ຜູ້ຈັດການໂຄງການ BRT ຮຽກຮ້ອງໃຫ້ຜູ້ຂັບຂີ່ອົດທົນຮ່ວມກັນ ການຂະຫຍາຍບ່າທາງຄືບໜ້າແລ້ວກວ່າ 58%

- 482239273 1209757927504328 949572698189503086 n 1 - ຜູ້ຈັດການໂຄງການ BRT ຮຽກຮ້ອງໃຫ້ຜູ້ຂັບຂີ່ອົດທົນຮ່ວມກັນ ການຂະຫຍາຍບ່າທາງຄືບໜ້າແລ້ວກວ່າ 58%
- kitchen vibe - ຜູ້ຈັດການໂຄງການ BRT ຮຽກຮ້ອງໃຫ້ຜູ້ຂັບຂີ່ອົດທົນຮ່ວມກັນ ການຂະຫຍາຍບ່າທາງຄືບໜ້າແລ້ວກວ່າ 58%

ທ່ານ ຄໍາແສນ ສີວົງໄຊ ຜູ້ຈັດການໂຄງການກໍ່ສ້າງທາງລົດເມດ່ວນ BRT ນະຄອນຫລວງວຽງຈັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 12 ມີນາ 2025 ນີ້ວ່າ: ການຂະຫຍາຍບ່າທາງຂອງໂຄງການກໍ່ສ້າງທາງລົດເມດ່ວນ BRT ແບ່ງອອກເປັນ 3 ໄລຍະຄື:

  • ໄລຍະທີ 1 ແຕ່ປະຕູໄຊຫາວົງວຽນ 450 ປີ.
  • ໄລຍະທີ 2 ແຕ່ວົງວຽນ 450 ປີຫາໄຟແດງດົງໂດກ ໃນຈຸດດັ່ງກ່າວສາມາດຂະຫຍາຍບ່າທາງສຳເລັດ ແລະ ໂຄງສ້າງ BRT ຖືວ່າມີຈຸດຂຶ້ນ-ລົງຂອງສະຖານີຢູ່ທາງກາງທັງໝົດ 19 ຈຸດ, ກໍ່ສ້າງຮາກຖານສຳເລັດ 15 ຈຸດ ຍັງເຫລືອ 4 ຈຸດ, ສ່ວນໂຄງສ້າງດ້ານເທິງໄດ້ຕິດຕັ້ງຢູ່ 7 ສະຖານີ, ມີ 1 ສະຖານີໄດ້ສຳເລັດການກໍ່ສ້າງ 100%, ສຳລັບການຂະຫຍາຍບ່າທາງແມ່ນ 50 ຊັງຕີແມັດ ຫາ 3 ແມັດ, ຖ້າຈຸດທີ່ສະຖານີເຮົາຈະເປີດກວ້າງອອກຈຸດນັ້ນເຮົາຈະມີການຂະຫຍາຍບ່າທາງອອກ 3 ແມັດ, ຈຸດທີ່ມີເລນຕອນກາງກວ້າງເຂດນັ້ນເຮົາຈະຫຍາຍ 50 ຊັງຕີແມັດ ຫາ 1 ແມັດ ສຳລັບທາງຍ່າງຍັງມີຄືເກົ່າຢ່າງໜ້ອຍ 1-1,5 ແມັດ.
  • ໄລຍະທີ 3 ແຕ່ໂພນພະເນົາຫາ 3 ແຍກຄໍາຮຸ່ງ ມະຫາວິທະຍາໄລແຫ່ງຊາດ ຊຶ່ງປັດຈຸບັນໄດ້ສືບຕໍ່ຈັດຕັ້ງປະຕິບັດໃນໄລຍະທີ 3 ສໍາເລັດຫຼາຍກວ່າ 58% ຄວາມຍາວ 9 ກິໂລແມັດກວ່າ ຄາດວ່າຈະໃຫ້ສໍາເລັດພາຍໃນເດືອນກໍລະກົດປີນີ້ ເພື່ອຮັບປະກັນໃຫ້ການສັນຈອນໄປ-ມາຂອງພາຫະນະຕ່າງໆ ມີຄວາມສະດວກສະບາຍທີ່ສຸດ ເຖິງວ່າຈະພົບຄວາມຫຍຸ້ງຍາກຫຼາຍສົມຄວນໃນການຈັດຕັ້ງປະຕິບັດຕົວຈິງ ເປັນຕົ້ນສິ່ງກີດຂວາງຕ່າງໆເຊັ່ນ: ເສົາໄຟຟ້າ, ລະບົບສາຍໄຍແກ້ວຢູ່ພື້ນດິນ ລວມເຖິງການສັນຈອນທີ່ໜາແໜ້ນໃນແຕ່ລະວັນ.
- 482210167 1209757954170992 9193256073924410239 n 1024x682 - ຜູ້ຈັດການໂຄງການ BRT ຮຽກຮ້ອງໃຫ້ຜູ້ຂັບຂີ່ອົດທົນຮ່ວມກັນ ການຂະຫຍາຍບ່າທາງຄືບໜ້າແລ້ວກວ່າ 58%

ທ່ານ ຄໍາແສນ ສີວົງໄຊ ຍັງຮຽກຮ້ອງເຖິງສັງຄົມ ກໍຄືຜູ້ຊົມໃຊ້ພາຫະນະໃນນະຄອນຫລວງວຽງຈັນທີ່ສັນຈອນໄປ-ມາຜ່ານບໍລິເວນຈຸດກໍ່ສ້າງໃຫ້ອົດທົນຮ່ວມກັນມີສະຕິ ແລະ ເພີ່ມຄວາມລະມັດລະວັງໃນການຂັບຂີ່ຍານ ພາຫະນະ ເພື່ອຫຼີກລ່ຽງອຸບັດເຫດທີ່ອາດຈະເກີດຂຶ້ນ. ຖ້າໂຄງການກໍ່ສ້າງທາງລົດເມດ່ວນ BRT ໄດ້ຮັບການຈັດຕັ້ງປະຕິບັດສໍາເລັດຕາມແຜນການ ຈະຊ່ວຍຫລຸດຜ່ອນຄວາມແອອັດຂອງການສັນຈອນຢູ່ນະຄອນຫລວງວຽງຈັນດີຂຶ້ນກວ່າເກົ່າ.

- Visit Laos Visit SALANA BOUTIQUE HOTEL - ຜູ້ຈັດການໂຄງການ BRT ຮຽກຮ້ອງໃຫ້ຜູ້ຂັບຂີ່ອົດທົນຮ່ວມກັນ ການຂະຫຍາຍບ່າທາງຄືບໜ້າແລ້ວກວ່າ 58%
- Visit Laos Visit SALANA BOUTIQUE HOTEL - ຜູ້ຈັດການໂຄງການ BRT ຮຽກຮ້ອງໃຫ້ຜູ້ຂັບຂີ່ອົດທົນຮ່ວມກັນ ການຂະຫຍາຍບ່າທາງຄືບໜ້າແລ້ວກວ່າ 58%

ທີ່ມາ: ໜັງສືພິມ ປະຊາຊົນ

- 3 - ຜູ້ຈັດການໂຄງການ BRT ຮຽກຮ້ອງໃຫ້ຜູ້ຂັບຂີ່ອົດທົນຮ່ວມກັນ ການຂະຫຍາຍບ່າທາງຄືບໜ້າແລ້ວກວ່າ 58%
- 4 - ຜູ້ຈັດການໂຄງການ BRT ຮຽກຮ້ອງໃຫ້ຜູ້ຂັບຂີ່ອົດທົນຮ່ວມກັນ ການຂະຫຍາຍບ່າທາງຄືບໜ້າແລ້ວກວ່າ 58%
- 5 - ຜູ້ຈັດການໂຄງການ BRT ຮຽກຮ້ອງໃຫ້ຜູ້ຂັບຂີ່ອົດທົນຮ່ວມກັນ ການຂະຫຍາຍບ່າທາງຄືບໜ້າແລ້ວກວ່າ 58%