ປະກາດຖອນ ແລະ ແຕ່ງຕັ້ງ ຄະນະຄຸ້ມຄອງດ່ານ ສາກົນ ນ້ຳພາວ ແລະ ດ່ານ ສາກົນປາກຊັນ ແຂວງ ບໍລິຄຳໄຊ.

- 493907907 1203083861603413 4589525699230192173 n - ປະກາດຖອນ ແລະ ແຕ່ງຕັ້ງ ຄະນະຄຸ້ມຄອງດ່ານ ສາກົນ ນ້ຳພາວ ແລະ ດ່ານ ສາກົນປາກຊັນ ແຂວງ ບໍລິຄຳໄຊ.
- kitchen vibe - ປະກາດຖອນ ແລະ ແຕ່ງຕັ້ງ ຄະນະຄຸ້ມຄອງດ່ານ ສາກົນ ນ້ຳພາວ ແລະ ດ່ານ ສາກົນປາກຊັນ ແຂວງ ບໍລິຄຳໄຊ.

ວັນທີ 25 ເມສາ 2025 ຜ່ານມານີ້, ຢູ່ ດ່ານ ຕມ ສາກົນປາກຊັນ ຈັດພິທີປະກາດຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການຖອນນາຍຕຳຫຼວດທີ່ຂຶ້ນກັບກອງບັນຊາການ ປກສ ແຂວງ ບໍລິຄຳໄຊ ແລະ ຂໍ້ຕົກລົງ ຂອງກອງບັນຊາການ ປກສ ແຂວງ ວ່າດ້ວຍການແຕ່ງຕັ້ງພະນັກງານປະຈຳການຢູ່ພະແນກຕຳຫຼວດກວດຄົນເຂົ້າ-ອອກເມືອງ, ດ່ານ ສາກົນນ້ຳພາວ ແລະ ດ່ານ ສາກົນປາກຊັນ, ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ບຸນສົງ ເພັດຈະເລີນ ຫົວໜ້າຄະນະຈັດຕັ້ງແຂວງ, ມີ ພົຈວ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄຳໄຊ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ພັທ ອວດ ວົງໄຊ ຫົວໜ້າຫ້ອງການເມືອງ ປກສ ແຂວງ, ໄດ້ຂຶ້ນຜ່ານ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເລກທີ 798/ປກສ, ລົງວັນທີ 10 ເມສາ 2025, ວ່າດ້ວຍການຖອນນາຍຕຳຫລວດທີ່ຂຶ້ນກັບກອງບັນຊາການ ປກສ ແຂວງ ບໍລິຄຳໄຊ ຄື:

  1. ພັທ ປອ ຄຳຜັນ ບຸນມີໄຊ ຈາກຫົວໜ້າຄະນະຄຸ້ມຄອງດ່ານ ສາກົນນ້ຳພາວ ກັບຄືນມາເປັນຮອງ ຫົວໜ້າກອງບັນຊາການ ປກສ ແຂວງ
  2. ພັທ ວົງວິໄລ ອິນທິສານ ຈາກຫົວໜ້າຄະນະຄຸ້ມຄອງດ່ານ ສາກົນປາກຊັນ ກັບຄືນມາເປັນຮອງຫົວໜ້າຫ້ອງສັນຕິບານ ປສກ ແຂວງ

ຈາກນັ້ນ, ໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງ, ເລກທີ 2378/ ປກສ.ບຊ, ລົງວັນທີ 24 ເມສາ 2025, ວ່າດ້ວຍການແຕ່ງຕັ້ງພະນັກງານປະຈໍາການຢູ່ພະແນກຕໍາຫຼວດກວດຄົນເຂົ້າ-ອອກເມືອງ, ດ່ານ ສາກົນນ້ຳພາວ ແລະ ດ່ານ ສາກົນປາກຊັນ ໂດຍໄດ້ແຕ່ງຕັ້ງທ່ານ ໄກສອນ ສີຈັນທະເລືອງ ເປັນຮັກສາການຫົວໜ້າຄະນະຄຸ້ມຄອງດ່ານ ສາກົນປາກຊັນ ( ຜູ້ໃໝ່ ) ຢ່າງເປັນທາງການ.

ທີ່ມາ: ໜັງສືພິມ ບໍລິຄໍາໄຊ

- 5 - ປະກາດຖອນ ແລະ ແຕ່ງຕັ້ງ ຄະນະຄຸ້ມຄອງດ່ານ ສາກົນ ນ້ຳພາວ ແລະ ດ່ານ ສາກົນປາກຊັນ ແຂວງ ບໍລິຄຳໄຊ.
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!