ຊາວອາເມລິກາປະທ້ວງຕໍ່ຕ້ານທ່ານ ທຣໍາ ແລະ ທ່ານ ມັສ ຄັ້ງໃຫຍ່ທົ່ວປະເທດ


ຊາວອາເມລິການັບລ້ານຄົນເຂົ້າຮ່ວມການປະທ້ວງຕໍ່ຕ້ານປະທານາທິບໍດີ ໂດນັລ ທຣໍາ ແລະ ທ່ານ ອີລອນ ມັສ ໃນຫລາຍເມືອງໃຫຍ່ທົ່ວ 50 ລັດຂອງອາເມລິກາ ໃນວັນທີ 5 ເມສາ ໂດຍມີການຊຸມນຸມ ແລະ ເດີນຂະບວນກວ່າ 1,400 ຈຸດ ລວມທັງຢູ່ລັດຖະສະພາ, ອາຄານລັດຖະບານ, ສວນສາທາລະນະ ແລະ ສະໜາມຫລວງທົ່ວປະເທດ.
ການປະທ້ວງຄັ້ງໃຫຍ່ນີ້ ເຊິ່ງຕັ້ງຊື່ວ່າ: “Hands off!” ຫລື ການ “ບໍ່ກ້າວກ່າວ” ເຊິ່ງກຸ່ມຜູ້ຊຸມນຸມຮຽກຮ້ອງໃຫ້ “ຢຸດການຍາດຊີງອໍານາດຂອງບັນດາມະຫາເສດຖີ” ເຊິ່ງໝາຍເຖິງທ່ານ ທຣໍາ ແລະ ທ່ານ ມັສ ໂດຍສະແດງຄວາມບໍ່ພໍໃຈຕໍ່ການບໍລິຫານປະເທດ ແລະ ນະໂຍບາຍຕ່າງໆຂອງທ່ານ ທຣໍາ ນັບແຕ່ນະໂຍບາຍທາງສັງຄົມໄປຈົນຮອດເສດຖະກິດ ຕະຫລອດຈົນການເຂົ້າມາມີບົດບາດຂອງທ່ານ ມັສ ໃນກະຊວງປະສິດທິພາບລັດຖະບານ ທີ່ເຂົ້າກວດສອບ ແລະ ແຊກແຊງການເຮັດວຽກຂອງໜ່ວຍງານຕ່າງໆ.
ຜູ້ຈັດການຊຸມນຸມລະບຸວ່າ: ພວກເຂົາມີຂໍ້ຮຽກຮ້ອງ 3 ປະການໄດ້ແກ່:
- ຢຸດການເຂົ້າຢຶດອໍານາດຂອງມະຫາເສດຖີພັນລ້ານ ແລະ ການທຸຈະລິດທີ່ແຜ່ຫລາຍຂອງລັດຖະບານ ທຣໍາ.
- ຢຸດການຕັດເງິນຂອງລັດຖະບານກາງສໍາລັງໂຄງການປະກັນສຸຂະພາບ, ປະກັນສັງຄົມ ແລະ ນະໂຍບາຍອື່ນໆ ເຊິ່ງເປັນທີ່ເພິ່ງຂອງກຸ່ມແຮງງານ.
- ຢຸດການດໍາເນີນນະໂຍບາຍຕໍ່ຕ້ານຜູ້ອົບພະຍົບ, ຄົນຂ້າມເພດ ແລະ ຊຸມຊົນອື່ນໆ.
ຂະນະທີ່ຜູ້ຈັດການຊຸມນຸມໄດ້ສົ່ງຂໍ້ຄວາມເຊີນຊວນຊາວອາເມລິກາທົ່ວປະເທດທີ່ຜະເຊີນຜົນກະທົບຈາກນະໂຍບາຍຂອງທ່ານ ທຣໍາ ໂດຍຊີ້ວ່າ: ນີ້ເປັນໄລຍະເວລາທີ່ຈະຕ້ອງລຸກຂຶ້ນປະຕິເສດວິກິດທີ່ເກີດຂຶ້ນ.
“ບໍ່ວ່າທ່ານຈະຖືກປຸກລະດົມດ້ວຍການໂຈມຕີປະຊາທິປະໄຕຂອງເຮົາ ການຫລຸດຕໍາແໜ່ງວຽກ, ການລະເມີດຄວາມເປັນສ່ວນຕົວ ຫລື ການລະເມີດບໍລິການຂອງເຮົາ ໄລຍະເວລານີ້ເປັນຂອງທ່ານ ເຮົາຕັ້ງເປົ້າຈະປະຕິເສດວິກິດຄັ້ງນີ້ໃນລະດັບປະເທດຢ່າງຍິ່ງໃຫຍ່ ແລະ ຊັດເຈນ”.
ເຖິງຢ່າງໃດກໍຕາມ, ເບື້ອງຕົ້ນພົບວ່າການປະທ້ວງສ່ວນຫລາຍເປັນໄປຢ່າງສະຫງົບ ແລະ ບໍ່ມີເຫດວຸ້ນວາຍ.
ໂດຍນອກຈາກຢູ່ອາເມລິກາ ຍັງມີການຊຸມນຸມຢູ່ເມືອງໃຫຍ່ຂອງຫລາຍປະເທດເຊັ່ນ: ລອນດອນ ແລະ ປາຣີສ ນໍາອີກ.
ອ້າງອີງ: