ເປັນຫວ່ງເລື່ອງການພະນັນປະກົດມາຫລາຍຮູບແບບ


ສະບາຍດີ ເພື່ອນຜູ້ອ່ານ, ພາຍຫລັງລັດຖະບານໄດ້ເລັ່ງ ຈຳກັດການ ອອກຫວຍ, ອອກ ເລກແນວໃດໃຫ້ເໝາະສົມພໍ ດີພໍງາມ ແລະ ໃຫ້ມັນກາຍເປັນ ຫວຍເປັນເບີເພື່ອສາມາດປະ ກອບສ່ວນເຂົ້າໃນການສ້າງ ສາພັດທະນາປະເທດຊາດ ບ້ານ ເມືອງ ຢ່າງແທ້ຈິງ, ບໍ່ແມ່ນເພື່ອການສົ່ງເສີມຫລິ້ນການພະນັນ ແທງເລກແທງເບີເໝືອນດັ່ງ ຜ່ານມາ, ມີຮອດຫວຍຂູດ, ລອດ ໂຕ, ຫວຍອອນລາຍ ຫລື ການ ພະນັນ ບານອື່ນໆ ແລະ ສິ່ງ ຫຍໍ້ທໍ້ນັ້ນກໍເຫັນວ່ານັບມື້ສະຫງົບລົງ.
ແຕ່ໜ້າເສຍດາຍ, ໃນປັດ ຈຸບັນນີ້ ມັນແອບແຝງໄປຢູ່ ນຳຮ້ານເກມ, ຮ້ານອິນເຕີແນດ ບ່ອນໃດກໍມີເງື່ອນງຳ ໃນການ ຫລິ້ນການພະນັນ, ສິ່ງນີ້ເກີດ ຂຶ້ນຫລາຍແມ່ນເຂດຕົວເມືອງ ຫລວງ ເຮົາໄປທາງໃດກໍເກືອບ ຈະມີຮ້ານ ອິນເຕີເນັດດັ່ງກ່າວ, ເບິ່ງຢ່າງໜຶ່ງຄື ວ່າຍັງຂາດການ ກວດກາຄຸ້ມຄອງທີ່ ດີ, ຈາກອຳ ນາດການປົກຄອງ ແລະ ເບື້ອງ ເຈົ້າໜ້າທີ່ກ່ຽວຂ້ອງ ແລະ ຮ້າຍ ແຮງໄປກວ່າ ນັ້ນໃນຮ້ານ ເກມ ດ່ັງກ່າວຍັງມີການຊື່ຂາຍ ແລະ ມົ້ວສຸມສິ່ງເສບຕິດກໍມີ ແລະ ສ່ວນພະຍາດການພະນັນດ່ັງ ກ່າວຍັງລາມໄປສູ່ວົງການຕີ ມວຍ, ຕີໄກ່ ແລະ ອື່ນໆ, ສິ່ງ ນີ້ຖ້າໃຜຫາກໄດ້ອອກໄປແຖວ ຕະຫລາດໜອງດ້ວງໃນມື້ ວັນເສົາ, ວັນທິດ ຂອງແຕ່ລະ ທິດ, ພວກເຮົາຈະໄດ້ເຫັນຈະໄດ້ ງິນສຽງເສບ, ສຽງໂຮຮ້ອງດັ່ງ ແຊວໆ ໄປທົ່ວເຂດຕະຫລາດ ດ່ັງກ່າວ, ນັ້ນແມ່ນສຽງຂອງ ການ ເພີ່ມພະລັງໃຫ້ການລົງ ມວຍ, ລົງເງິນຕີໄກ່ເປັນໝື່ນ ເປັນແສນ, ດຳເນີນໄປດ້ວຍ ຄວາມເປີດແປນ ແລະ ສິ່ງນີ້ກໍ ໄດ້ຊຳເຮື້ອແກ່ຍາວມາແລ້ວ ແຕ່ ທຸກຢ່າງເບິ່ງບໍ່ເຫັນມີການປັບ ປຸງແກ້ໄຂແຕ່ຢ່າງໃດ. ອັນນີ້ ກໍເປັນແຫລ່ງກຳເນີດໜຶ່ງຂອງ ສິ່ງຫຍໍ້ທໍ້ໃນຕົວເມືອງຫລວງ, ດັ່ງນັ້ນຖ້າເບື້ອງອຳນາດການ ປົກຄອງກ່ຽວ ຂ້ອງຍັງບໍ່ທັນ ຮູ້ທັນເຫັນກໍລົງຊ່ວຍກວດຕິດ ຕາມເພື່ອເລັ່ງສະກັດກັ້ນປະກົດການຫຍໍ້ທໍ້ນີ້ໃຫ້ໝົດໄປ. ແນໃສ່ ສ້າງນະຄອນຫລວງວຽງຈັນ ເຮົາໃຫ້ນັບມື້ຮຸ່ງເຮືອງສີວິໄລ.
+ ຫລຸດຜ່ອນການພະນັນແມ່ນໜຶ່ງປັດໄຈປະຢັດ
+ ເປັນຫ່ວງສະພາບການພະນັນບ້ານເຮົາ

