ປີໃໝ່ແຂວງໄຊຍະບູລີວາງຄາດໝາຍຈັດເກັບລາຍຮັບເພີ່ມຂຶ້ນກວ່າ 26%
January 23, 2018 - 6:39 PM


ແຫລ່ງຂ່າວແຂວງໄຊຍະບູລີ ລາຍງານວ່າ: ໃນປີ 2018 ນີ້ ແຂວງຂອງຕົນຈະສູ້ຊົນເກັບ ລາຍຮັບໃຫ້ໄດ້ຫລາຍກວ່າ 862 ຕື້ກີບ, ເພີ່ມຂຶ້ນຈາກປີ 2017 ຜ່ານມາກວ່າ 26%. ໂດຍສ່ວນໃຫຍ່ແມ່ນລາຍຮັບ ຈາກພາສີ ແລະ ອາກອນຄືໃນ ປີ 2017 ແຂວງໄຊຍະບູລີ ເກັບ ລາຍຮັບເຂົ້າງົບປະມານໄດ້ ຫລາຍກວ່າ 768 ຕື້ກີບ, ລື່ນ ຄາດໝາຍແຜນການວາງໄວ້ 12,54%, ໃນນີ້ລາຍຮັບຈາກ ສວນສາອາກອນປະຕິບັດໄດ້ ກວ່າ 215 ຕື້ກີບ, ລື່ນແຜນ 5,23% ສ່ວນໃຫຍ່ໄດ້ມາ ຈາກອາກອນລາຍໄດ້ເງິນ ເດືອນຂອງໂຄງການໄຟຟ້າ ນ້ຳຂອງ ແລະ ໄຟຟ້າຫົງສາ, ຈາກນັ້ນແມ່ນຫົວໜ່ວຍທຸລະ ກິດຕ່າງໆ.


+ ກອງກວດກາພາສີແຂວງສະຫວັນນະເຂດເກັບລາຍຮັບໄດ້ເກີນແຜນ 42 ຕື້ກວ່າກີບ

