ຈະຈັດງານສັບປະດາດີຈີຕອນປະຈຳປີ 2025 ໃນວັນທີ 2-6 ເມສາ

ຈະຈັດງານສັບປະດາດີຈີຕອນປະຈຳປີ 2025 ໃນວັນທີ 2-6 ເມສາ - 480240178 934059778708607 4381905993875541837 n - ຈະຈັດງານສັບປະດາດີຈີຕອນປະຈຳປີ 2025 ໃນວັນທີ 2-6 ເມສາ
ຈະຈັດງານສັບປະດາດີຈີຕອນປະຈຳປີ 2025 ໃນວັນທີ 2-6 ເມສາ - kitchen vibe - ຈະຈັດງານສັບປະດາດີຈີຕອນປະຈຳປີ 2025 ໃນວັນທີ 2-6 ເມສາ

ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຖະແຫລງຕໍ່ສື່ມວນຊົນ ໃນວັນທີ 14 ກຸມພານີ້ວ່າ: ຈະຈັດງານສັບປະດາດີຈີຕອນ (Lao Digital Week) ປະຈຳປີ 2025 ໃນລະຫວ່າງວັນທີ 2-6 ເມສາ 2025, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ພາຍໃຕ້ຄໍາຂວັນ “ພັດທະນາພື້ນຖານໂຄງລ່າງດີຈີຕອນ ຂອງ ສປປລາວ ໃຫ້ເຂັ້ມແຂງ ແລະ ຍືນຍົງ, Building Resillience and SustainableDigital Infrastructure for Lao PDR”. ຈຸດປະສົງຂອງການຈັດງານຄັ້ງນີ້ ເພື່ອໂຄສະນາເຜີຍແຜ່ ແລະ ສ້າງຈິດສໍານຶກໃຫ້ທົ່ວສັງຄົມມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບການຫັນເປັນອຸດສະຫະກໍາທັນສະໄໝ ແລະ ພັດທະນາເສດຖະກິດແລະ ສັງຄົມ ດີຈີຕ໋ອນ ຂອງ ສປປລາວ, ເປັນການຊຸກຍູ້ສົ່ງເສີມການນໍາໃຊ້ເຕັກໂນໂລຊີນະວັດຕະກຳ,ທາງດ້ານເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ,ໂທລະຄົມມະນາຄົມແລະດີຈີຕອນທີ່ທັນສະໄໝເຂົ້າໃນທຸກຂະແໜງການພັດທະນາເສດຖະກິດ-ສັງຄົມແຕ່ສູນກາງລົງຮອດທ້ອງຖິ່ນ, ຊຸກຍູ້ຂະບວນການຜະລິດສິນຄ້າ, ການບໍລິການໃຫ້ກາຍເປັນຜະລິດຕະພັນທີ່ມີຄວາມຫລາກຫລາຍສ້າງມູນຄ່າເພີ່ມ,ສາມາດແຂ່ງຂັນໃນຕະຫລາດພາຍໃນແລະຕ່າງປະເທດ.

ນອກຈາກນີ້, ຍັງເປັນການຄັດເລືອກເອົາຜະລິດຕະພັນໄອຊີທີ ແລະ ດີຈີຕ໋ອນ ຂອງ ສປປ ລາວ ເຂົ້າຮ່ວມ ແຂ່ງຂັນໃນລະດັບເວທີອາຊຽນ ແລະ ສາກົນ. ເປັນຕົ້ນ ແມ່ນງານແຂ່ງຂັນ ASEAN ICTAward 2025 ແລະ ປະກອບສ່ວນເຂົ້າໃນການຈັດ ຕັ້ງຜັນຂະຫຍາຍແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ແລະ ແຜນພັດທະນາເສດຖະກິດ ດີຈິຕອນ ກໍ່ຄື ຍຸດທະສາດການພັດທະນາ ເສດຖະກິດ ດິຈີຕອນ ໃຫ້ປະກົດຜົນເປັນຈິງ.

ຈະຈັດງານສັບປະດາດີຈີຕອນປະຈຳປີ 2025 ໃນວັນທີ 2-6 ເມສາ - Visit Laos Visit SALANA BOUTIQUE HOTEL - ຈະຈັດງານສັບປະດາດີຈີຕອນປະຈຳປີ 2025 ໃນວັນທີ 2-6 ເມສາ
ຈະຈັດງານສັບປະດາດີຈີຕອນປະຈຳປີ 2025 ໃນວັນທີ 2-6 ເມສາ - Visit Laos Visit SALANA BOUTIQUE HOTEL - ຈະຈັດງານສັບປະດາດີຈີຕອນປະຈຳປີ 2025 ໃນວັນທີ 2-6 ເມສາ

ງານສັບປະດາດີຈີຕອນຄັ້ງນີ້ ຈະຈັດຂຶ້ນເປັນຄັ້ງທີ 3 ຢູ່ ສປປ ລາວ, ເຊິ່ງເປັນງານມະຫະກຳເຕັກໂນໂລຊີ ໄອຊີທີ ແລະ ດີຈີຕອນ ທີ່ຈະປະກອບມີຫລາຍກິດຈະກໍາ ເຊັ່ນ: ກອງປະຊຸມລະດັບສູງ (High-Level Forum) ທີ່ໄດ້ເຊີນບັນດາການນໍາຂອງແຕ່ລະກະຊວງ ເພື່ອເຂົ້າຮ່ວມແລກປ່ຽນບົດຮຽນໃນການຫັນແຕ່ລະຂະແໜງການເປັນທັນສະໄໝ ແລະ ເພື່ອປືກສາຫາລື ແນວທາງການເຊື່ອມໂຍງ ແລະ ການເຮັດວຽກຮ່ວມກັນ ເພື່ອສ້າງລະບົບທັນສະໄໝຂອງແຕ່ລະຂະແໜງການ, ສ້າງສະພາບແວດລ້ອມໃນການອໍານວຍຄວາມສະດວກໃຫ້ປະຊາຊົນ ແລະ ຜູ້ປະກອບການ.

ຈະມີກອງປະຊຸມສຳມະນາກ່ຽວກັບ ການຫັນເປັນລັດຖະບານດີຈີຕອນ, ການນໍາໃຊ້ເຕັກໂນໂລຊີ ເຂົ້າໃນການສ້າງເສດຖະກິດດີຈີຕອນ, ສໍາມະນາອຸສາຫະກໍາ 4.0 ແລະ ເຕັກໂນໂລຊີອັດສະລິຍະ, ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain), ຖານຂໍ້ມູນຂະໜາດໃຫຍ່ (Big Data), ການປະມວນຜົນຜ່ານລະບົບຄລາວ (Cloud Computing), ປັນຍາປະດິດ (AI), ອິນເຕີເນັດຊັບພະສິ່ງ (IoT), ການພັດທະນາຊັບພະຍາກອນມະນຸດເພື່ອຮອງຮັບຕະຫລາດແຮງງານໃນຍຸກດີຈີຕອນ ແລະ ອື່ນໆ.ນອກຈາກນີ້, ຈະມີງານວາງສະແດງ ແລະ ການສາທິດ ຜົນສໍາເລັດເຕັກໂນໂລຊີຂໍ້ມູນຂ່າວສານ, ໂທລະຄົມມະນາຄົມ, ການສື່ສານແລະນະວັດຕະກຳທີ່ເປັນຜົນງານການຄົ້ນຄ້ວາແລະປະດິດສ້າງຂອງທຸລະກິດ startup ຈາກພາຍໃນ ແລະ ຕ່າງປະເທດຈຳນວນ 100 ກວ່າຮ້ານວາງສະແດງ (booth). ລວມເຖິງມີເວທີການພົບປະ (Networking), ສົນທະນາປຶກສາຫາລືແລະແລກປ່ຽນຄໍາເຫັນກ່ຽວກັບການຄົ້ນຄວ້າແລະການລົງທຶນທາງດ້ານເຕັກໂນໂລຊີແລະການສື່ສານລະຫວ່າງພາກລັດ, ເອກະຊົນ, ສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ, ນັກພັດທະນາ, ນັກຊ່ຽວຊານ, ແລະຜູ້ປະກອບການທັງພາຍໃນແລະຕ່າງປະເທດ.

ທີ່ມາ: ຂ່າວສານ ເຕັກໂນໂລຊີ ແລະ ການສື່ສານ

ຈະຈັດງານສັບປະດາດີຈີຕອນປະຈຳປີ 2025 ໃນວັນທີ 2-6 ເມສາ - 3 - ຈະຈັດງານສັບປະດາດີຈີຕອນປະຈຳປີ 2025 ໃນວັນທີ 2-6 ເມສາ
ຈະຈັດງານສັບປະດາດີຈີຕອນປະຈຳປີ 2025 ໃນວັນທີ 2-6 ເມສາ - 5 - ຈະຈັດງານສັບປະດາດີຈີຕອນປະຈຳປີ 2025 ໃນວັນທີ 2-6 ເມສາ
ຈະຈັດງານສັບປະດາດີຈີຕອນປະຈຳປີ 2025 ໃນວັນທີ 2-6 ເມສາ - 4 - ຈະຈັດງານສັບປະດາດີຈີຕອນປະຈຳປີ 2025 ໃນວັນທີ 2-6 ເມສາ