ເມືອງທ່າໂທມ ແຂວງໄຊສົມບູນ ຈະສ້າງຕັ້ງ 3 ຕາແສງ

ວັນທີ 11 ກຸມພາ 2025, ຄະນະຮັບ ຜິດຊອບຂັ້ນແຂວງ ແລະ ເມືອງ ເມືອງທ່າໂທມໄດ້ຈັດກອງປະຊຸມຄົ້ນຄວ້າສ້າງຊື່ຕາແສງ ແລະ ເອກະພາບທີ່ຕັ້ງຂອງຕາແສງ.ກອງປະຊຸມເປັນເອກະພາບບາງວຽກໃນເບື້ອງຕົ້ນວ່າ: ເມືອງທ່າໂທມ ຈະສ້າງຕັ້ງທັງໝົດ 3 ຕາແສງ ຄື:
ກອງປະຊຸມໄດ້ຟັງການຜ່ານແຈ້ງການ ສະບັບ ເລກທີ 08/ພນ ລົງວັນທີ່ 21 ມັງກອນ 2025 ເຊິ່ງໄດ້ໃຫ້ຮູ້ວ່າຂັ້ນຕອນໃນການຄົ້ນຄວ້າສິ່ງທີຄວນຄໍານຶງເຖິງຄວາມຈໍາເປັນ, ດ້ານຄຸນລັກສະນະຈຸດພິເສດ, ພູມສັນຖານ, ຄວາມສະດວກໃນການເດີນທາງໄປມາ, ການເຂົ້າເຖິງດ້ານການບໍລິການຂອງລັດ, ພ້ອມນັ້ນ ໄດ້ຟັງການຜ່ານບົດບັນທຶກກອງປະຊຸມຄັ້ງວັນທີ່ 11 ກຸມພາ 2025 ທີ່ໄດ້ພ້ອມກັນ
- ຕາແສງທີ 1: ກຸ່ມບ້ານເທດສະບານ: ມີຊື່ວ່າ ຕາແສງ ເຮືອງຈະເລີນ ສໍານັກງານຕັ້ງຢູ່ ບ້ານໂພນຈະເລີນ, ມີ 10 ບ້ານຂື້ນກັບຄື: 1. ບ້ານສີບຸນເຮືອງ, 2. ບ້ານ ນໍ້າພາງ, 3. ບ້ານ ນໍ້າລ້ອງ,4. ບ້ານ ຊໍາກໍທອງ, 5. ບ້ານຊຽງຕັ້ນ, 6. ບ້ານນາຫີນບູນ, 7. ບ້ານ ໂພນຈະເລີນ,8. ບ້ານ ແດນມີໄຊ, 9. ບ້ານ ໂພນຮົ່ມ, 10. ບ້ານ ຄອນຊະນະ.(ປະກອບມີ ບຸກຄະນະລາກອນທັງໜົດ 18 ທ່ານ.)
- ຕາແສງທີ 2: ກຸ່ມບ້ານທ່າວຽງໄຊ: ມີຊື່ວ່າ ຕາແສງວຽງໄຊ, ສໍານັກງານຢູ່ບ້ານທ່າວຽງໄຊ, ມີ 10 ບ້ານຂື້ນກັບຄື: 1. ບ້ານຊຽງຄົງ, 2. ບ້ານ ວຽງທອງ, 3. ບ້ານ ສັນພູໄຊ, 4. ບ້ານ ນາຊົງ, 5. ບ້ານທ່າວຽງໄຊ, 6. ບ້ານນາຫ້ອງ, 7. ບ້ານ ໂພນໂຮມ, 8. ບ້ານ ພຽງຕາ, 9. ບ້ານ ປູ້, 10. ບ້ານ ຫາດສາມຄອນ. ( ມີບຸກຄະລາກອນທັງໝົດ 18 ທ່ານ.)
- ຕາແສງທີ 3: ມີ2ກຸ່ມບ້ານ ກຸ່ມບ້ານປາກຍອງ+ກຸ່ມບ້ານຍາມຈະເລີນ: ມີຊື່ວ່າ ຕາແສງແກ້ວມີໄຊ ມີທີຕັ້ງຢູ່ບ້ານປາກຍອງ, ມີ 6 ບ້ານຂື້ນກັບຄື: 1. ບ້ານທິດນູນ, 2. ບ້ານ ປາກຍອງ, 3. ບ້ານ ວັງໄຮ, 4. ບ້ານ ຍາມຈະເລີນໄຊ, 5. ບ້ານ ໄຊຈະເລີນ, 6. ບ້ານ ພຽງສະຫວາດ. (ມີບຸກຄະລະກອນທັງໝົດ 18 ທ່ານ.)
ນີ້ແມ່ນປະຕິບັດຕາມແຈ້ງການ ສະບັບ ເລກທີ 08/ພນ ລົງວັນທີ່ 21 ມັງກອນ 2025 ກ່ຽວກັບຂັ້ນຕອນໃນການຄົ້ນຄວ້າສິ່ງທີຄວນຄໍານຶງເຖິງຄວາມຈໍາເປັນ, ດ້ານຄຸນລັກສະນະຈຸດພິເສດ, ພູມສັນຖານ, ຄວາມສະດວກໃນການເດີນທາງໄປມາ, ການເຂົ້າເຖິງດ້ານການບໍລິການຂອງລັດ,
ຂໍ້ມູນ: ຈາກຄະນະຮັບຜິດຊອບຄົ້ນຄວ້າສ້້າງຕັ້ງຕາແສງຂອງເມືອງທ່າໂທມ