ມຽນມາບຸກປາບປາມແກ້ງຄໍເຊັນເຕີ ແລະ ການຄ້າມະນຸດ ໃນເຂດມຽວວະດີ ກຽມສົ່ງກັບປະເທດ 7 ພັນກວ່າຄົນ
February 26, 2025 - 2:03 PM

ສໍານັກຂ່າວ Daily News ຂອງໄທລາຍງານວັນທີ 26 ກຸມພາ 2025 ມຽນມາ ໄດ້ລົງບຸກປາບປາມແກ້ງຄໍເຊັນເຕີ ແລະ ຄ້າມະນຸດ ໃນວັນທີ 25 ກຸມພາ 2025 ໃນເຂດເມືອງສະເວກົກໂກ ແລະ ເມືອງເຄເຄປາກ ເມືອງ ມຽວວະດີ ສາມາດຮວບຮວມຄົນຕ່າງປະເທດຈໍານວນ 7,141 ຄົນ ເປັນເພດຊາຍ 6,716 ຄົນ, ເພດຍິງ 425 ຄົນ ລວມມີ 29 ສັນຊາດ.
ໃນນັ້ນຫລາຍກວ່າໝູ່ແມ່ນ ຄົນຈີນ 4,860 ຄົນ, ຫວຽດນາມ 572 ຄົນ, ອິນເດຍ 526 ຄົນ, ເອທິໂອປີ 430 ຄົນ, ອິນໂດເນເຊຍ 283 ຄົນ, ຟິລິປິນ 127 ຄົນ, ມາເລເຊຍ 70 ຄົນ, ປາກີສະຖານ 78 ຄົນ ແລະ ເຄນຢາ 64 ຄົນ…
ເຊິ່ງທັງໝົດນັ້ນໄດ້ຖືກສອບຖາມຄວາມສະໝັກໃຈໃນການເດີນທາງກັບປະເທດ ພົບວ່າຕ້ອງການກັບປະເທດທັງໝົດ ຈຶ່ງຈະໄດ້ປະສານກັບລັດຖະບານໄທ ແລະ ສະຖານທູດຕ່າງໆ ເພື່ອເລັ່ງດໍາເນີນການສົ່ງຄົນຈຳນວນນີ້ກັບປະເທດຂອງເຂົາເຈົ້າ.