ຟີລິບປິນຜະເຊີນອາກາດຮ້ອນອົບເອົ້າ ທາງການສັ່ງພັກຮຽນເກືອບເຄິ່ງນະຄອນຫລວງມະນິລາ

- 97fa9c513cfa21d6e29ce40119e5475f8f167b07 - ຟີລິບປິນຜະເຊີນອາກາດຮ້ອນອົບເອົ້າ ທາງການສັ່ງພັກຮຽນເກືອບເຄິ່ງນະຄອນຫລວງມະນິລາ
- kitchen vibe - ຟີລິບປິນຜະເຊີນອາກາດຮ້ອນອົບເອົ້າ ທາງການສັ່ງພັກຮຽນເກືອບເຄິ່ງນະຄອນຫລວງມະນິລາ

     ທາງການຟີລິບປິນສັ່ງປິດໂຮງຮຽນຫລາຍແຫ່ງໃນພື້ນທີ່ເກືອບເຄິ່ງໜຶ່ງຂອງນະຄອນຫລວງມະນິລາ ເນື່ອງຈາກປະເທດເຂົ້າສູ່ລະດູແລ້ງທີ່ມີອາກາດຮ້ອນອົບເອົ້າ ແລະ ຜະເຊີນອຸນຫະພູມທີ່ສູງຂຶ້ນ.

      ໜ່ວຍງານສະພາບອາກາດແຫ່ງຊາດຂອງຟີລິບປິນ ປະກາດເຕືອນວ່າ: ດັດຊະນີຄວາມຮ້ອນຄາດວ່າຈະຢູ່ລະດັບອັນຕະລາຍໃນນະຄອນຫລວງມະນິລາ ແລະ ພື້ນທີ່ອື່ນອີກ 2 ແຫ່ງຂອງປະເທດ.

- Visit Laos Visit SALANA BOUTIQUE HOTEL - ຟີລິບປິນຜະເຊີນອາກາດຮ້ອນອົບເອົ້າ ທາງການສັ່ງພັກຮຽນເກືອບເຄິ່ງນະຄອນຫລວງມະນິລາ
- Visit Laos Visit SALANA BOUTIQUE HOTEL - ຟີລິບປິນຜະເຊີນອາກາດຮ້ອນອົບເອົ້າ ທາງການສັ່ງພັກຮຽນເກືອບເຄິ່ງນະຄອນຫລວງມະນິລາ

      “ສະພາບອາກາດໃນເວລານີ້ ມີທ່າອ່ຽງຈະເຮັດໃຫ້ເປັນຕະຄິວຈາກຄວາມຮ້ອນ ຫລື ເກີດອາການເມື່ອຍແດດ. ໜ່ວຍງານລະບຸອີກວ່າ: ພ້ອມເຕືອນປະຊາຊົນໃນພື້ນທີ່ທີ່ໄດ້ຮັບຜົນກະທົບໃຫ້ຫລີກລ່ຽງການສໍາຜັດແສງແດດເປັນເວລາດົນ.

      ອຸນຫະພູມຄາດວ່າສູງເຖິງ 33 ອົງສາ ໃນວັນທີ 3 ມີນາ. ຂະນະທີ່ເທດສະບານນະຄອນຫລວງມະນິລາ ແລະ ເຂດອື່ນໆອີກ 6 ເຂດ ສັ່ງຢຸດການຮຽນການສອນເພື່ອຄວາມປອດໄພ.

      ເຖິງວ່າເຈົ້າໜ້າທີ່ກະຊວງສຶກສາທິການຟີລິບປິນບາງຄົນ ສະແດງຄວາມກັງວົນວ່າ: ຄໍາສັ່ງພັກຮຽກຈະສົ່ງຜົນກະທົບຕໍ່ນັກຮຽນຈໍານວນຫລາຍ ແລະ ເຮັດໃຫ້ຈໍານວນມື້ຮຽນຫລຸດລົງ ທັງທີ່ຟີລິບປິນໃກ້ສິ້ນສຸດປີການສຶກສາໃນເດືອນເມສານີ້. ເຖິງຢ່າງໃດກໍຕາມ, ໂຮງຮຽນບາງແຫ່ງໄດ້ຮັບຄໍາສັ່ງໃຫ້ປ່ຽນໄປໃຊ້ຮູບແບບການຮຽນການສອນທາງເລືອກ ເຊິ່ງລວມທັງການຮຽນທາງອອນລາຍ.

       ໄລຍະເດືອນເມສາ-ພະຈິກປີຜ່ານມາ, ຟີລິບປິນຜະເຊີນຄື້ນຄວາມຮ້ອນໃນວົງກວ້າງ ສົ່ງຜົນເຮັດໃຫ້ທາງການຕ້ອງສັ່ງຢຸດການຮຽນການສອນເກືອບທຸກມື້ ເຊິ່ງອຸນຫະພູມຢູ່ນະຄອນຫລວງມະນິລາເຖິງລະດັບສູງສຸດເປັນປະຫວັດສາດ 38.8 ອົງສາ ໃນວັນທີ 27 ເມສາ 2024.

- 4 - ຟີລິບປິນຜະເຊີນອາກາດຮ້ອນອົບເອົ້າ ທາງການສັ່ງພັກຮຽນເກືອບເຄິ່ງນະຄອນຫລວງມະນິລາ
- 5 - ຟີລິບປິນຜະເຊີນອາກາດຮ້ອນອົບເອົ້າ ທາງການສັ່ງພັກຮຽນເກືອບເຄິ່ງນະຄອນຫລວງມະນິລາ
- 3 - ຟີລິບປິນຜະເຊີນອາກາດຮ້ອນອົບເອົ້າ ທາງການສັ່ງພັກຮຽນເກືອບເຄິ່ງນະຄອນຫລວງມະນິລາ