ຕຳແໜ່ງວິຊາການຄູ ຂັ້ນສາດສະດາຈານ (ສຈ.)

ຕຳແໜ່ງວິຊາການຄູ ຂັ້ນສາດສະດາຈານ (ສຈ.) - f55c2e56 330f 477e b59e 675acc9e5854 - ຕຳແໜ່ງວິຊາການຄູ ຂັ້ນສາດສະດາຈານ (ສຈ.)
ຕຳແໜ່ງວິຊາການຄູ ຂັ້ນສາດສະດາຈານ (ສຈ.) - kitchen vibe - ຕຳແໜ່ງວິຊາການຄູ ຂັ້ນສາດສະດາຈານ (ສຈ.)

ຫ້ອງການກະຊວງສຶກສາທິການ ແລະ ກິລາ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ຕຳແໜ່ງວິຊາການຄູ ຂັ້ນສາດສະດາຈານ (ສຈ.) ແມ່ນຕຳແໜ່ງວິຊາການຄູສູງສຸດຂອງຄູສອນໃນສະຖານການສຶກສາຊັ້ນສູງ ເຊິ່ງຜູ້ທີ່ ຂໍຕຳແໜ່ງດັ່ງກ່າວຕ້ອງແມ່ນຄູທີ່ສອນປະຈຳ ແລະ ຍັງເປັນຄູສອນຢູ່ໃນສະຖານການສຶກສາຊັ້ນສູງທີ່ມີຜົນງານ ຖືກຕ້ອງຕາມ ດຳລັດວ່າດ້ວຍຕຳແໜ່ງວິຊາການຄູ ຢູ່ສະຖານການສຶກສາຊັ້ນສູງ ສະບັບເລກທີ 03/ລບ, ລົງວັນທີ 10 ມັງກອນ 2020, ໄດ້ຮັບການລົງລາຍເຊັນໂດຍທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສາມາດໃຊ້ ຕົວອັກສອນຫຍໍ້ “ສຈ.” ນໍາໜ້າຊື່ໄດ້ ພ້ອມໄດ້ຮັບເງິນອຸດໜູນຕາມລະບຽບການທີ່ກຳນົດໄວ້.

ສ່ວນຄູສອນບໍ່ປະຈໍາ ທີ່ໄດ້ຮັບຕຳແໜ່ງຄູສອນຂັ້ນສາດສະດາຈານກຽດຕິຄຸນ (Emeritus Professor), ສາດສະດາຈານກິດຕິມະສັກ (Honorary Professor) ຫຼື ສາດສະດາຈານພິເສດ (Adjunct Professor) ໄດ້ແມ່ນບໍ່ສາມາດນໍາໃຊ້ຊື່ຫຍໍ້ “ສຈ.” ນໍາໜ້າຊື່ຂອງຕົນໄດ້ພ້ອມທັງບໍ່ສາມາດໄດ້ຮັບເງິນອຸດໜູນ. ໃນກໍລະນີມີຄວາມຕ້ອງການຂຽນຕຳແໜ່ງ ດັ່ງກ່າວກໍສາມາດຂຽນປະໂຫຍກເຕັມໃສ່ນໍາໜ້າ ຫຼື ຫຼັງຊື່ຕົນເອງໄດ້.

ຕຳແໜ່ງວິຊາການຄູ ຂັ້ນສາດສະດາຈານ (ສຈ.) - Visit Laos Visit SALANA BOUTIQUE HOTEL - ຕຳແໜ່ງວິຊາການຄູ ຂັ້ນສາດສະດາຈານ (ສຈ.)
ຕຳແໜ່ງວິຊາການຄູ ຂັ້ນສາດສະດາຈານ (ສຈ.) - Visit Laos Visit SALANA BOUTIQUE HOTEL - ຕຳແໜ່ງວິຊາການຄູ ຂັ້ນສາດສະດາຈານ (ສຈ.)

ສໍາລັບຜູ້ທີ່ເຄີຍເປັນຄູປະຈຳ ແລະ ເຄີຍໄດ້ ຮັບຕຳແໜ່ງວິຊາການຄູຂັ້ນສາດສະດາຈານ “ສຈ.” ແລ້ວແມ່ນສາມາດນໍາໃຊ້ໄດ້ ແຕ່ຈະບໍ່ໄດ້ຮັບເງິນອຸດໜູນ.

ຕຳແໜ່ງວິຊາການຄູ ຂັ້ນສາດສະດາຈານ (ສຈ.) - 3 - ຕຳແໜ່ງວິຊາການຄູ ຂັ້ນສາດສະດາຈານ (ສຈ.)
ຕຳແໜ່ງວິຊາການຄູ ຂັ້ນສາດສະດາຈານ (ສຈ.) - 5 - ຕຳແໜ່ງວິຊາການຄູ ຂັ້ນສາດສະດາຈານ (ສຈ.)
ຕຳແໜ່ງວິຊາການຄູ ຂັ້ນສາດສະດາຈານ (ສຈ.) - 4 - ຕຳແໜ່ງວິຊາການຄູ ຂັ້ນສາດສະດາຈານ (ສຈ.)