ຮສສ ກຽມຈັດແຂ່ງຂັນ ສີມືແຮງງານ ແຫ່ງຊາດ ຄັ້ງທີ IV ທ້າຍເດືອນເມສາ 2025

- 484147174 613329708128098 7520165831146833098 n - ຮສສ ກຽມຈັດແຂ່ງຂັນ ສີມືແຮງງານ ແຫ່ງຊາດ ຄັ້ງທີ IV ທ້າຍເດືອນເມສາ 2025
- kitchen vibe - ຮສສ ກຽມຈັດແຂ່ງຂັນ ສີມືແຮງງານ ແຫ່ງຊາດ ຄັ້ງທີ IV ທ້າຍເດືອນເມສາ 2025

ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຖະແຫລງຂ່າວ ວັນທີ 11 ມີນາ 2025 ນີ້ ວ່າ: ກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ກຽມຈັດງານແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV ພາຍໃຕ້ຫົວຂໍ້ “ສີມືລາວກ້າວສູພາກພື້ນ ແລະ ສາກົນ” ໃນທ້າຍເດືອນເມສາ 2025 ເພື່ອຄັດເລືອກເອົາຜູ້ທີ່ມີສີມືແຮງງານດີເລີດ ຕາງໜ້າທີມຊາດລາວ ເຂົ້າຮ່ວມການແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 14 ທີ່ປະເທດ ຟິລິບປິນ ໃນທ້າຍເດືອນສິງຫາ 2025 ນີ້.

ການແຂ່ງຂັນດັ່ງກ່າວ ຈະຈັດຂຶ້ນໃນວັນທີ 28-30 ເມສາ 2025 ປະກອບມີ 5 ສາຂາຊ່າງ ຄື:

- Visit Laos Visit SALANA BOUTIQUE HOTEL - ຮສສ ກຽມຈັດແຂ່ງຂັນ ສີມືແຮງງານ ແຫ່ງຊາດ ຄັ້ງທີ IV ທ້າຍເດືອນເມສາ 2025
- Visit Laos Visit SALANA BOUTIQUE HOTEL - ຮສສ ກຽມຈັດແຂ່ງຂັນ ສີມືແຮງງານ ແຫ່ງຊາດ ຄັ້ງທີ IV ທ້າຍເດືອນເມສາ 2025
  1. ຊ່າງຕິດຕັ້ງໄຟຟ້າໃນອາຄານ ຈັດຢູ່ສະຖາບັນພັດທະນາສີມືແຮງງານ
  2. ຊ່າງເຕັກໂນໂລຊີອອກແບບກຣາບຟິກ ຈະຈັດຂຶ້ນຢູ່ວິທະຍາໄລເຕັກນິກ ວິຊາຊີບມິດຕະພາບວຽງຈັນ-ຮ່າໂນ້ຍ.
  3. ສາຂາ ປຸງແຕ່ງອາຫານ ຈະຈັດຂຶ້ນຢູ່ວິທະຍາໄລເຕັກນິກປາກປ່າສັກ.
  4. ຊ່າງເຮັດຕູ້ໄມ້ ຈະຈັດຂຶ້ນໃນວັນທີ 27-30 ເມສາ 2025 ທີ່ສະຖາບັນພັດທະນາສີມືແຮງງານ
  5. ຊ່າງເຕັກໂນໂລຊີເວັບໄຊ ຈະຈັດຂຶ້ນໃນວັນທີ 4 ເມສາ 2025 ທີ່ຫໍປະຊຸມແຫ່ງຊາດ.

ການແຂ່ງຂັນສີມືແຮງງານແຫ່ງຊາດ ມີຄວາມໝາຍສໍາຄັນ ແລະ ມີຄວາມຈໍາເປັນຕໍ່ການພັດທະນາສີມືແຮງງານ ເພື່ອສ້າງແຮງງານລາວ ໃຫ້ມີສີມືທີ່ໄດ້ມາດຕະຖານ, ຕອບສະໜອງຄວາມຕ້ອງການຂອງຕະຫລາດແຮງງານ ແລະ ແຜນພັດທະນາເສດຖະກິດ-ສັງຄົມ, ສາມາດເຊື່ອມໂຍງກັບພາກພື້ນ.

ນອກນີ້, ຍັງເປັນການຊຸກຍູ້ສົ່ງເສີມໃຫ້ຫົວໜ່ວຍທຸລະກິດ ໄດ້ປະກອບສ່ວນໃນການພັດທະນາສີມືແຮງງານ ໃຫ້ເຂົ້າສູ່ລວງເລິກ ແລະ ເປັນຂະບວນການທີ່ກວ້າງຂວາງ; ສົ່ງເສີມ ແລະ ຍົກລະດັບມາດຕະຖານສີມືແຮງງານ, ພ້ອມທັງເປີດໂອກາດໃຫ້ ຊາວໜຸ່ມ-ໄວໜຸ່ມ, ຜູ້ເຂົ້າຝຶກ, ນັກຮຽນວິຊາຊີບ, ກຳມະກອນລາວບັນດາເຜົ່າ ໄດ້ສະແດງຄວາມຮູ້, ຄວາມສາມາດ ແລະ ສີມື. ພ້ອມນີ້, ຍັງເປັນການຊຸກຍູ້ສົ່ງເສີມໃຫ້ຊາວໜຸ່ມ ເຫັນໄດ້ຄວາມໝາຍ, ຄວາມສຳຄັນໃນການຝຶກວິຊາຊີບ ແລະ ພັດທະນາສີມືແຮງງານຫລາຍຂຶ້ນ, ເປັນການຊຸກຍູ້ສົ່ງເສີມຄວາມເປັນເລີດຂອງວຽກງານພັດທະນາຄົນຮຸ່ນໃໝ່, ນາຍຊ່າງສີມືແຮງງານທີ່ມີຄວາມຊໍານິຊໍານານສູງ.

- 3 - ຮສສ ກຽມຈັດແຂ່ງຂັນ ສີມືແຮງງານ ແຫ່ງຊາດ ຄັ້ງທີ IV ທ້າຍເດືອນເມສາ 2025
- 5 - ຮສສ ກຽມຈັດແຂ່ງຂັນ ສີມືແຮງງານ ແຫ່ງຊາດ ຄັ້ງທີ IV ທ້າຍເດືອນເມສາ 2025
- 4 - ຮສສ ກຽມຈັດແຂ່ງຂັນ ສີມືແຮງງານ ແຫ່ງຊາດ ຄັ້ງທີ IV ທ້າຍເດືອນເມສາ 2025