ສາຍການບິນ Delta Air Lines ສະເໜີເງິນຊົດເຊີຍຜູ້ໂດຍສານ ຄົນລະ 30,000 ໂດລາສະຫະລັດ

ສໍານັກຂ່າວ CNN ລາຍງານວັນທີ 21 ກຸມພາ 2025 ນີ້ວ່າ: ສາຍການບິນ Delta Air Lines ຂອງສະຫະລັດ ອາເມລິກາ ສະເໜີເງິນຊົດເຊີຍໃຫ້ຜູ້ໂດຍສານ ຄົນລະ 30,000 ໂດລາສະຫະລັດ ຈາກເຫດ ການຖ້ຽວບິນ 4819 ປີ້ນຫງາຍທ້ອງ ໃນຂະນະທີ່ລົງຈອດ ທີ່ສະໜາມບິນນານາຊາດ ໂຕຣອນໂຕ ເຟຍສັນ ປະເທດ ການາດາ (Toronto Pearson International Airport) ສົ່ງຜົນໃຫ້ຜູ້ໂດຍ ສານ 76 ຄົນ ທີ່ເດີທາງມານຳຖ້ຽວບິນ ຖືກແຂວນຢູ່ເທິງຕັ່ງ ຊຶ່ງຫາກຜູ້ໂດຍສານຍອມຮັບຂໍ້ສະເໜີ ນີ້ ທາງສາຍການບິນຈະຈ່າຍເງິນທັງໝົດປະມານ 2ລ້ານ3ແສນ ໂດລາສະຫະລັດ.
ເຫດການຖ້ຽວບິນ 4819 ຂອງສາຍການບິນ Delta Air Lines ປີ້ນຫງາຍທ້ອງ ພ້ອມເກີດໄຟລຸກ ໄໝ້ ໃນຂະນະທີ່ລົງຈອດ ສະໜາມບິນນານາຊາດ ໂຕຣອນໂຕ ປະເທດ ການາດາ ວັນທີ 17 ກຸມພາ 2025 ມີຜູ້ໂດຍສານ 76 ຄົນ ແລະ ຈຸບິນ 4 ຄົນ ລວມ 80 ຄົນ ລອດຊີວິດທັງໝົດ ແຕ່ມີຜູ້ໂດຍ ສານ 21 ຄົນຖືກນໍາຕົວສົ່ງໂຮງໝໍ.
ອີງຕາມສົນທິສັນຍາລະຫວ່າງປະເທດ ທີ່ເອີ້ນວ່າອະນຸສັນຍາ ມອນທຣີອອລ ຄວບຄຸມກໍລະນີເກີດຂຶ້ນໃນເສັ້ນທາງ ການເດີນທາງລະຫວ່າງປະເທດ ພາຍໃຕ້ອະນຸສັນຍາດັ່ງກ່າວ ສາມາດຮັບຄ່າຊົດເຊີຍໄດ້ສູງເຖິງ 200,000 ໂດລາສະຫະລັດ ເທົ່າທີ່ສາມາດພິສູດໄດ້ວ່າອຸປະຕິເຫດເກີດຂຶ້ນ ເຖິງແມ່ນວ່າສາຍການບິນຈະບໍ່ໄດ້ປະໝາດກໍຕາມ ແຕ່ຖ້າຫາກພົບວ່າສາຍການບິນປະໝາດ ວົງເງິນຄ່າເສຍຫາຍອາດສູງເກີນ 200,000 ໂດລາສະຫະລັດ ແລະ ພາຍໃຕ້ອະນຸສັນຍາດັ່ງກ່າວ ຜູ້ໂດຍສານມີເວລາ 2 ປີໃນການຍື່ນຟ້ອງ.