ນາຍົກລັດຖະມົນຕີຢ້ຽມຢາມກອງພົນທະຫານຮາບທີ 1


ໃນວັນທີ 18 ມັງກອນນີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ໄປຢ້ຽມຢາມໂອ້ລົມນາຍ ແລະ ພົນທະຫານ, ພະນັກງານ, ນັກຮົບຢູ່ກອງພົນທະຫານຮາບທີ 1 ເມືອງວັງວຽງແຂວງວຽງຈັນ, ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 69 ປີ (20 ມັງກອນ 1959-20 ມັງກອນ 2018) ໂດຍມີທ່ານ ວີດົງ ໄຊຍະສອນ ເຈົ້າແຂວງວຽງຈັນ, ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານຈາກກອງພົນທະຫານຮາບທີ 1 ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນປະຫວັດການກຳເນີດ ເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ, ພ້ອມທັງຍ້ອງຍໍຊົມເຊີຍຜົນງານທີ່ກອງພົນທະຫານຮາບທີ 1 ສ້າງມາໄດ້ໃນໄລຍະຜ່ານມາ, ທັງໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາກອງພົນດັ່ງກ່າວເອົາໃຈໃສ່ບາງບັນຫາສໍາຄັນ ເປັນຕົ້ນ: ເອົາໃຈໃສ່ຕັ້ງໜ້າຝຶກຝົນຫລໍ່ຫລອມຕົນເອງໃນດ້ານວຽກງານວິຊາສະເພາະ, ສິລະປະຍຸດ, ຄວາມຮູ້ຄວາມສາມາດ ແລະ ອັນສຳຄັນແມ່ນໃຫ້ຖືເອົາປະຊາຊົນເປັນຫລັກ ເພື່ອປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ, ຍ້ອນວ່າເວລາໃດປະຊາຊົນກັບທະຫານກໍຄືປາກັບນ້ຳ. ນອກນີ້, ກໍສຸມໃສ່ເສີມຂະຫຍາຍວຽກງານເຮັດພາລາທິການກັບທີ່ໃຫ້ໄດ້ຫລາຍກວ່າເກົ່າ, ໂດຍສະເພາະການປູກ-ການລ້ຽງໃຫ້ຫລາຍຂຶ້ນ.