UAE ກຽມບັນຈຸຫລັກສູດAI ໃນໂຮງຮຽນລັດຖະບານທຸກລະດັບຊັ້ນ
May 6, 2025 - 3:42 PM

ສະຫະລັດອາຣັບເອມິເຣດ (UAE) ກຽມນໍາເອົາບົດຮຽນປັນຍາປະດິດ (AI) ມາສອນເດັກນ້ອຍນັກຮຽນທຸກເພດໄວ ເພື່ອການເປັນຜູ້ນໍາດ້ານເຕັກໂນໂລຊີຂອງປະເທດ.
ທ່ານ ຊີກ ໂມຮໍາເໝັດ ບິນ ຣາຊິກ ອັລ ມັກຕູມ ເຈົ້າຜູ້ຄອງນະຄອນດູໄບ ແລະ ນາຍົກລັດຖະມົນຕີຂອງ UAE ປະກາດວ່າ: UAE ຈະເລີ່ມສອນບົດຮຽນ AI ໃນໂຮງຮຽນຂອງລັດ ນັບແຕ່ຊັ້ນອະນຸບານຈົນຮອດມັດທະຍົມສຶກສາຕອນປາຍ ໃນປີການສຶກສາໜ້າ.
“ເປົ້າໝາຍຂອງຂ້າພະເຈົ້າຄືການສອນໃຫ້ເດັກນ້ອຍເຂົ້າໃຈປັນຍາປະດິດຢ່າງເລິກເຊິ້ງ ແລະ ສົ່ງເສີມໃຫ້ພວກເຂົາມີຄວາມເນັ້ນໜັກຮູ້ໃນຈະລິຍະທໍາຂອງ AI ເພື່ອກຽມຄວາມພ້ອມໃຫ້ພວກເຂົາໃນອະນາຄົດ” ທ່ານ ຊີກໂມຮໍາເໝັດ ກ່າວ.