ກອງທຶນການເງິນສາກົນ (IMF) ຕີລາຄາສູງຕໍ່ການຂະຫຍາຍຕົວຂອງເສດຖະກິດລາວ.


ໃນວັນທີ 12 ທັນວານີ້, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບທ່ານ ແຈັບຟີ້ ບັນນິດເຕີ້ (Geoffrey J. Bannister) ຫົວໜ້າຄະນະປະເມີນເສດຖະກິດມະຫາພາກ ສປປ ລາວ ຂອງກອງທຶນການເງິນສາກົນ (IMF) ພ້ອມດ້ວຍຄະນະໃນໂອກາດເດີນທາງມາເຮັດວຽກຢູ່ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກໄດ້ສະແດງຄວາມຊົມເຊີຍຍີນດີຕ້ອນຮັບຕໍ່ທ່ານ ແຈັບຟີ້ ບັນນິດເຕີ້ ທີ່ໄດ້ນຳພາຄະນະເດີນທາງມາເຮັດວຽກປະເມີນເສດຖະກິດມະຫາພາກຂອງ ສປປ ລາວ, ແຕ່ວັນທີ 29 ພະຈິກ 2017 ເປັນຕົ້ນມາ ແລະ ຕີລາຄາສູງຕໍ່ການຮ່ວມມືທີ່ດີລະຫວ່າງ ສປປ ລາວ ແລະ IMF ຕະຫລອດໄລຍະຜ່ານມາ, ໂດຍຜ່ານການປະເມີນເສດຖະກິດມະຫາພາກໃນແຕ່ລະຄັ້ງ, ສປປ ລາວ ກໍໄດ້ຮັບຄຳແນະນຳທີ່ເປັນປະໂຫຍດເຂົ້າໃນການພັດທະນາ ແລະ ຮັກສາສະຖຽນລະພາບທາງດ້ານການເງິນ-ເງິນຕາ ແລະ IMF ກໍໄດ້ເຜີຍແຜ່ບົດລາຍງານຜົນການປະເມີນດັ່ງ ກ່າວ, ເພື່ອຊ່ວຍດຶງດູດການລົງທຶນຈາກຕ່າງປະເທດ, ພ້ອມຮຽກຮ້ອງໃຫ້ IMF ຈົ່ງໃຫ້ຄວາມເຊື້ອໝັ້ນຕໍ່ການຊີ້ນໍາ-ນໍາພາຂອງລັດຖະບານ ສປປ ລາວ ໃນການແກ້ໄຂບັນຫາຄວາມຫຍຸ້ງຍາກຕ່າງໆ ເພື່ອເຮັດໃຫ້ເສດຖະກິດຂອງລາວໄດ້ຮັບການພັດທະນາຢ່າງເຂັ້ມແຂງ.
ຄະນະຂອງ IMF ໄດ້ສະແດງຄວາມຊົມເຊີຍ ຕໍ່ສະພາບການພັດທະນາເສດຖະກິດຂອງ ສປປ ລາວ ທີ່ເຫັນວ່າເຮັດໄດ້ດີໃນຫລາຍປີຜ່ານມາ, ໂດຍການເຕີບໂຕສະເລ່ຍຢູ່ໃນລະດັບ 7% ຕໍ່ປີ ເຮັດໃຫ້ ສປປ ລາວ ເປັນປະເທດໜຶ່ງທີ່ມີການຂະຫຍາຍຕົວສູງກວ່າໝູ່ໃນພາກພື້ນ ແລະ ໃນໂລກ. ພ້ອມດຽວກັນນັ້ນ, ລາຍໄດ້ຕໍ່ຫົວຄົນ ກໍໄດ້ຮັບການພັດທະນາຂຶ້ນຢ່າງໄວວາ. ສຳລັບປີ 2017, IMF ປະເມີນວ່າ: ເສດຖະກິດຂອງລາວຈະສືບຕໍ່ຂະຫຍາຍຕົວໃນລະດັບ 6,8%, ການຂາດດຸນງົບປະມານ ຢູ່ໃນລະດັບທີ່ຄວບຄຸມໄດ້ ແລະ ຄາດວ່າໃນໄລຍະກາງ ການຂາດດຸນງົບປະມານຈະຫລຸດລົງ, ເນື່ອງຈາກລັດຖະບານມີນະໂຍບາຍຮັດກຸມສຳລັບລາຍຮັບ-ລາຍຈ່າຍ, ແຕ່ເຖິງຢ່າງໃດກໍດີ IMF ຍັງສະແດງຄວາມເປັນຫ່ວງ ຕໍ່ການຂະຫຍາຍຕົວຂອງເສດຖະກິດທີ່ເຫັນວ່າຍັງບໍ່ທັນທົ່ວເຖິງເທົ່າທີ່ຄວນ ແລະ ຍັງມີຄວາມແຕກໂຕນກັນໃນລະດັບສູງທາງດ້ານລາຍຮັບ ລະຫວ່າງປະຊາຊົນໃນຕົວເມືອງ ແລະ ໃນເຂດຊົນນະບົດ.
ໃນໂອກາດດຽວກັນນີ້, ທ່ານ ແຈັບຟີ້ ບັນນິດເຕີ້ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານຮອງນາຍົກ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ເສີມຂະຫຍາຍການຮ່ວມມືອັນດີ ແລະ ໃຫ້ການຊ່ວຍເຫລືອແກ່ ສປປ ລາວ ໃນທຸກໆດ້ານຕໍ່ໄປ.