ດຳເນີນຄະດີອະດີດພະນັກງານ ບໍລິສັດ ໄປສະນີລາວ ພ້ອມເກັບກູ້ຄືນຜົນເສຍຫາຍໄດ້ 58 ຕື້ກວ່າກີບ

- 495602682 997715822515158 6188376421299222044 n - ດຳເນີນຄະດີອະດີດພະນັກງານ ບໍລິສັດ ໄປສະນີລາວ ພ້ອມເກັບກູ້ຄືນຜົນເສຍຫາຍໄດ້ 58 ຕື້ກວ່າກີບ
- kitchen vibe - ດຳເນີນຄະດີອະດີດພະນັກງານ ບໍລິສັດ ໄປສະນີລາວ ພ້ອມເກັບກູ້ຄືນຜົນເສຍຫາຍໄດ້ 58 ຕື້ກວ່າກີບ

ທ່ານ ນາງ ສຸພາລັກ ສີລາເພັດ ຮອງປະທານຄະນະກວດກາພັກກະຊວງ ເລຂາໜ່ວຍພັກຮາກຖານກົມ ຮັກສາການຫົວໜ້າກົມກວດກາ ກະຊວງເຕັກໂນໂລຊີ ແລະ ການສື່ສານ ລາຍງານຕໍ່ກອງປະຊຸມ ສະຫຼຸບການເຄື່ອນໄຫວວຽກງານກວດກາ ປະຈຳປີ 2024 ທີ່ດຳເນີນໄປໃນ ວັນທີ 28 ເມສາ 2025 ນີ້ວ່າ: ຄະນະກວດກາພັກກະຊວງໄດ້ຕິດຕາມກວດກາ 38 ເປົ້າໝາຍ: ໂຄງການລົງທຶນຂອງລັດ 8 ໂຄງການ, ສໍາເລັດໄປຕາມແຜນ 7 ໂຄງການ.

ສໍາເລັດລົງຕິດຕາມຊຸກຍູ້ການເກັບກູ້ໜີ້ສິນຄືນ ແລະ ການດໍາເນີນຄະດີຕໍ່ພະນັກງານ ບໍລິສັດ ລັດວິສາຫະກິດ ໄປສະນີລາວ, ເກັບກູ້ຜົນເສຍຫາຍຄືນຈາກຍອດຍົກມາຕົ້ນປີ 2024 ຈໍານວນເງິນ 58,452,006,041 ກີບ. ສໍາເລັດຄົ້ນຄວ້າກວດກາຄືນຕົວເລກໜີ້ສິນຂອງອະດີດພະນັກງານ ບໍລິສັດ ລັດວິສາຫະກິດ ໄປສະນີລາວ ສາຂາເຊກອງ 29 ເປົ້າໝາຍ, ຕັດສິນແລ້ວ 13 ເປົ້າໝາຍ, ເສຍຊີວິດ 1 ເປົ້າໝາຍ, ໂຕນໜີ 1 ເປົ້າໝາຍ ແລະ ຍັງບໍ່ທັນຕັດສິນ 14 ເປົ້າໝາຍ.

ມອບເຄື່ອງຂອງກາງຄະດີ ໃຫ້ກອງປະຕິບັດຄຳຕັດສິນຂອງສານປະຈຳນະຄອນຫລວງ ຕາມຄຳພິພາກສາຂອງສານ 2 ຄັ້ງ ເພື່ອນໍາໄປຂາຍມາໃຊ້ໜີ້ຄືນສະຖາບັນເງິນຝາກຂອງ ບໍລິສັດ ໄປສະນີລາວ ແລະ ວຽກອື່ນໆ.

ທີ່ມາ: ວາລະສານກວດກາ

- 3 - ດຳເນີນຄະດີອະດີດພະນັກງານ ບໍລິສັດ ໄປສະນີລາວ ພ້ອມເກັບກູ້ຄືນຜົນເສຍຫາຍໄດ້ 58 ຕື້ກວ່າກີບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!