ສານແຂວງອຸດົມໄຊ ຕັດສິນຜູ້ຖືກຫາ 2 ຄົນ ຄະດີລັກຕັດໄມ້ຫວງຫ້າມທຳມະຊາດ
May 8, 2025 - 10:51 AM


ໜັງສືພິມ ຄວາມສະຫງົບ ລາຍງານວ່າ: ວັນທີ 23 ເມສາ 2025 ຄະນະສານອາຍາຂັ້ນຕົ້ນ ສານປະຊາຊົນ ແຂວງອຸດົມໄຊ ໄດ້ຕັດສິນຈໍາເລີຍ 2 ຄົນ ຂໍ້ຫາ ລັກຕັດໄມ້ຫວງຫ້າມ ມີລາຍລະອຽດຄື:
- ຕັດສິນ ທ້າວ ຄຳເພືອ ອາຍຸ 24 ປີ ປະຊາຊົນຢູ່ບ້ານບໍ່ຫ້ວຍຄະ ເມືອງງາ ແຂວງອຸດົມໄຊ ຖານຄວາມຜິດ ການຕັດໄມ້, ຊື້-ຂາຍ ຫຼື ເຄື່ອນຍ້າຍໄມ້ທຳມະຊາດ ປະເພດໄມ້ຫວງຫ້າມ ແລະ ໄມ້ພິເສດທີ່ໃກ້ຈະສູນພັນ ໂດຍບໍ່ຖືກຕ້ອງຕາມກົດໝາຍ 2 ປີ ແລະ ປັບໃໝ ສອງເທົ່າຂອງມູນຄ່າຄວາມເສຍຫາຍ 36,800,000 ກີບ ເທົ່າກັບ 73,600,000 ແລະ ໃຫ້ຟື້ນຟູຄືນ ແລະ ຂໍ້ຫາມີຢາບ້າໄວ້ໃນຄອບຄອງເພື່ອເສບ 26 ເມັດ ໃຫ້ຈໍາຄຸກ 2 ປີ ແລະ ປັບໃໝ 10,000,000 ກີບ. ລວມໂທດ 4ປີ, ຫລຸດຜ່ອນຄວາມຮັບຜິດຊອບທາງອາຍາ 10 ເດືອນ ເຫລືອປະຕິບັດໂທດຕົວຈິງ ຕັດອິດສະລະພາບ 3 ປີ 2 ເດືອນ.
- ຕັດສິນ ທ້າວ ຄຳແດງ ອາຍຸ 24 ປີ ປະຊາຊົນຢູ່ບ້ານບໍ່ຫ້ວຍຄະ ເມືອງງາ ແຂວງອຸດົມໄຊ ຈຳຄຸກ 2 ປີ ແລະ ປັບໃໝ ສອງເທົ່າຂອງມູນຄ່າຄວາມເສຍຫາຍ 36,800,000 ກີບ ເທົ່າກັບ 73,600,000 ແລະ ໃຫ້ຟື້ນຟູຄືນ ຫລຸດຜ່ອນຄວາມຮັບຜິດຊອບທາງອາຍາ 10 ເດືອນ, ປະຕິບັດໂທດຕົວຈິງຕັດອິດສະລະພາບ 1ປີ 2ເດືອນ.
ຂອງກາງຢາບ້າ 26 ເມັດ ທີ່ຢຶດໄດ້ຈາກທ້າວ ຄຳເພືອ ໄດ້ນຳໄປທໍາລາຍຖິ້ມ ສ່ວນໄມ້ແຕ້ຂ່າ ຈໍານວນ 12 ຕັບ ບໍລິມາດ 0,371 ແມັດກ້ອນ ຂອງຈຳເລີຍທັງ 2 ມາ ຮິບເປັນຂອງລັດ ແລ້ວມອບໃຫ້ພາກສ່ວນກ່ຽວຂ້ອງເກັບຮັກສາໄວ້ ຕາມລະບຽບການ.
ທີ່ມາ: ໜັງສືພິມຄວາມສະຫງົບ