ໄຂ້ຫວັດໃຫຍ່ລະບາດໜັກໃນໄທ ເຈັບສະສົມ 89,000 ຄົນ ເສຍຊີວິດແລ້ວ 4 ຄົນ

ສື່ຂ່າວ TNN ປະເທດໄທລາຍງານວັນທີ 11 ກຸມພາ 2025 ທ່ານໝໍ ພານຸມາດ ຢານນະເວດສະກຸນອະທິບໍດີກົມຄວບຄຸມໂຣກ ກະຊວງສາທາລະນະສຸກປະເທດໄທ ອອກມາເຕືອນ ໄຂ້ຫວັດໃຫຍ່ລະບາດໜັກທົ່ວໄທ ນັບແຕ່ວັນທີ 1 ມັງກອນ – 10 ກຸມພາ ມີຄົນເຈັບຫລາຍກວ່າ 89,000 ຄົນ ແລະ ມີຜູ້ເສຍຊີວິດແລ້ວ 4 ຄົນ ໃນນັ້ນສ່ວນໃຫຍ່ແມ່ນກຸ່ມອາຍຸ 5-9 ປີ ຮອງລົງມາແມ່ນກຸ່ມອາຍຸ 0-4 ປີ ແລະ ກຸ່ມອາຍຸ 10-14 ປີ ຕາມລໍາດັບ.
ຕາມການລາຍງານໃຫ້ຮູ້ວ່າ: ໄຂ້ຫວັດໃຫຍ່ທີ່ພົບໄດ້ຫລາຍທີ່ສຸດແມ່ນ ສາຍພັນ A ທີ່ມີການແຜ່ລະບາດເປັນປະຈໍາ ແລະ ບໍ່ມີການກາຍພັນແຕ່ຢ່າງໃດ ເຊິ່ງເມື່ອທຽບໃສ່ປີ 2024 ທີ່ມີຜູ້ຕິດເຊື້ອປະມານ 660,000 ຄົນ ແລະ ມີຜູ້ເສຍຊີວິດ 47 ຄົນ: ເຊິ່ງຖືວ່າສະຖານະການໃນປັດຈຸບັນນີ້ຍັງບໍ່ໜ້າກັງວົນ.
ພ້ອມດຽວກັນນັ້ນ ທ່ານ ພານຸມາດ ຢັນນະເວດສະກຸນ ຍັງໄດ້ເນັ້ນເຕີ່ມວ່າ: ເພື່ອຄວາມປອດໄພສໍາລັບຄົນໄທ ທີ່ຈະເດີນທາງໄປຕ່າງປະເທດເຊັ່ນ ປະເທດຍີ່ປຸ່ນ ທີ່ກໍາລັງມີການລະບາດຂອງພະຍາດໄຂ້ຫວັດໃຫຍ່ສາຍພັນ A ອາດຈະຕ້ອງພິຈາລະນາໃຫ້ສັກວັກຊີນປ້ອງກັນໄຂ້ຫວັດໃຫຍ່ກ່ອນເດີນທາງ ໂດຍສະເພາະກຸ່ມສ່ຽງ ເປັນຕົ້ນແມ່ນ ຜູ້ສູງອາຍຸ, ເດັກນ້ອຍ, ຄົນທີ່ມີພະຍາດຊໍາເຮື້ອ, ຄົນຕຸ້ຍ ແລະ ແມ່ຍິງຖືພາ ຄວນເບິ່ງແຍງສຸຂະພາບ ແລະ ປ້ອງກັນຕົນເອງດ້ວຍມາດຕະການສ່ວນຕົວ.