ລະວັງ​ !!! ກຸ່ມ​ຄົນ​ບໍ່ດີກໍ່​ເຫດ​ປຸ້ນ​ຊັບ​ຕາມ​ເສັ້ນທາງ​ປ່ຽວມືດ

ລະວັງ​ !!! ກຸ່ມ​ຄົນ​ບໍ່ດີກໍ່​ເຫດ​ປຸ້ນ​ຊັບ​ຕາມ​ເສັ້ນທາງ​ປ່ຽວມືດ - jone - ລະວັງ​ !!! ກຸ່ມ​ຄົນ​ບໍ່ດີກໍ່​ເຫດ​ປຸ້ນ​ຊັບ​ຕາມ​ເສັ້ນທາງ​ປ່ຽວມືດ
ລະວັງ​ !!! ກຸ່ມ​ຄົນ​ບໍ່ດີກໍ່​ເຫດ​ປຸ້ນ​ຊັບ​ຕາມ​ເສັ້ນທາງ​ປ່ຽວມືດ - kitchen vibe - ລະວັງ​ !!! ກຸ່ມ​ຄົນ​ບໍ່ດີກໍ່​ເຫດ​ປຸ້ນ​ຊັບ​ຕາມ​ເສັ້ນທາງ​ປ່ຽວມືດ

​ເຈົ້າໜ້າທີ່ ປກສ ນະຄອນຫລວງ​ວຽງຈັນ ​ໄດ້ອອກມາເຕືອນຜູ້ທີ່ສັນຈອນໃນຍາມຄໍ່າຄືນໃຫ້ມີສະຕິລະວັງຕົວຫລາຍຂຶ້ນ, ພາຍຫລັງເຫັນວ່າປັດຈຸບັນໄດ້​ມີ​ກຸ່ມ​ຄົນ​ບໍ່ດີຈໍານວນໜຶ່ງ​ເຄື່ອນ​ໄຫວ​ກໍ່​ເຫດ​ປຸ້ນ​ຊັບ​-ຊິງຊັບພົນລະເມືອງຕາມ​ເສັ້ນທາງ​ທີ່ມີລັກສະນະປ່ຽວ ​ແລະ ມືດ, ໂດຍ​ລ່າ​ສຸດ​ເຈົ້າໜ້າທີ່ຫ້ອງຕໍາຫລວດນະຄອນຫລວງວຽງຈັນ ໄດ້ຮັບ​ແຈ້ງຈາກຜູ້ເສຍຫາຍ​​ວ່າ: ຄໍ່າຄືນ​ວັນ​ທີ 21 ກຸມພານີ້, ຕົນ​​ໄດ້​ຂີ່​ລົດຈັກມາຕາມເສັ້ນທາງ 450 ປີ​ເພື່ອ​ຈະ​ເມືອເຮືອນ, ພໍ​ມາ​ຮອດ​​ເຂດ​ບ້ານ​ໂຊກ​ໃຫຍ່ເມືອງໄຊເສດຖາ, ​ໄດ້​ມີ​​ໄວ​ລຸ້ນຊາຍ 5 ຄົນຂີ່​ລົດຈັກພ້ອມ​ຖືມີດ ​ແລະ ງ້າວ ຂີ່ລົດ​ມາ​ຕັດໜ້າ ​ແລະ ​ໄດ້​ລົງ​ທຳຮ້າຍ​ຮ່າງກາຍ​ຈົນ​ໄດ້​ຮັບ​ບາດ​ເຈັບ​ກ່ອນ​ເອົາ​ລົດຈັກ​ຂອງຕົນໜີໄປ, ປັດຈຸບັນເຈົ້າໜ້າທີ່ພວມ​ເລັ່ງຕິດຕາມ​ຕົວ​ຜູ້​ກະທຳ​ຜິດ​ມາ​ດຳ​ເນີນ​ຄະດີຕາມລະບຽບກົດໝາຍ.

ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ​ໃນ​ອາທິດຜ່ານມາ, ຢູ່ນະຄອນຫລວງ​ວຽງຈັນໄດ້ມີຄະດີເກີດຂຶ້ນທັງໝົດ 79 ເລື່ອງ, ໃນນັ້ນເດັ່ນກວ່າໝູ່ແມ່ນຄະດີລັກຊັບພົນລະເມືອງມີ 37 ເລື່ອງ, ປຸ້ນ​ຈີ້-ຊີງ​ຊັບ 25 ​ເລື່ອງ ແລະ ເຈົ້າໜ້າທີ່ສາມາດແກ້ໄຂໄດ້ 34 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 65 ຄົນ, ແນວໃດກໍຕາມ, ໃນໄລຍະຜ່ານມາ, ພາກສ່ວນກ່ຽວຂ້ອງໄດ້ສຸມໃສ່ແກ້ໄຂຢ່າງລຽນຕິດ, ໂດຍປະຕິບັດຕາມຄຳສັ່ງນາຍົກລັດຖະມົນຕີວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ສະນັ້ນຈຶ່ງຮຽກຮ້ອງໃຫ້ປະຊາຊົນຈົ່ງມີສະຕິລະຕົວ ແລະ ເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ ເມື່ອພົບເຫັນສະພາບການ ຫລື ປະກົດບໍ່ດີໃຫ້ຮີບຮ້ອນແຈ້ງເຈົ້າໜ້າທີ່ເພື່ອລົງແກ້ໄຂໄດ້ທັນເວລາ.

ລະວັງ​ !!! ກຸ່ມ​ຄົນ​ບໍ່ດີກໍ່​ເຫດ​ປຸ້ນ​ຊັບ​ຕາມ​ເສັ້ນທາງ​ປ່ຽວມືດ - Visit Laos Visit SALANA BOUTIQUE HOTEL - ລະວັງ​ !!! ກຸ່ມ​ຄົນ​ບໍ່ດີກໍ່​ເຫດ​ປຸ້ນ​ຊັບ​ຕາມ​ເສັ້ນທາງ​ປ່ຽວມືດ
ລະວັງ​ !!! ກຸ່ມ​ຄົນ​ບໍ່ດີກໍ່​ເຫດ​ປຸ້ນ​ຊັບ​ຕາມ​ເສັ້ນທາງ​ປ່ຽວມືດ - Visit Laos Visit SALANA BOUTIQUE HOTEL - ລະວັງ​ !!! ກຸ່ມ​ຄົນ​ບໍ່ດີກໍ່​ເຫດ​ປຸ້ນ​ຊັບ​ຕາມ​ເສັ້ນທາງ​ປ່ຽວມືດ
ລະວັງ​ !!! ກຸ່ມ​ຄົນ​ບໍ່ດີກໍ່​ເຫດ​ປຸ້ນ​ຊັບ​ຕາມ​ເສັ້ນທາງ​ປ່ຽວມືດ - 4 - ລະວັງ​ !!! ກຸ່ມ​ຄົນ​ບໍ່ດີກໍ່​ເຫດ​ປຸ້ນ​ຊັບ​ຕາມ​ເສັ້ນທາງ​ປ່ຽວມືດ
ລະວັງ​ !!! ກຸ່ມ​ຄົນ​ບໍ່ດີກໍ່​ເຫດ​ປຸ້ນ​ຊັບ​ຕາມ​ເສັ້ນທາງ​ປ່ຽວມືດ - 5 - ລະວັງ​ !!! ກຸ່ມ​ຄົນ​ບໍ່ດີກໍ່​ເຫດ​ປຸ້ນ​ຊັບ​ຕາມ​ເສັ້ນທາງ​ປ່ຽວມືດ
ລະວັງ​ !!! ກຸ່ມ​ຄົນ​ບໍ່ດີກໍ່​ເຫດ​ປຸ້ນ​ຊັບ​ຕາມ​ເສັ້ນທາງ​ປ່ຽວມືດ - 3 - ລະວັງ​ !!! ກຸ່ມ​ຄົນ​ບໍ່ດີກໍ່​ເຫດ​ປຸ້ນ​ຊັບ​ຕາມ​ເສັ້ນທາງ​ປ່ຽວມືດ