ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຕ້ອນຮັບຄະນະຜູ້ແທນ ກອງປະຊຸມໂຕະມົນ 2017

ແລງຂອງວັນທີ 7 ທັນວ່ານີ້, ທີ່ນະຄອນຫຼວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ໄດ້ເປີດໂອກາດໃຫ້ ບັນດາຫົວໜ້າຄະນະຜູ້ແທນຂອງຄູ່ຮ່ວມພັດທະນາ, ທູດຕານຸທູດ ແລະ ຫົວໜ້າອົງການຈັດຕັ້ງສາກົນຕ່າງໆ ທີ່ໄດ້ເຂົ້າຮ່ວມກອງປະຊຸມໂຕະມົນ ປະຈໍາປີ 2017, ທີ ແຂວງຈໍາປາສັກ ເຂົ້າຢ້ຽມຂໍ່ານັບ, ພ້ອມດ້ວຍທ່ານລັດຖະມົນຕີ ປະຈໍາສໍານັກງານນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ລັດຖະມົນຕີ ກະຊວງສາທາລະນະສຸກ, ກະຊວງການຕ່າງປະເທດ, ກະຊວງການເງິນ ແລະ ກະຊວງແຜນການ ແລະ ການລົງທຶນ, ເພື່ອລາຍງານຜົນຂອງກອງປະຊຸມໂຕະມົນ ປະຈໍາປີ 2017.
ການເຂົ້າພົບ, ຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອພັດທະນາ ປະຈໍາລາວ ໄດ້ຕາງໜ້າໃຫ້ຫົວໜ້າຄະນະຜູ້ແທນ, ສະແດງແດງຄວາມຂອບໃຈ ແລະ ຄວາມຮູ້ສຶກທີ່ໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ ແລະ ທ່ານໄດ້ສະຫຼຸດໃຫ້ຮູ້ວ່າ: ກອງປະຊຸມໂຕະມົນ ປະຈໍາປີນີ້, ໄດ້ຈັດຂຶ້ນທີ່ ເມືອງ ປາກເຊ ແຂວງ ຈໍາປາສັກ ເປັນເວລາ 2 ມື້ຄື: ວັນທີ 22-23 ພະຈິກ, ກອງປະຊຸມດັ່ງກ່າວໄດ້ສົນທະນາລະດັບວິຊາການ ແລະ ຢ້ຽມຢາມໂຄງການພັດທະນາພາກສະໜາມ 3 ແຫ່ງຄື: ໂຄງການເກັບກູ້ລະເບີດ, ໂຄງການປູກກາເຟ ຂອງສະຫະກອນຜະລິດກາເຟ, ສູນຝຶກອົບຮົມສີມືແຮງງານພາກໃຕ້ ທີ່ແຂວງຈໍາປາສັກ ແລະ ໄດ້ປຶກສາຫາລືລະດັບນະໂຍບາຍຕ່າງໆເຊັ່ນ: ການບັນລຸໝາກຜົນທີ່ໄດ້ກໍານົດໄວ້ໃຫ້ສໍາເລັດ ຕາມແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ 8 ຢ່າງແທ້ຈິງນັ້ນ ຈະຕ້ອງໄດ້ເພີ່ມທະວີຄວາມເປັນເຈົ້າການຂອງລັດຖະບານໃນການປະຕິບັດໜ້າທີ່ວຽກງານໃຫ້ມີຄວາມວ່ອງໄວ, ທັນສະໄໝ ແລະ ມີປະສິດທິຜົນຫຼາຍຂຶ້ນກວ່າເກົ່າ ລວມທັງການສະນັບສະໜູນທາງດ້ານການເງິນ ແລະ ດ້ານເຕັກນິກວິຊາການ ສະນັ້ນການັດທະນາປະເທດລາວ ໃນປັດຈຸບັນ ກໍຄືໃນຕໍ່ໜ້າ ໃຫ້ມີສະຖຽນລະພາບ, ຍືນຍົງ ແລະ ຄວາມໝັ້ນຄົງທາງດ້ານເສດຖະກິດ-ສັງຄົມ ຕາມຍຸດທະສາດຂອງລັດຖະບານ ແລະ ຄູ່ຮ່ວມພັດທະນາໄດ້ໃຫ້ຄໍາໝັ້ນສັນຍາ ຈະຄຽງບ່າຄຽງໄຫຼ່ກັບລັດຖະບານ, ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອລາວ ໃນການບັນລຸຕາມຈຸດປະສົງ. ພ້ອມນັ້ນ ກອງປະຊຸມດັ່ງກ່າວ ໄດ້ປຶກສາຫາລື 4 ຫົວຂໍ້ ຊຶ່ງບັນດາຄູ່ຮ່ວມພັດທະນາ ໄດ້ສະແດງຄວາມເປັນຫ່ວງເປັນໃຍຕໍ່ ການພັດທະນາຄື: ດ້ານການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ແລະ ການເຊື່ອສານເປົ້າໝາຍການພັດທະນາແບບຍືນຍົງ, ດ້ານການລົງທຶນທີ່ມີຄຸນນະພາບຂອງເອກະຊົນສໍາລັບການພັດທະນາ, ດ້ານການລົງທຶນໃສ່ການພັດທະນາສີມືແຮງງານ ຊຶ່ງເປັນປັດໄຈສໍາຄັນໃນການພັດທະນາມະນຸດ ແລະ ການເພີ່ມທະວີຮ່ວມມືແບບໃຕ້-ໃຕ້ ແລະ ການຮ່ວມມືສາມຫຼຽ່ມເຊັ່ນເ ກົນໄກການຈັດຕັ້ງປະຕິບັດ ແລະ ການຕິດຕາມກວດກາ ເພື່ອການພັດທະນາທີ່ມີປະສິດທິຜົນ.