ປາກຽວ ຢືນຢັນເລີ່ມເຈລະຈາ ຊົກກັບ ແມັກເກຣເກີ
December 10, 2017 - 4:03 PM

ແຟນມວຍທົ່ວໂລກອາດໄດ້ເຫັນ ແມນນີ່ ປາກຽວ ຊົກກັບ ຄໍເນີ ແມັກເກຣເກີ ຍອດມວຍກົງ ໃນປີໜ້າ, ຫລັງ ປາກຽວ ຢືນຢັນເລີ່ມເຈລະຈາແລ້ວ.
ແມນນີ່ ປາກຽວ ຍອດນັກມວຍຊາວຟີລິບປິນ ຢືນຢັນວ່າ: ເລີ່ມເຈລະຈາເບື້ອງຕົ້ນເລື່ອງການຂຶ້ນຊົກກັບ ຄໍເນີ ແມັກເກຣເກີ ຍອດນັກສູ້ສິລະປະການຕໍ່ສູ້ແບບປະສົມປະສານ (MNA) ຊາວໄອຣິຊແລ້ວ ໂດຍຖ້າເກີດຂຶ້ນແທ້ອາດຈະໄດ້ຊົກກັນໃນເດືອນເມສາປີໜ້າ.
ປາກຽວ ອາຍຸ 38 ປີ ບໍ່ໄດ້ຂຶ້ນເວທີຊົກກັບໃຜອີກນັບແຕ່ເສຍໃຫ້ ເຈຟ ຮອນ ນັກມວຍຊາວອົດສະຕຣາລີ ໄປແບບສຸດຊັອກ ໃນເດືອນກໍລະກົດ. ຂະນະທີ່ ແມັກເກຣເກີ ຫາກໍສ້າງປະຫວັດສາດ ດ້ວຍການກ້າວຂ້າມເວທີຈາກການຊົກມວຍໃນກົງ ມາສູ່ສັງວຽນຜືນຜ້າໃບ ດ້ວຍການສູ້ກັບ ຟລອຍ ເມເວທເທີ ຈູເນຍ ກ່ອນເສຍໄປຕາມຄາດໃນເດືອນສິງຫາຜ່ານມາ.