ສີລັງກາເລັ່ງພັດທະນາໂຄງການແບັດເຕີຣີນໍ້າແຫ່ງທໍາອິດ ຫວັງມຸ່ງສູ່ພະລັງງານສະອາດ

ຄະນະກໍາມະການໄຟຟ້າຊີລອນ (CEB) ເຊິ່ງເປັນລັດວິສາຫະກິດດ້ານພະລັງງານໄຟຟ້າຂອງລັດຖະບານສີລັງກາ ເປີດເຜີຍຄວາມຄືບໜ້າໃນການພັດທະນາໂຄງການໂຮງໄຟຟ້າພະລັງນໍ້າແບບສູບກັບມະຫາໂອຢາ ເຊິ່ງເປັນແບດເຕີຣີນໍ້າແຫ່ງທໍາອິດຂອງປະເທດ.
ສໍານັກຂ່າວຊິນຮົວລາຍງານວ່າ: ໂຄງການຜະລິດໄຟຟ້າຂະໜາດ 600 ເມກາວັດດັ່ງກ່າວ ຈະມີໜ້າທີ່ກັກເກັບພະລັງງານສ່ວນເກີນຈາກພະລັງງານໝູນວຽນເຊັ່ນ: ພະລັງງານແສງຕາເວັນ ແລະ ພະລັງງານລົມ ເພື່ອຮັບຮອງຄວາມສະຖຽນຂອງໂຄງຂ່າຍໄຟຟ້າ ແລະ ຊ່ວຍໃຫ້ສີລັງກາບັນລຸເປົ້າໝາຍການຜະລິດໄຟຟ້າຈາກພະລັງງານໝູນວຽນໃຫ້ໄດ້ 70% ພາຍໃນປີ 2030.
ໂຄງການດັ່ງກ່າວຕັ້ງຢູ່ເມືອງອາຣານາຍາເກ ແລະ ນາວາລາປິຕິຍາ ປະກອບມີອ່າງເກັບນໍ້າສອງແຫ່ງທີ່ເຊື່ອມຕໍ່ກັນຜ່ານອຸໂມງຂະໜາດ 2.5 ກິໂລແມັດ ເຊິ່ງເຮັດໜ້າທີ່ເປັນລະບົບກັກເກັບພະລັງງານຂະໜາດໃຫຍ່.
ລັດຖະບານສີລັງກາເຊື່ອໝັ້ນວ່າ: ໂຄງການນີ້ຈະຊ່ວຍຫລຸດການອາໄສເຊື້ອໄຟຟໍຊິລ ແລະ ຫລຸດການປ່ອຍແກັສກາກບອນ ແລະ ຈະມີບົດບາດສໍາຄັນໃນການປ່ຽນຜ່ານສູ່ພະລັງງານທີ່ຍືນຍົງຂອງປະເທດ.
ຂະນະດຽວກັນ, CEB ກໍາລັງພະຍາຍາມຫາທຶນສະໜັບສະໜູນໄລຍະຍາວຈາກໜ່ວຍງານສາກົນ ເພື່ອຫລຸດຜົນກະທົບຕໍ່ອັດຕາຄ່າໄຟຟ້າ ແລະ ເຮັດໃຫ້ລາຄາພະລັງງານຢູ່ໃນລະດັບທີ່ປະຊາຊົນສາມາດຈ່າຍໄດ້.
ໂຄງການໄຟຟ້າພະລັງນໍ້າມະຫາໂອຍາ ຈະເປັນບາດກ້າວສໍາຄັນຂອງສີລັງກາໃນການມຸ່ງສູ່ການເປັນອິດສະຫລະດ້ານພະລັງງານ ໂດຍຊ່ວຍສະໜັບສະໜູນໂຄງຂ່າຍໄຟຟ້າໃນການຮອງຮັບພະລັງງານໝູນວຽນ, ພ້ອມສົ່ງເສີມການເຕີບໃຫຍ່ທາງເສດຖະກິດ, ການສ້າງວຽກເຮັດງານທໍາ ແລະ ຄວາມຍືນຍົງດ້ານສິ່ງແວດລ້ອມ.