ຖະແຫລງຂ່າວ ກຽມຈັດກິດຈະກິດຈະກຳ ສະເຫລີມສະຫລອງ ວັນກໍາມະກອນສາກົນ ຄົບຮອບ 139 ປີ

- 492508605 708743081500060 6857275219145073424 n - ຖະແຫລງຂ່າວ ກຽມຈັດກິດຈະກິດຈະກຳ ສະເຫລີມສະຫລອງ ວັນກໍາມະກອນສາກົນ ຄົບຮອບ 139 ປີ
- kitchen vibe - ຖະແຫລງຂ່າວ ກຽມຈັດກິດຈະກິດຈະກຳ ສະເຫລີມສະຫລອງ ວັນກໍາມະກອນສາກົນ ຄົບຮອບ 139 ປີ

ທ່ານ ພອນສານ ວິໄລເມັ້ງ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ໄດ້ຖະແຫລງຂ່າວກ່ຽວກັບ ການສະ​ເຫລີ​ມສະຫລອງວັນ​ກໍາມະກອນ​ສາກົນ 1 ພຶດສະພາ ​ຄົບຮອບ 139 ປີ (1 ພຶດສະພາ 1886 – 1 ພຶດສະພາ 2025) ໃນວັນທີ 24 ເມສາ ຜ່ານມາວ່າ: ເນື່ອງໃນໂອກາດວັນກໍາມະກອນສາກົນວັນທີ 1 ພຶດສະພາ ທີ່ຈະໝູນວຽນມາຄົບຮອບ 139 ປີຕາງໜ້າໃຫ້ຄະນະປະທານ ຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ແລະ ສະຫະພັນກໍາມະບານແຕ່ລະຂັ້ນຈະໄດ້ພ້ອມກັນຫວນຄືນມູນເຊື້ອປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຊຶ່ງເປັນວັນທີ່ມີຄວາມໝາຍຄວາມສຳຄັນຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກໄດ້ລຸກຮືຂຶ້ນເພື່ອ​ຕໍ່ສູ້​ກັບ​ຊົນ​ຊັ້ນ​ນາຍທຶນ, ທວງ​ໃຫ້​ພວກ​ນາຍທຶນ​ເພີ່ມ​ເງິນ​ເດືອນ ​ແລະ ຫລຸດຜ່ອນ​ຊົ່ວ​ໂມງ​ເຮັດ​ວຽກ​ລົງ.

ສໍາລັບປີ 2025 ນີ້ ສູນ​ກາງ​ສະຫະພັນ​ກໍາມະບານ​ລາວ​ໄດ້​ມີແຈ້ງ​ການ​ເຖິງ ສະຫະພັນ​ກໍາມະບານກະຊວງ, ອົງການ​, ນະຄອນຫລວງ ​ແລະ ແຂວງ ເພື່ອ​ຈັດ​ຕັ້ງ​ການສະ​ເຫຼີ​ມສະຫຼອງ​ວັນ​ກໍາມະກອນສາກົນ. ເພື່ອເຮັດໃຫ້​ວັນດັ່ງກ່າວມີ​​ຄວາມໝາຍສຳຄັນ, ມີເນື້ອ​ໃນ ເລິກ​ເຊິ່ງ ​ແລະ ກວ້າງ​ຂວາງ ແລະ ກິດຈະກຳ ເຊັ່ນ:

- Visit Laos Visit SALANA BOUTIQUE HOTEL - ຖະແຫລງຂ່າວ ກຽມຈັດກິດຈະກິດຈະກຳ ສະເຫລີມສະຫລອງ ວັນກໍາມະກອນສາກົນ ຄົບຮອບ 139 ປີ

– ຈັດ​ຕັ້ງ​​ປາຖະກະຖາ​ມູນ​ເຊື້ອ​ວັນ​ກໍາມະກອນ​ສາກົນ​ ຄົບຮອບ 139 ປີ ​ເພື່ອ​ເປັນ​ການ​​ໂຄສະນາ​ສຶກສາ​ອົບຮົມ​ໃຫ້​ແກ່ສະມາຊິກ​ກໍາມະບານ, ກໍາມະກອນ ​ແລະ ຜູ້​ອອກ​ແຮງ​ງານ​ ໃຫ້​ຮັບ​ຮູ້​, ເຂົ້າ​ໃຈ​​ ແລະ ລະນຶກເຖິງມູນເຊື້ອການກໍາເນີດ ເຕີບໃຫຍ່ຂອງຊົນຊັ້ນກໍາມະກອນສາກົນ ແລະ ​ຊົນຊັ້ນກໍາມະກອນ​ລາວ ໃນໄລຍະຜ່ານມາ ກໍຄືປັດຈຸບັນຕາມເງື່ອນໄຂ ແລະ ຄວາມເໝາະສົມຂອງແຕ່ລະບ່ອນ.

– ຈັດກິດຈະກໍາຖາມ-ຕອບ ຄວາມຮູ້ກ່ຽວກັບວັນກໍາມະກອນສາກົນຜ່ານສື່ ຫຼື ເຮັດແບບຊຶ່ງໜ້າດ້ວຍບັນຍາກາດທີ່ເບີກບານມ່ວນຊື່ນ ແລະ ມີເນື້ອໃນ

– ຈັດກິດຈະກໍາ​ຍ່າງ​ເພື່ອ​ສຸຂະພາບ 1 ພຶດສະພາ ຄົບຮອບ 139 ປີ ຢູ່ທີ່ສວນປະຕູໄຊ

– ຈັດການ​ແຂ່ງຂັນກິລາຕີກັອຟ ເພື່ອລະດົມທຶນກະກຽມກອງປະຊຸມໃຫຍ່ຜູ້ແທນກຳມະບານລາວ ທົ່ວປະເທດຄັ້ງທີ IX

– ຈັດຂະບວນການອະນາໄມລວມ, ອະນາໄມສະຖານທີ່ສຳນັກງານ, ອົງການ ແລະ ສະຖານທີ່ສາທາລະນະໃຫ້ມີຄວາມສະອາດງາມຕາ ພ້ອມທັງຮັກສາສິ່ງແວດລ້ອມໃຫ້ດີ, ສຳລັບສະຫະພັນກໍາມະບານກະຊວງ, ອົງການ, ນະຄອນຫລວງ, ແຂວງ, ສະຫະພັນກໍາມະບານເມືອງ, ນະຄອນ, ກໍາມະບານຮາກຖານ ແລະ ຫົວໜ່ວຍແຮງງານໃຫ້ຈັດຕັ້ງການອອກແຮງງານອະນາໄມ ຕາມສຳນັກງານ, ອົງການ, ສະຖານທີ່ເຮັດວຽກ ແລະ ສະຖານທີ່ຕ່າງໆຕາມເງື່ອນໄຂ, ຄວາມເໝາະສົມຕົວຈິງ

– ລົງໂຄສະນາເຄື່ອນທີ່ຢູ່ຕາມຫົວໜ່ວຍແຮງງານເພື່ອສ້າງຄວາມຮັບຮູ້ໃຫ້ແກ່ກໍາມະກອນ, ມີກິດຈະກໍາຖາມ-ຕອບຕ່າງໆພ້ອມທັງໂຄສະນາຜ່ານສື່ຂອງກໍາມະບານ ແລະ ສື່ຕ່າງໆ ໃຫ້ມີບັນຍາກາດຟົດຟື້ນ ແລະ ກ້ວາງຂວາງ.

ທີ່ມາ: ໜັງສືພິມ ປະຊາຊົນ

- 4 - ຖະແຫລງຂ່າວ ກຽມຈັດກິດຈະກິດຈະກຳ ສະເຫລີມສະຫລອງ ວັນກໍາມະກອນສາກົນ ຄົບຮອບ 139 ປີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!