ຫ້ອງການ ຖວທ ນະຄອນຫລວງວຽງພະບາງແຈ້ງການໃຫ້ຊ່າງພາບເຮັດໃບອະນຸຍາດກ່ອນຖ່າຍພາບ
February 13, 2025 - 5:14 PM

ວັນທີ 12 ກຸມພາ 2025 ຫ້ອງການ ຖວທ ນະຄອນຫລວງພະບາງ ອອກແຈ້ງການ ເຖິງບັນດາທ່ານຜູ້ປະກອບການຮ້ານຖ່າຍຮູບ, ຖ່າຍຮູບເຄື່ອນທີ່, ຊ່າງຖ່າຍຮູບອິດສະຫຼະ ອອກໃບອະນຸຍາດໃຫມ່ ຫຼື ສືບຕໍ່ ກ່ຽວກັບການດໍາເນີນທຸລະກິດຖ່າຍຮູບ ປະຈໍາປີ 2025 ລາຍລະອຽດມີດັ່ງນີ້:
- ໃຫ້ທ່ານຜູ້ປະກອບການຮ້ານຖ່າຍຮູບ, ຖ່າຍຮູບເຄື່ອນທີ່ຢູ່ຕາມແຫຼ່ງທ່ອງທ່ຽວ, ຊ່າງຖ່າຍຮູບອິດສະຫຼະ ທີ່ເຄື່ອນໄຫວຢູ່ພາຍໃນນະຄອນຫຼວງພະບາງ ແຕ່ຍັງບໍ່ທັນມີໃບອະນຸຍາດດໍາເນີນທຸລະກິດ ໃຫ້ເຂົ້າມາພົວພັນປະກອບເອກະ ສານ ເພື່ອຂໍອະນຸຍາດດໍາເນີນທຸລະກິດ ແລະ ເຄື່ອນໄຫວຖ່າຍຮູບ ນໍາຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງພະບາງ ໃຫ້ຖືກຕ້ອງຕາມລະບຽບກົດໝາຍທີ່ວາງອອກ.
- ສໍາລັບບັນດາທ່ານຜູ້ປະກອບການ, ຫົວຫນ່ວຍທຸລະກິດ-ເຈົ້າຂອງຮ້ານ ທີ່ໄດ້ຮັບອະນຸຍາດໃນປີຜ່ານມາ ໃຫ້ເຂົ້າມາ ພົວພັນເອົາໃບອະນຸຍາດສືບຕໍ່ດໍາເນີນທຸລະກິດ ປະຈໍາປີ 2025. ໃນໂມງລັດຖະການ.
- ຜູ້ປະກອບການຮ້ານຖ່າຍຮູບ, ຖ່າຍຮູບເຄື່ອນທີ່, ຊ່າງຖ່າຍຮູບອິດສະຫຼະ ທີ່ບໍ່ປະຕິບັດຕາມແຈ້ງການສະບັບນີ້, ບໍ່ມີບັດຜູ້ປະກອບການຖ່າຍຮູບ ແມ່ນຈະບໍ່ອະນຸຍາດໃຫ້ນໍາພາລູກຄ້າເຂົ້າຖ່າຍຮູບຕາມແຫຼ່ງທ່ອງທ່ຽວ ເຊັ່ນ: ວັດຊຽງທອງ, ວັດໃໝ່, ວັດວິຊຸນ, ຫໍພິພິດທະພັນ ແລະ ອື່ນໆ ຖ້າລະເມີດແມ່ນຈະຖືກປັບໃໝຕາມລະບຽບການ ໂດຍມອບໃຫ້ບ້ານເປັນເຈົ້າການໃນການຕິດຕາມຊ່ວຍ. ເລີ່ມແຕ່ວັນທີ 1 ມີນາ 2025 ເປັນຕົ້ນໄປ.
ດັ່ງນັ້ນ, ຈຶ່ງອອກແຈ້ງການສະບັບນີ້ມາຍັງທ່ານເພື່ອຊາບ ແລະ ຂໍການຮ່ວມມືໃນການຈັດຕັ້ງປະຕິບັດໃຫ້ ທັນຕາມກໍານົດເວລາດ້ວຍ.
- ຜູ້ປະສານງານ; 020 56447474, 02098444443.