ມູນຄ່າການຄ້າ ລາວ-ອັງກິດ ປີ2024 ບັນລຸ 38,272,000 ໂດລາສະຫະລັດ

ໃນກອງກອງປະຊຸມຝຶກອົບຮົມກ່ຽວກັບສິດທິພິເສດທາງການຄ້າຂອງສະຫະຣາຊະອານາຈັກອັງກິດ ແລະ ລະບົບການຄ້າສໍາລັບປະເທດກໍາລັງພັດທະນາ ຫຼື Developing Country Trading Scheme (DCTS) ຂອງ ກະຊວງອຸດສາຫະກໍາ ແລະ ການຄ້າ ໃນວັນທີ 27 ກຸມພາ 2025 ໄດ້ລາຍງານວ່າ: ສປປ ລາວ ມີການຮ່ວມມືທາງການຄ້າກັບຕ່າງປະເທດຫລາຍກວ່າ 60 ປະເທດໃນທົ່ວໂລກ, ໃນນັ້ນ ໄດ້ຮັບສິດທິພິເສດທາງການຄ້າຈາກ 42 ປະເທດ, ເຊິ່ງລວມທັງຣາຊະອານາຈັກອັງກິດ.
ສປປ ລາວ ແລະ ອັງກິດ ໄດ້ມີການພົວພັນການຄ້າລະຫວ່າງສອງປະເທດຢ່າງຕໍ່ ເນື່ອງພາຍໃຕ້ສິດທິພິເສດທີ່ໄດ້ຮັບ, ໃນນັ້ນ ມູນຄ່າການຄ້າສອງຝ່າຍໃນປີ 2024 ສາມາດບັນລຸໄດ້ 38,272,000 ໂດລາສະຫະລັດ, ໃນນີ້ ມີມູນຄ່າການນໍາເຂົ້າຈາກອັງກິດ 20,426,000 ໂດລາສະຫະລັດ ແລະ ສົ່ງອອກໄປອັງກິດ 17,866,000 ໂດລາສະຫະລັດ. ສິນຄ້າຫລັກທີ່ ສປປ ລາວ ສົ່ງອອກໄປອັງກິດ ລວມມີສິນຄ້າປະເພດ: ເກີບ, ເຄື່ອງນຸ່ງຫົ່ມ, ນໍ້າຕານ, ໝວກ ແລະ ອື່ນໆ. ສ່ວນສິນຄ້າຫລັກທີ່ ສປປ ລາວ ນໍາເຂົ້້າຈາກອັງກິດ ລວມມີສິນຄ້າປະເພດ: ເຫລົ້າ, ວາຍ, ເບຍ, ພາຫະນະ ແລະ ອື່ນໆ.
ທີ່ມາ: ກະຊວງອຸດສາຫະກໍາ ແລະ ການຄ້າ