WhatsApp ຈະຍົກເລີກການສະໜັບສະໜູນ Blackberry OS ແລະ Windows Phone


WhatsApp ໄດ້ປະກາດທີ່ຈະຍົກເລີກໃຫ້ການສະໜັບສະໜູນລະບົບປະຕິບັດການມືຖື BlackBerry 10 ແລະ Window Phone 8.0 ຫຼື ເວີຊັນກ່ອນໜ້າ ໂດຍຈະສາມາດໃຊ້ WhatsApp ໄດ້ຈົນເຖິງວັນທີ 31 ທັນວາ 2017 ນີ້ ເນື່ອງຈາກລະບົບປະຕິບັດການເຫຼົ່ານີ້ບໍ່ສາມາດສະໜັບສະໜູນຟີເຈີໃຫມ່ຂອງ WhatsApp ໄດ້ ຊຶ່ງຫາກຜູ້ໃຊ້ຍັງຄົງໃຊ້ລະບົບປະຕິບັດການເຫຼົ່ານີ້ຢູ່ ຄວນອັບເດດເວີຊັນຂອງລະບົບປະຕິບັດການໃຫມ່ເຖິງຈະສາມາດໃຊ້ງານ WhatsApp ໄດ້ຕາມປົກກະຕິ ໂດຍ WhatsApp ຈະຍັງຄົງສະໜັບສະໜູນໃນລະບົບປະຕິບັດການດັ່ງນີ້:
- BlackBerry OS ແລະ BlackBerry 10 ໃຊ້ໄດ້ເຖິງວັນທີ 31 ທັນວາ 2017 ນີ້.
- Windows Phone 8.0 ຫຼື ເວີຊັນກ່ອນໜ້າ ໃຊ້ໄດ້ເຖິງວັນທີ 31 ທັນວາ 2017 ນີ້.
- Nokia S40 ໃຊ້ໄດ້ເຖິງ 31 ທັນວາ 2018.
- Android 2.3.7 ຫຼື ເວີຊັນກ່ອນໜ້າ ໃຊ້ໄດ້ເຖິງ 1 ກຸມພາ 2020.
ການຍົກເລີກການສະໜັບສະໜູນລະບົບປະຕິບັດການຂ້າງຕົ້ນນີ້ບໍ່ໄດ້ໝາຍຄວາມວ່າຜູ້ໃຊ້ຈະບໍ່ສາມາດໃຊ້ງານ WhatsApp ໄດ້ ພຽງແຕ່ຈະບໍ່ສາມາດທໍາການສ້າງບັນຊີຜູ້ໃຊ້ໃຫມ່ ຫຼື ຢືນຍັນບັນຊີເດີມລະບົບປະຕິບັດການເວີຊັນເກົ່າເຫຼົ່ານີ້ໄດ້ ໂດຍ WhatsApp ໄດ້ໃຫ້ຄໍາແນະນໍາແກ່ຜູ້ໃຊ້ວ່າຄວນອັບເດດລະບົບປະຕິບັດການໃຫ້ໃຫມ່ຂຶ້ນດັ່ງນີ້ຄື:
-Android ເວີຊັນ 4.0 ຂຶ້ນໄປ
-iOS 7 ຂຶ້ນໄປ
-Windows Phone 8.1 ຂຶ້ນໄປ
ຫາກຜູ້ໃຊ້ ໃຊ້ລະບົບປະຕິບັດການເຫຼົ່ານີ້ຢູ່ແລ້ວ ພຽງແຕ່ລົງ WhatsApp ແລະ ຢືນຢັນເບີໂທລະສັບລົງໄປເທົ່ານີ້ກໍສາມາດໃຊ້ງານໄດ້ປົກກະຕິແລ້ວ.