ປະທານປະເທດ ແຫ່ງ ສສ. ຫວຽດນາມ ເດີນທາງມາເຖິງ ນະຄອນຫຼວງວຽງຈັນ ເປັນທີ່ຮຽບຮ້ອຍ

- 492480177 711992247838368 2939296737356405991 n - ປະທານປະເທດ ແຫ່ງ ສສ. ຫວຽດນາມ ເດີນທາງມາເຖິງ ນະຄອນຫຼວງວຽງຈັນ ເປັນທີ່ຮຽບຮ້ອຍ
- kitchen vibe - ປະທານປະເທດ ແຫ່ງ ສສ. ຫວຽດນາມ ເດີນທາງມາເຖິງ ນະຄອນຫຼວງວຽງຈັນ ເປັນທີ່ຮຽບຮ້ອຍ

ໃນຕອນບ່າຍຂອງວັນທີ 24 ເມສາ 2025, ສະຫາຍ ເລືອງ ເກືອງ, ປະທານປະເທດ ແຫ່ງ ສສ. ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ ເພື່ອດໍາເນີນການຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ແຕ່ວັນທີ 24-25 ເມສາ 2025.

ພິທີຕ້ອນຮັບ ໄດ້ຈັດຂຶ້ນຢ່າງສົມກຽດ ທີ່ ສະໜາມບິນ ໂດຍມີ ສະຫາຍ ນາງ ເຂັມມະນີ ພົນເສນາ, ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ທັງເປັນລັດຖະມົນຕີກຽດຕິຍົດ ພ້ອມດ້ວຍຄະນະທັງຝ່າຍລາວ ແລະ ຫວຽດນາມ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

- Visit Laos Visit SALANA BOUTIQUE HOTEL - ປະທານປະເທດ ແຫ່ງ ສສ. ຫວຽດນາມ ເດີນທາງມາເຖິງ ນະຄອນຫຼວງວຽງຈັນ ເປັນທີ່ຮຽບຮ້ອຍ

ໃນໂອກາດຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ສະຫາຍ ເລືອງ ເກືອງ, ປະທານປະເທດ ແຫ່ງ ສສ. ຫວຽດນາມ ແລະ ຄະນະ ຈະພົບປະສອງຝ່າຍຢ່າງເປັນທາງການກັບ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ; ຈະພົບປະກັບ ສະຫາຍ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ ແລະ ສະຫາຍ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ຈະເຂົ້າຮ່ວມພິທີພົບປະມິດຕະພາບ ລາວ-ຫວຽດນາມ; ຈະຢ້ຽມຢາມອະດີດການນໍາຂອງ ສປປ ລາວ; ຈະເຂົ້າວາງພວງມາລາ ທີ່ ອານຸສາວະລີນັກຮົບນິລະນາມ; ພ້ອມທັງຈະຢ້ຽມຊົມ ຫໍພິພິທະພັນ ໄກສອນ ພົມວິຫານ ແລະ ອານຸສອນສະຖານ ປະທານ ສຸພານຸວົງ ຕື່ມອີກ.

ຂ່າວ: ກົມການຂ່າວ, ກະຊວງການຕ່າງປະເທດ.

- 4 - ປະທານປະເທດ ແຫ່ງ ສສ. ຫວຽດນາມ ເດີນທາງມາເຖິງ ນະຄອນຫຼວງວຽງຈັນ ເປັນທີ່ຮຽບຮ້ອຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!