ແລະ ອື່ນໆ.

ພ້ອມນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບການເລີ່ມຂະຫຍາຍ ການພົວພັນ ທາງດ້ານເສດຖະກິດ ແລະ ການສ້າງຕັ້ງກົນໄກປຶກສາຫາລື ແລະ ຮ່ວມມືດ້ານການຄ້າ-ການລົງທຶນ ແລະ ອື່ນໆລະຫວ່າງສອງປະເທດ.

ໃນໂອກາດນີ້, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຊື້ອເຊີນ ສົມເດັດ ເຊກຄ໌ ອາເມັດ ອັບດຸນລາ ອາລ ອາເມັດ ອາລ ຊາບາສ, ນາຍົກລັດຖະມົນຕີ ແຫ່ງ ລັດກູເວດ ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນໂອກາດທີ່ສະດວກ ແລະ ເໝາະສົມ.

ນາຍົກລັດຖະມົນຕີ ລາວ ພົບປະສອງຝ່າຍ ກັບ ນາຍົກລັດຖະມົນຕີ ກູເວດ - 3 - ນາຍົກລັດຖະມົນຕີ ລາວ ພົບປະສອງຝ່າຍ ກັບ ນາຍົກລັດຖະມົນຕີ ກູເວດ
ນາຍົກລັດຖະມົນຕີ ລາວ ພົບປະສອງຝ່າຍ ກັບ ນາຍົກລັດຖະມົນຕີ ກູເວດ - 4 - ນາຍົກລັດຖະມົນຕີ ລາວ ພົບປະສອງຝ່າຍ ກັບ ນາຍົກລັດຖະມົນຕີ ກູເວດ
ນາຍົກລັດຖະມົນຕີ ລາວ ພົບປະສອງຝ່າຍ ກັບ ນາຍົກລັດຖະມົນຕີ ກູເວດ - 5 - ນາຍົກລັດຖະມົນຕີ ລາວ ພົບປະສອງຝ່າຍ ກັບ ນາຍົກລັດຖະມົນຕີ ກູເວດ