ແມນຊິຕີ້-ແມນຢູໄນເຕັດ ດີໃຈ ເອຟເອ ຈະບໍ່ລົງໂທດ


ເອຟເອ ຈະບໍ່ລົງໂທດ ແມນເຊັສເຕີ ຊິຕີ້ ແລະ ແມນເຊັສເຕີ ຢູໄນເຕັດ ຈາກເຫດປະທະກັນຫລັງຈົບການແຂ່ງຂັນ ແມນເຊັສເຕີ ດາບີແມດ ໃນວັນທີ 10 ທັນວາ.
ສະມາຄົມບານເຕະອັງກິດ ຫລື ເອຟເອ ອອກມາເປີດເຜີຍວ່າ: ຈະບໍ່ມີບົດລົງໂທດໃດໆຕໍ່ 2 ສະໂມສອນບານເຕະຊື່ດັງແຫ່ງເມືອງແມນເຊັສເຕີ ເຊິ່ງກໍຄື ແມນເຊັສເຕີ ຢູໄນເຕັດ ກັບ ແມນເຊັສເຕີ ຊິຕີ້ ຈາກກໍລະນີທີ່ຜູ້ຫລິ້ນ ແລະ ຜູ້ຈັດການທີມຂອງທັງສອງກໍ່ເຫດອາລະວາດຫລັງຈົບການແຂ່ງຂັນພຣີເມຍລີກ ທີ່ ແມນເຊັສເຕີ ຊິຕີ້ ບຸກໄປຊະນະ ແມນເຊັສເຕີ ຢູໄນເຕັດ 2-1 ເຖິງຖິ່ນໂອລ ແທຣຟຟອດ ໃນວັນທີ 10 ທັນວາ.
ຖະແຫລງການຂອງເອຟເອ ລະບຸວ່າ: ພາຍຫລັງກວດສອບຫລັກຖານທີ່ທັງສອງສະໂມສອນສົ່ງເຂົ້າມາ ລວມທັງສອບປາກຄຳພະຍານໃນບ່ອນເກີດເຫດ, ທາງເອຟເອບໍ່ຂໍດຳເນີນການອອກບົດລົງໂທດໃດໆທັງໝົດ.
ເຫດອາລະວາດຄັ້ງນີ້ ເກີດຂຶ້ນຢູ່ບໍລິເວນໜ້າຫ້ອງແຕ່ງຕົວທີມຢາມ, ຫລັງການແຂ່ງຂັນຈົບລົງ ສາເຫດເກີດຈາກທີ່ຜູ້ຫລິ້ນຂອງ ແມນເຊັສເຕີ ຊິຕີ້ ສະຫລອງໄຊຊະນະສຽງດັງເກີນໄປ ສ້າງຄວາມບໍ່ພໍໃຈໃຫ້ແກ່ ໂຮເຊ ມູຣິນໂຢ ຜູ້ຈັດການທີມຂອງ ແມນເຊັສເຕີ ຢູໄນເຕັດ ທີ່ໄປໂວຍວ່າໃຫ້ງຽບ ແລະ ຄວນໃຫ້ຄວາມເຄົາລົບຕໍ່ເຈົ້າຂອງສະໜາມຫລາຍກວ່ານີ້.