ເຕັກນິກການປ່ຽນຊີວິດໃຫ້ດີຂຶ້ນຕັ້ງແຕ່ຕົ້ນປີ
December 29, 2017 - 1:10 PM


- ຊວນກັນອ່ານໜັງສື : ເລືອກອ່ານໜັງສືກ່ຽວກັບເຄັດລັບ ຫລື ວິທີການຕ່າງໆ ລວມໄປເຖິງຊີວະປະຫວັດຂອງຄົນທີ່ເຂົາປະສົບຄວາມສຳເລັດ ເຊິ່ງມີຫລວງຫລາຍໃນທຸກຮ້ານຂາຍປື້ມ ລອງເລືອກເອົາຈັກຫົວທີ່ທ່ານສົນໃຈມາອ່ານ ທ່ານຈະໄດ້ຂໍ້ຄິດ ແລະ ແນວທາງໃໝ່ໆ, ຄວາມຮູ້ໃໝ່ໆ ແລະ ວິທີການຄິດໃໝ່ໆ ເຊິ່ງຈະສ້າງແຮງບັນດານໃຈໃນການດຳລົງຊີວິດຈາກປື້ມທີ່ທ່ານອ່ານ.
- ຮຽນຮູ້ພາສາໃໝ່ໆ : ໃນປີທີ່ມີການເວົ້າເຖິງການກຽມຄວາມພ້ອມເຂົ້າສູ່ປະຊາຄົມເສດຖະກິດອາຊຽນ (AEC) ຢ່າງແຜ່ຫລາຍ ເຊິ່ງນອກຈາກທ່ານຈະສາມາດຟັງເວົ້າ, ອ່ານ ແລະ ຂຽນພາສາອັງກິດ ເຊິ່ງຖືເປັນພາສາກາງໃນການຕິດຕໍ່ສື່ສານໃນໂລກທີ່ບໍ່ມີພົມແດນແລ້ວ ການຮຽນຮູ້ພາສາທີ 3 ເຊັ່ນ: ພາສາມາລາຢູ (ບາຮາຊາ) ຫລື ພາສາອື່ນໆນອກເຂດ (AEC) ເຊັ່ນ : ພາສາຈີນ, ພາສາຍີ່ປຸ່ນ ຍັງຊ່ວຍເພີ່ມຄຸນຄ່າ ແລະ ໂອກາດໃນການເຮັດວຽກນຳບໍລິສັດຕ່າງຊາດໃຫ້ແກ່ທ່ານເອງນຳອີກ.
- ຫາກິດຈະກຳຍາມວ່າງໃໝ່ໆເຮັດ : ຝຶກໂຢຄະ, ຂີ່ລົດຖີບຫລິ້ນ, ຮຽນດຳນຳ້, ຮຽນເຕັ້ນ, ຮຽນປຸງແຕ່ງອາຫານ ຫລືອື່ນໆທີ່ທ່ານສົນໃຈ ເຊິ່ງຈະຊ່ວຍເຮັດໃຫ້ທ່ານມີທັກສະ ແລະ ສະມາທິທີ່ດີ. ນອກຈາກນີ້ຍັງໄດ້ພັດທະນາທັງດ້ານຮ່າງກາຍ, ອາລົມ ແລະ ຈິດໃຈໃຫ້ພ້ອມຮັບກັບສິ່ງໃໝ່ໆທີ່ຈະເກີດຂຶ້ນໃນປີນີ້ໄດ້ເປັນຢ່າງດີ.
- ຍົກລະດັບຄວາມຊຳນານ : ລອງສັງເກດໂຕເອງວ່າແມ່ນຫຍັງເຮັດໃຫ້ທ່ານມີຄວາມສຸກຫລືທ່ານມີທັກສະ ແລະ ຄວາມຊຳນານດ້ານໃດ ຈາກນັ້ນຄ່ອຍໆພັດທະນາ ແລະ ຍົກລະດັບຄວາມຊຳນານໃນທັກສະທີ່ມີໃຫ້ດີຍິ່ງຂຶ້ນເລື້ອຍໆ.
- ກ້າວຂ້າມຄວາມຢ້ານ : ທ່ານຢ້ານຫຍັງແດ່ໃນການເຮັດວຽກ, ຢ້ານຄວາມບໍ່ແນ່ນອນ, ຢ້ານການເວົ້າໃນບ່ອນສາທາລະ ນະ, ຢ້ານຄວາມຜິດພາດ ແລະ ອື່ນໆອີກຫລາຍ ເຊິ່ງຄວາມຢ້ານເຫລົ່ານີ້ເປັນອຸປະສັກຕໍ່ຄວາມກ້າວໜ້າຂອງທ່ານ ຫາກທ່ານບໍ່ສາ ມາດກ້າວຂ້າມຄວາມຢ້ານເຫລົ່ານີ້ໄດ້ ທ່ານກໍຈະບໍ່ມີມື້ຊະນະໂຕເອງໄດ້ເລີຍ.
- ສ້າງສະພາບແວດລ້ອມເພື່ອສ້າງແຮງບັນດານໃຈ : ຫາກທ່ານໄດ້ຢູ່ໃນສະພາບແວດລ້ອມທີ່ດີ ຈະສົ່ງເສີມໃຫ້ທ່ານເກີດແຮງບັນດານໃຈ ແລະ ກະຕຸ້ນໃຫ້ເກີດຄວາມຄິດໃໝ່ໆໃນການເຮັດວຽກ, ລອງຕົກແຕ່ງໂຕະເຮັດວຽກ ຫລື ຫ້ອງນອນໃໝ່, ທາສີໃໝ່, ຈັດຫ້ອງໃໝ່ ເພື່ອຫລີກໜີຈາກຄວາມດັ້ງເດີມເກົ່າໆ.
- ອອກກຳກາຍເປັນປະຈຳ : ຄົນເຮັດວຽກຈຳນວນຫລາຍມັກບໍ່ຄ່ອຍມີເວລາອອກກຳລັງກາຍພໍປານໃດ ຫາກທ່ານຕ້ອງການປ່ຽນແປງໂຕເອງ ລອງເລີ່ມຈາກການອອກກຳລັງກາຍ 3 ເທື່ອຕໍ່ອາທິດ ເທື່ອລະ 30 ນາທີຂຶ້ນໄປ ແລ້ວທ່ານຈະພົບວ່າເມື່ອຮ່າງກາຍແຂງແຮງ ການເຮັດວຽກຂອງທ່ານກໍມີປະສິດທິພາບຫລາຍຂຶ້ນ.
- ຕັ້ງເປົ້າໝາຍໃຫ້ໂຕເອງ : ລອງຫາປື້ມບັນທຶກຈັກຫົວ ແລ້ວກຳນົດເປົ້າໝາຍໃນຊີວິດຂອງຕົນລົງໄປ ທັງໃນໄລຍະສັ້ນ ແລະ ໄລຍະຍາວ ແລ້ວຄ່ອຍໆຈົດບັນທຶກຄວາມສຳເລັດຂອງທ່ານຕື່ມເຂົ້າໄປເທື່ອລະຢ່າງ ທ່ານຈະເຫັນພັດທະນາການຂອງໂຕເອງ ລວມທັງຮູ້ນຳວ່າຍັງຢູ່ຫ່າງໄກເປົ້າໝາຍອີກຫລາຍໜ້ອຍປານໃດ ຈະໄດ້ຫາທາງກະຕຸ້ນໂຕເອງໃຫ້ຫລາຍຂຶ້ນຕື່ມ.
- ອອກຈາກວົງຈອນຄວາມສະບາຍ : ການຈະເຕີບໃຫຍ່ໄດ້ນັ້ນ ທ່ານຕ້ອງເຮັດວຽກໜັກ ແລະ ທຸ້ມເທໃຫ້ກັບມັນ ຫາກທ່ານຍັງຢູ່ໃນພື້ນທີ່ອັນສຸກສະບາຍຫລາຍ ທ່ານຈະບໍ່ມີຫຍັງພັດທະນາເລີຍ ດັ່ງນັ້ນ ອອກມາເຮັດສິ່ງໃໝ່ໆທີ່ແຕກຕ່າງຈາກເກົ່າ, ຕື່ມຄຸນຄ່າໃຫ້ຊີວິດກັນດີກ່ວາ.
- ລົງມືເຮັດ : ວິທີທີ່ດີສຸດໃນການປັບປຸງຕົນເອງແມ່ນການລົງມືເຮັດ ຍິ່ງລົງມືເຮັດໄວເທົ່າໃດ ທ່ານກໍຈະຍິ່ງເຫັນຜົນໄວເທົ່ານັ້ນ.