ສະຫາຍ ສະເຫຼີມໄຊ ກົມມະສິດ ເຂົ້າຢ້ຽມຂໍ່ານັບ ນາຍົກລັດຖະມົນຕີ ສສ ຫວຽດນາມ

ສະຫາຍ ສະເຫຼີມໄຊ ກົມມະສິດ ເຂົ້າຢ້ຽມຂໍ່ານັບ ນາຍົກລັດຖະມົນຕີ ສສ ຫວຽດນາມ - 481274668 1197972468682874 4274476492920546824 n - ສະຫາຍ ສະເຫຼີມໄຊ ກົມມະສິດ ເຂົ້າຢ້ຽມຂໍ່ານັບ ນາຍົກລັດຖະມົນຕີ ສສ ຫວຽດນາມ
ສະຫາຍ ສະເຫຼີມໄຊ ກົມມະສິດ ເຂົ້າຢ້ຽມຂໍ່ານັບ ນາຍົກລັດຖະມົນຕີ ສສ ຫວຽດນາມ - kitchen vibe - ສະຫາຍ ສະເຫຼີມໄຊ ກົມມະສິດ ເຂົ້າຢ້ຽມຂໍ່ານັບ ນາຍົກລັດຖະມົນຕີ ສສ ຫວຽດນາມ

ໃນຕອນບ່າຍຂອງວັນທີ 25 ກຸມພາ ນີ້ ທີ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ໃນໂອກາດເຂົ້າຮ່ວມກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 2 ໃນລະຫວ່າງວັນທີ 25-26 ກຸມພາ 2025 ທີ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ.

ໃນໂອກາດນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈໃນການຕ້ອນຮັບອັນອົບອຸ່ນ ແລະ ດີໃຈເປັນຢ່າງຍິ່ງ ທີ່ໄດ້ພົບກັບ ສະຫາຍ ຟ້າມ ມິງ ຈິງ ອີກຄັ້ງ ພ້ອມທັງໄດ້ຕີລາຄາສູງຕໍ່ການກະກຽມບັນດາໜ້າວຽກ ແລະ ແນວຄວາມຄິດທີ່ດີໃນການຈັດເວທີດັ່ງກ່າວ ຊຶ່ງກອງປະຊຸມຄັ້ງນີ້ແມ່ນຄັ້ງທີ 2 ແລະ ເຫັນໄດ້ວ່າເປັນກິດຈະກໍາໜຶ່ງທີ່ສໍາຄັນຂອງອາຊຽນ ໃນການປະກອບສ່ວນສ້າງຄວາມເຂັ້ມແຂງຂອງປະຊາຄົມອາຊຽນ ໃນທ່າມກາງຄວາມຜັນແປຂອງພູມສາດ-ການເມືອງ ແລະ ພູມສາດ-ເສດຖະກິດຂອງໂລກ ໃນປັດຈຸບັນ.

ສະຫາຍ ສະເຫຼີມໄຊ ກົມມະສິດ ເຂົ້າຢ້ຽມຂໍ່ານັບ ນາຍົກລັດຖະມົນຕີ ສສ ຫວຽດນາມ - Visit Laos Visit SALANA BOUTIQUE HOTEL - ສະຫາຍ ສະເຫຼີມໄຊ ກົມມະສິດ ເຂົ້າຢ້ຽມຂໍ່ານັບ ນາຍົກລັດຖະມົນຕີ ສສ ຫວຽດນາມ
ສະຫາຍ ສະເຫຼີມໄຊ ກົມມະສິດ ເຂົ້າຢ້ຽມຂໍ່ານັບ ນາຍົກລັດຖະມົນຕີ ສສ ຫວຽດນາມ - Visit Laos Visit SALANA BOUTIQUE HOTEL - ສະຫາຍ ສະເຫຼີມໄຊ ກົມມະສິດ ເຂົ້າຢ້ຽມຂໍ່ານັບ ນາຍົກລັດຖະມົນຕີ ສສ ຫວຽດນາມ

ນອກຈາກນີ້, ກໍໄດ້ລາຍງານຜົນການພົບປະບໍ່ເປັນທາງການ ກັບ ສະຫາຍ ບຸຍ ແທງ ເຊີນ ຮອງນາຍົກລັດຖະມົນ ລັດຖະມົນຕີຕ່າງປະເທດ ເພື່ອປຶກສາຫາລືບາງວຽກງານທີ່ຕິດພັນກັບການຊຸກຍູ້ ການພົວ ພັນຮ່ວມມືສອງປະເທດ ໂດຍສະເພາະແມ່ນການຜັນຂະຫຍາຍຂໍ້ຕົກລົງຂອງສອງກົມການເມືອງ ກໍຄືຜົນສໍາເລັດຂອງກອງປະຊຸມ ຄັ້ງທີ 47 ຂອງຄະນະກຳມະການຮ່ວມມື ລາວ-ຫວຽດນາມ ແລະ ທິດທາງແຜນການຮ່ວມມືໃນຕໍ່ໜ້າ ທີ່ໄດ້ຈັດຂຶ້ນໃນຕົ້ນເດືອນມັງກອນ 2025 ທີ່ຜ່ານມາ ຊຶ່ງສອງຝ່າຍໄດ້ຢືນຢັນຮ່ວມກັນທີ່ຈະພ້ອມກັນຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງສອງພັກ-ສອງລັດຖະບານ ແລະ ບັນດາໂຄງການຮ່ວມມືສອງຝ່າຍຕ່າງໆ.

ໃນໂອກາດດັ່ງກ່າວ, ສອງຝ່າຍໄດ້ຕີລາຄາຄືນການພົວພັນຮ່ວມມືສອງປະເທດໃນໄລຍະຜ່ານມາ ເຫັນໄດ້ວ່າສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງພັກ, ສອງລັດຖະບານ ແລະ ປະຊາຊົນສອງປະເທດ ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດວຽກງານ. ສະເພາະໃນປີ 2025 ກໍມີການຢ້ຽມຢາມ ສປປ ລາວ ແລະ ເປັນປະທານຮ່ວມກອງປະຊຸມ ຄັ້ງທີ 47 ຂອງຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ຂອງສະຫາຍ ຟ້າມ ມິງ ຈິງ ນາຍົກ ລັດຖະມົນຕີ ສສ ຫວຽດນາມ, ການຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການຂອງ ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ. ພິເສດ, ສອງປະເທດ ລາວ-ຫວຽດນາມ ຮ່ວມກັບ ສະຫາຍ ກຳປູເຈຍ, ສາມຝ່າຍກໍໄດ້ສຳເລັດການຈັດກອງປະຊຸມສຸດຍອດຜູ້ນຳ 3 ພັກການເມືອງ ຊຶ່ງຄັ້ງນີ້ມີລັກສະນະເປີດກວ້າງ ໂດຍມີການເຂົ້າຮ່ວມຂອງສາມນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງການຕ່າງປະເທດ. ພ້ອມດຽວກັນນັ້ນ, ສາມນາຍົກລັດຖະມົນຕີ ກໍໄດ້ພົບປະເຮັດວຽກຮ່ວມກັນ ແລະ ສະເໜີໃຫ້ສາມຝ່າຍ ປະ ສານສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫາຍຜົນສຳເລັດຂອງກອງປະຊຸມດັ່ງກ່າວ. ຜົນສຳເລັດຂອງການພົບປະລະຫວ່າງຜູ້ນຳຂັ້ນສູງຂອງສາມພັກການເມືອງ ລາວ-ຫວຽດນາມ-ກຳປູເຈຍ ໄດ້ເປັນພື້ນຖານສຳຄັນໃຫ້ແກ່ການຮັດແໜ້ນສາຍພົວພັນອັນເປັນມູນເຊື້ອທີ່ດີງາມຂອງສາມປະເທດ ໃຫ້ນັບມື້ນັບແໜ້ນແຟ້ນ ຍິ່ງໆຂຶ້ນ ເພື່ອນຳເອົາຜົນປະໂຫຍດທີ່ແທ້ຈິງມາສູ່ປະຊາຊົນສາມຊາດອິນດູຈີນ ກໍຄືເພື່ອການປະກອບສ່ວນເຂົ້າໃນຄວາມມີສະຖຽນລະພາບໃນພາກພື້ນ ແລະ ສາກົນ.

ໃນຂະນະດຽວກັນ, ສະຫາຍ ຟ້າມ ມິງ ຈິງ ກໍໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຊົມເຊີຍຕໍ່ ສະຫາຍ ສະເຫຼີມໄຊ ກົມມະສິດ ທີ່ນຳພາຄະນະມາເຂົ້າຮ່ວມເວທີອະນາຄົດອາຊຽນຄັ້ງນີ້, ໂອກາດນີ້ສະຫາຍໄດ້ສະເໜີໃຫ້ສອງປະເທດສືບຕໍ່ຮັດແໜ້ນການຮ່ວມມືກັນຢ່າງໃກ້ຊິດ ໂດຍສະເພາະການ ເປັນເສນາທິການໃຫ້ແກ່ການນຳຂັ້ນສູງຂອງສອງປະເທດ ຫວຽດນາມ-ລາວ ໃຫ້ດີຂຶ້ນກວ່າເກົ່າ, ສືບຕໍ່ເອົາໃຈໃສ່ຊຸກຍູ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ໃນການຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງ ແລະ ເອກະສານຕ່າງໆທີ່ໄດ້ລົງນາມຮ່ວມກັນແລ້ວ ໂດຍສະເພາະບັນດາໂຄງການທີ່ສຳຄັນເຊັ່ນ: ໂຄງການທ່າເຮືອຫວຸງອ່າງ, ໂຄງການເສັ້ນທາງດ່ວນຮ່າໂນ້ຍ-ວຽງຈັນ ແລະ ໂຄງການອື່ນໆອີກຈຳນວນໜຶ່ງ ທັງນີ້ກໍເພື່ອໃຫ້ບັນດາໂຄງການດັ່ງກ່າວໃຫ້ເປັນຮູບປະທຳ ແລະ ມີຜົນສຳເລັດສູງກວ່າເກົ່າ, ສືບຕໍ່ຊຸກຍູ້ສົ່ງເສີມການຮ່ວມມືໃນຂະແໜງການອື່ນໆ ທີ່ມີທ່າແຮງຮ່ວມກັນໃຫ້ຫຼາຍຍິ່ງໆຂຶ້ນ, ສະໜັບສະໜູນຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ທັງນີ້ ກໍເພື່ອນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນທັງສອງປະເທດ ຫວຽດນາມ-ລາວ, ລາວ-ຫວຽດນາມ.

ສະຫາຍ ສະເຫຼີມໄຊ ກົມມະສິດ ເຂົ້າຢ້ຽມຂໍ່ານັບ ນາຍົກລັດຖະມົນຕີ ສສ ຫວຽດນາມ - 481472406 1197972488682872 188508773031747023 n 1024x682 - ສະຫາຍ ສະເຫຼີມໄຊ ກົມມະສິດ ເຂົ້າຢ້ຽມຂໍ່ານັບ ນາຍົກລັດຖະມົນຕີ ສສ ຫວຽດນາມ

ສະຫາຍ ສະເຫຼີມໄຊ ກົມມະສິດ ເຂົ້າຢ້ຽມຂໍ່ານັບ ນາຍົກລັດຖະມົນຕີ ສສ ຫວຽດນາມ - 5 - ສະຫາຍ ສະເຫຼີມໄຊ ກົມມະສິດ ເຂົ້າຢ້ຽມຂໍ່ານັບ ນາຍົກລັດຖະມົນຕີ ສສ ຫວຽດນາມ
ສະຫາຍ ສະເຫຼີມໄຊ ກົມມະສິດ ເຂົ້າຢ້ຽມຂໍ່ານັບ ນາຍົກລັດຖະມົນຕີ ສສ ຫວຽດນາມ - 4 - ສະຫາຍ ສະເຫຼີມໄຊ ກົມມະສິດ ເຂົ້າຢ້ຽມຂໍ່ານັບ ນາຍົກລັດຖະມົນຕີ ສສ ຫວຽດນາມ
ສະຫາຍ ສະເຫຼີມໄຊ ກົມມະສິດ ເຂົ້າຢ້ຽມຂໍ່ານັບ ນາຍົກລັດຖະມົນຕີ ສສ ຫວຽດນາມ - 3 - ສະຫາຍ ສະເຫຼີມໄຊ ກົມມະສິດ ເຂົ້າຢ້ຽມຂໍ່ານັບ ນາຍົກລັດຖະມົນຕີ ສສ ຫວຽດນາມ