ສະຫະລັດອາເມລິກາ ແລະ ສປປ ລາວ ເພີ່ມທະວີການຮ່ວມມືຕ້ານໄພທຳມະຊາດ


ສປປ ລາວ ແລະ ສະຫະລັດອາເມລິກາ ໄດ້ຕົກລົງເພີ່ມທະວີການຮ່ວມມືກະກຽມຄວາມພ້ອມເພື່ອຕອບໂຕ້ກັບໄພພິບັດທາງທຳມະຊາດໂດຍຜ່ານໂຄງການໃໝ່ທີ່ມີຊື່ວ່າ: Prepared and Resilient Communities in Lao PDR ເຊິ່ງໄດ້ຮັບທຶນຊ່ວຍເຫຼືອລ້າຈາກ ອົງການພັດທະນາສາກົນອາເມລິກາ (USAID) ເຊິ່ງການຕົກລົງດັ່ງກ່າວໄດ້ມີຂຶ້ນໃນວັນທີ 31 ມັງກອນນີ້ ໂດຍທ່ານ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ໄດ້ຮ່ວມເປັນສັກຂີພິຍານໃນພິທີລົງນາມເຊັນສັນຍາບົດບັນທຶກຄວາມເຂົ້າໃຈລະຫວ່າງລັດຖະບານລາວ ແລະ ຄູ່ຮ່ວມປະຕິບັດງານຂອງອົງການ USAID, ມູນລະນິທິເອເຊຍ ແລະ Luminous Action Organization ທີ່ແຂວງຫຼວງພະບາງ ເພື່ອແນໃສ່ການກະກຽມຄວາມພ້ອມເພື່ອຕອບໂຕ້ໄພທຳມະຊາດໃຫ້ແກ່ບັນດາປະຊາຊົນ ໂດຍສະເພາະແມ່ນໄພນໍ້າຖ້ວມທີ່ແຂວງຫຼວງພະບາງ ໂດຍຜ່ານການຝຶກອົບຮົມກ່ຽວກັບການຄຸ້ມຄອງ ແລະ ຫຼຸດຜ່ອນຄວາມສ່ຽງຂອງໄພພິບັດ, ການສ້າງສູນລີ້ໄພ ແລະ ສູນກາງເພື່ອໃຫ້ບໍລິການຕໍ່ຜູ້ທີ່ໄດ້ຮັບຜົນກະທົບ.
ທ່ານທູດ ຣີນາ ໄດ້ກ່າວໃນພິທີວ່າ: ການຊ່ວຍກຽມຄວາມພ້ອມໃຫ້ປະຊາຊົນກ່ອນທີ່ໄພພິບັດຈະເກີດຂຶ້ນແມ່ນມີຄວາມສຳຄັນຫລາຍ ເພື່ອຈະຊ່ວຍຮັກສາຊີວິດການເປັນຢູ່ຂອງປະຊາຊົນ ແລະ ສ້າງປະເທດທີ່ມີຄວາມຍືນຍົງ. ນີ້ເປັນການລົງທຶນທີ່ສຳຄັນກັບລັດຖະບານ ແລະ ປະຊາຊົນ ສປປ ລາວ.
ນັບແຕ່ປີ 1970, ປະເທດລາວໄດ້ເກີດມີໄພພິບັດທາງທຳມະຊາດທັງໝົດ 33 ຄັ້ງ ສົ່ງຜົນກະທົບໃຫ້ແກ່ຄົນ ແລະ ຊັບສິນສູນເສຍຫຼາຍກວ່າ 400 ລ້ານໂດລາສະຫະລັດ ແລະ ຄາດວ່າໄພທຳມະຊາດຈະເພີ່ມຂຶ້ນເລື້ອຍໆໃນອະນາຄົດ, ຜົນກະທົບຍິ່ງຈະມີຄວາມຮຸນແຮງຂຶ້ນ ຍ້ອນວ່າປະຊາຊົນລາວສ່ວນຫລາຍຍັງຕ້ອງໄດ້ອີງໃສ່ຊັບພະຍາກອນທຳມະຊາດໃນການດຳລົງຊີວິດ.