3 ວັນປະຫວັດສາດສໍາຄັນໃນປີ 2025

3 ວັນປະຫວັດສາດສໍາຄັນໃນປີ 2025 - 3 VIP Day - 3 ວັນປະຫວັດສາດສໍາຄັນໃນປີ 2025
3 ວັນປະຫວັດສາດສໍາຄັນໃນປີ 2025 - kitchen vibe - 3 ວັນປະຫວັດສາດສໍາຄັນໃນປີ 2025

ໂດຍ: ທິດກໍ່າ

ໃນປີ 2025 ຖືວ່າເປັນປີໜຶ່ງທີ່ສໍາຄັນທາງດ້ານປະຫວັດສາດຂອງຊາດລາວເຮົາ. ອັນສາເຫດກໍຍ້ອນວ່າເປັນປີມ້ວນທ້າຍຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ ຄັ້ງທີ IX. ນອກຈາກນັ້ນ ກໍມີ 3 ວັນປະຫວັດສາດສໍາຄັນທີ່ພວກເຮົາຈະໄດ້ພ້ອມກັນລະນຶກ ແລະ ສະເຫລີມສະຫລອງຢ່າງຍິ່ງໃຫຍ່ ເປັນຕົ້ນອັນທີໜຶ່ງກໍແມ່ນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025). ອັນທີສອງກໍແມ່ນວັນສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເຊິ່ງມາຮອດປີນີ້ມີອາຍຸຄົບຮອບ 50 ປີພໍດີ (2/12/1975-2/12/2025). ສ່ວນວັນປະຫວັດສາດສໍາຄັນອັນທີສາມກໍແມ່ນວັນເກີດຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ ຄົບຮອບ 105 ປີ ຄືວັນທີ 13 ທັນວາ 1920 ຫາ 13 ທັນວາ 2025.

3 ວັນປະຫວັດສາດສໍາຄັນໃນປີ 2025 - Visit Laos Visit SALANA BOUTIQUE HOTEL - 3 ວັນປະຫວັດສາດສໍາຄັນໃນປີ 2025

ໃນ 3 ວັນປະຫວັດສາດທີ່ຕິດພັນກັບຊາຕາກໍາຂອງຊາດໃນປີນີ້ ພວກເຮົາຈະໄດ້ເຫັນຫລາຍອັນຫລາຍຢ່າງທີ່ເປັນຜົນງານ ຫລືວ່າ ໝາກຜົນອັນໂດດເດັ່ນຍິ່ງໃຫຍ່ນັບແຕ່ ສປປ ລາວ ໄດ້ສະຖາປະນາເປັນຕົ້ນມາ. ຈາກພຶດຕິກໍາຕົວຈິງທີ່ປາກົດໃຫ້ເຫັນຢ່າງຈະແຈ້ງສັງລວມກໍຄື: ປະເທດຊາດບ້ານເມືອງຂອງພວກເຮົາໄດ້ມີການສ້າງສາພັດທະນາເປັນກ້າວໆມານັບແຕ່ມື້ປະເທດຊາດໄດ້ຮັບການປົດປ່ອຍ, ປະເທດຊາດມີເອກະລາດຢ່າງສົມບູນແບບ ໂດຍເລີ່ມຈາກການຮໍາບາດແຜສົງຄາມແກ່ຍາວມາເປັນເວລາ 50 ປີກວ່າຈົນກ້າວມາເຖິງປະເທດຊາດໄດ້ມີຄວາມຈະເລີນຮຸ່ງເຮືອງໄດ້ສໍ່ານີ້ກໍຖືວ່າສຸດຍອດຂອງຄົນເຊື້ອຊາດໜຶ່ງທີ່ມີປະເທດ, ມີພາສາປາກເວົ້າ ແລະ ມີຮາກເຫງົ້າຂອງຕົນເອງ.

ເມື່ອຫວນຄືນເບິ່ງປະຫວັດສາດຂອງຊາດລາວທີ່ມີຊື່ວ່າ ປະເທດລ້ານຊ້າງໃນອະດີດເຄີຍມີແຜ່ນດິນອັນກວ້າງໃຫຍ່ໄພສານ, ມີຄວາມຈະເລີນຮຸ່ງເຮືອງເປັນປະເທດທີ່ມີອາລິຍະທໍາ, ມີຊື່ສຽງກ້ອງໂລກ ແຕ່ກໍຕົກຢູ່ໃນຊາຕາກໍາລໍາບາກ, ປະເທດຊາດເສຍເອກະລາດ, ເສຍແຜ່ນດິນ, ເສຍພົນລະເມືອງກາຍເຄິ່ງຂອງປະເທດ ຍ້ອນການປົກຄອງໃນຍຸກສັກດີນາແຍ້ງຊີງກັນເປັນໃຫຍ່, ເຫັນກົງຈັກເປັນດອກບົວ ສຸດທ້າຍມາປະເທດຊາດກໍຕົກເປັນເມືອງຂຶ້ນຂອງຕ່າງຊາດມາຫລາຍຍຸກຫລາຍສະໄໝ.

ຢ່າງໃດກໍດີ, ພາຍໃຕ້ການນໍາພາຕໍ່ສູ້ຂອງຜູ້ນໍາທີ່ຮັກຊາດ, ຮັກແຜ່ນດິນ ນັບແຕ່ຍຸກກ່ອນມາຮອດຍຸກປັດຈຸບັນ ໂດຍສະເພາະນັບແຕ່ຂະບວນການຕໍ່ສູ້ທີ່ມີພັກນໍາພາ ອັນມີປະທານ ໄກສອນ ພົມວິຫານ ເປັນແກນນໍາ ໄດ້ນໍາພາປະຊາຊົນບັນດາເຜົ່າຜູ້ຮັກຊາດ ພ້ອມກັນຕໍ່ສູ້ເຮັດການປະຕິວັດຊາດປະຊາທິປະໄຕຈົນສໍາເລັດຜົນໃນປີ 1975. ມາຮອດປັດຈຸບັນ ສປປ ລາວ ຂອງພວກເຮົາມີອາຍຸໄດ້ 50 ປີ ປະເທດຊາດມີສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ແລະ ວັດທະນາຖາວອນ. ນີ້ຄືຄວາມສໍາຄັນຂອງ 3 ວັນປະຫວັດສາດທີ່ຕິດພັນກັບຊາຕາກໍາຂອງຊາດລາວຄົນລາວໃນອະດີດ, ປັດຈຸບັນ ແລະ ອະນາຄົດ.

3 ວັນປະຫວັດສາດສໍາຄັນໃນປີ 2025 - 3 - 3 ວັນປະຫວັດສາດສໍາຄັນໃນປີ 2025
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!